ຜູ້ມີສິດເລືອກຕັ້ງ 3 ບ້ານ ເມືອງຈອມເພັດ ຕ້ອນຮັບ ສະມາຊິກສະພາແຫ່ງຊາດ ເຂດ 6 ແລະ ສະມາຊິກສະພາປະຊາຊົນ ຫຼວງພະບາງ

ຜູ້ມີສິດເລືອກຕັ້ງ 3 ບ້ານ ເມືອງຈອມເພັດ ຕ້ອນຮັບ ສະມາຊິກສະພາແຫ່ງຊາດ ເຂດ 6

ແລະ ສະມາຊິກສະພາປະຊາຊົນ ຫຼວງພະບາງ

ໃນວັນທີ 16 ມິຖຸນາ 2026 ນີ້, ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງ ຫຼວງພະບາງ ຊຸດທີ V ພ້ອມຄະນະ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງ ທີ່ ບ້ານໜອງຈອງ, ເມືອງຈອມເພັດ ເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາ ຊົນແຂວງ ຫລວງພະບາງ ຊຸດທີ V,ໂດຍມີ ທ່ານ ນາງ ແກ້ວລາ ມະນີຈິດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ ເມືອງ ຈອມເພັດ,ພ້ອມດ້ວຍການນໍາຂັ້ນເມືອງ, ຜູ້ມີສິດເລືອກຕັ້ງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ທ່ານ ແຫຼ້ ໄຊມີໄຊ ນາຍບ້ານ ບ້ານໜອງຈອງ ໄດ້ຕ່າງໜ້າໃຫ້ກັບ ຜູ້ມີສິດເລືອກຕັ້ງ ຈໍານວນ 3 ບ້ານ ຄື: ບ້ານ ໜອງຈອງ, ບ້ານ ປາກຫຼຶງ ແລະ ບ້ານ ປາກຫ້ວຍຄໍ້ ລາຍງານສະພາບລວມ ດ້ານເສດຖະກິດ ໂດຍສະເພາະການຜະລິດກະສິກໍາ, ການລ້ຽງສັດ, ການຄ້າຂາຍ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໃນໄລຍະຜ່ານມາ. ພ້ອມນີ້, ຍັງໄດ້ສະເໜີບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ທີ່ປະຊາຊົນພົບເຫັນ ແລະ ສະເໜີຄວາມຕ້ອງການດ້ານພື້ນຖານໂຄງລ່າງ,ແຫຼ່ງທຶນ, ແລະ ນະໂຍບາຍສະໜັບສະໜູນການຊ່ວຍເຫລືອ ຈາກຂັ້ນເທິງ, ເປັນຕົ້ນສະເໜີ ການສ້າງຊົນ ລະປະທານ,ທີ່ດິນກະສິກໍາ,ລາຄາສິນຄ້າກະສິກໍາ ຂຶ້ນລົງ,ຜົນກະທົບຈາກໄພນ້ໍາຖ້ວມ, ເສັ້ນທາງເບຕົງຂຶ້ນໂຮງຮຽນ ແລະ ເສັ້ນທາງ ເຂົ້າເຂດທໍາການຜະລິດ.

ການໃນເຄື່ອນໄຫວຄັ້ງນີ້,ບັນດາພະແນກການຂອງແຂວງ ໄດ້ພັດປ່ຽນກັນຂຶ້ນມີຄໍາເຫັນ,ອະທິບາຍ,ຊີ້ແຈ້ງ ,ເຜີຍແຜ່ ຂໍ້ຫ້າມຂອງແຈ້ງການ ຕໍ່ກັບວຽກງານວິຊາສະເພາະຂອງແຕ່ລະພະແນກການ ໃຫ້ກັບຜູ້ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈ.

ໂອກາດນີ້ ທ່ານ ບຸນເລື່ອມ ມະນີວົງ ໄດ້ກ່າວຂອບໃຈທີ່ຜູ້ມີສິດເລືອກຕັ້ງ ເລືອກເອົາສະມາຊິກຊຸດນີ້ເປັນຕົວແທນຂອງຕົນເຂົ້າໃນວຽກງານສະພາ ທີ່ເປັນຕົວແທນປົກປ້ອງສິດ,ພ້ອມທັງ ມີຄໍາເຫັນ ຍ້ອງຍໍຊົມເຊີຍຜົນງານທີ່ປະຊາຊົນໄດ້ດໍາລົງຊີວິດທີ່ມີຄວາມອຸດົມສົມບູນ,ເນັ່ງການກະກຽມສ້າງຕັ້ງຕາແສງ ແລະ ເຜີຍແຜ່ເນື້ອໃນ ຜົນສໍາເລັດຂອງກອງປະຊຸມຄັ້ງປະຖົມມະລືກຂອງ ສະພາແຫ່ງ ຊາດ ຊຸດທີ X ແລະ ສະພາປະຊາ ຊົນແຂວງ ຊຸດທີ V ພ້ອມທັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມ ມີຄໍາຄິດເຫັນ, ຄໍາສະເໜີ ຕໍ່ກັບບັນຫາປະກົດການຫຍໍ້ທໍ້, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ທີ່ຕິດພັນກັບການດໍາລົງຊີວິດຂອງປະຊາຊົນ ເພື່ອນໍາສະເໜີຕໍ່ຂັ້ນເທິງ ແລະ ປະສານສົມ ທົບກັບຂະແໜງການທີ່ກ່ຽວຂ້ອງ ຄົ້ນຄວ້າພິຈາລະນາ, ແກ້ໄຂຕາມຄວາມເໝາະສົມ ແລະ ຖືກຕ້ອງຕາມລະບຽບການ, ທັງໄດ້ອະທິບາຍ-ຊີ້ແຈງ ບາງຄຳເຫັນ ໃຫ້ປະຊາຊົນ ຮັບຮູ້, ເຂົ້າໃຈຕໍ່ແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ກົດໝາຍ, ລະບຽບການ ແລະ ນິຕິກຳທີ່ກ່ຽວຂ້ອງ, ເພື່ອໃຫ້ປະຊາຊົນ ພ້ອມກັນສືບຕໍ່ປະກອບສ່ວນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງຫຼວງພະບາງ ໃຫ້ນັບມື້ດີຂື້ນໃນຕໍ່ໜ້າ. ການພົບປະຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງຜູ້ແທນປະຊາຊົນ ທີ່ມີຕໍ່ທ້ອງຖິ່ນ ແລະ ເປັນການຊຸກຍູ້ການຈັດຕັ້ງປະຕິບັດວຽກງານຢ່າງມີປະສິດທິພາບ.

ທ້າຍພິທີ ທ່ານ ບຸນເລື່ອມ ມະນີວົງ ໄດ້ຕ່າງໜ້າໃຫ້ກັບ ສະພາປະຊາຊົນ ແລະ ການນໍາຂັ້ນແຂວງ ມອບເງິນ ຊຸກຍູ້ ຈໍານວນ 15 ລ້ານກີບ ໃຫ້ກັບ 3 ບ້ານ ເພື່ອຮັບໃຊ້ເຂົ້າໃນວຽກງານຂອງບ້ານ.

ຂ່າວ-ພາບ: ຄະນະໂຄສະນາອົບຮົບແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa