ເນັ້ນໜັກໃສ່ການສ້ອມແປງເສັ້ນທາງ 13 ເໜືອ ແລະ ເສັ້ນທາງບ້ານ ຕໍ່ບ້ານ ຢູ່ແຂວງຫຼວງພະບາງ

ໃນວັນທີ 15 ມິຖຸນາ 2026 ນີ້, ຢູ່ທີ່ສະໂມສອນໃຫຍ່ເມືອງຊຽງເງິນ ແຂວງຫຼວງພະບາງ, ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈຳເຂດທີ 6, ໄດ້ມີຄຳເຫັນ ໂອ້ລົມ ເນັ້ນໜັກກ່ຽວກັບການສ້ອມແປງເສັ້ນທາງທົ່ວແຂວງ, ໂດຍສະເພາະແມ່ນ ເສັ້ນທາງ ເລກທີ 13 ເໜືອ ແລະ ເສັ້ນທາງບ້ານຕໍ່ບ້ານ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເດີນທາງ ແລະ ການຂົນສົ່ງສິນຄ້າ ຂອງປະຊາຊົນໃນທ້ອງຖິ່ນ. ເນື່ອງໃນໂອກາດການລົງເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V, ທ່ານ ບຸນເລື່ອມ ມະນີວົງ ໄດ້ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງຄົມມະນາຄົມ ໃຫ້ມີຄວາມແຂງແຮງ, ທົນທານ ແລະ ປອດໄພ, ພ້ອມທັງເນັ້ນໃຫ້ມີການກຳນົດແຜນການສ້ອມແປງ ທີ່ຊັດເຈນ ເພື່ອຕອບສະໜອງຄວາມຕ້ອງການດ້ານການພັດທະນາ ຂອງແຂວງຫຼວງພະບາງ ໃນໄລຍະຕໍ່ໜ້າ.


ຂ່າວ-ພາບ: ຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ