ເມືອງນ້ຳບາກ ກະກຽມຄວາມພ້ອມປະກາດຮັບຮອງ 5 ຕາແສງ

ເມືອງນ້ຳບາກ ແຂວງຫຼວງພະບາງ ກະກຽມຄວາມພ້ອມປະກາດຮັບຮອງ 5 ຕາແສງ

ວັນທີ 16 ມິຖຸນາ 2026 ຢູ່ຫ້ອງປະຊຸມຂອງເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຄົ້ນຄວ້າ ປືກສາຫາລື ກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການປະກາດສ້າງຕັ້ງຕາແສງ ໂດຍການເປັນປະທານຂອງ ສະຫາຍ ສົມຫວັງ ພອນຄຳວົງສາ ເລຂາພັກເມືອງນ້ຳບາກ, ມີຄະນະປະຈຳ, ຄະນະພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ,  ພະນັກງານ-ລັດຖະກອນທີ່ຖືກແຕ່ງຕັ້ງ, ນາຍບ້ານ-ຮອງນາຍບ້ານ 8 ບ້ານເທດສະບານເມືອງເຂົ້າຮວ່ມ.

ກອງປະຊຸມໄດ້ເຊື່ອມຊືມ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ກຽ່ວກັບການສ້າງຕັ້ງຕາແສງ, ຂໍ້ກຳນົດ ຂອງເລຂາທິການສູນກາງພັກ ວ່າດວ້ຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງຄະນະພັກຕາແສງ, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ກຽ່ວກັບບ້ານ ແລະ ການຈັດຕັ້ງບ້ານ ແລະ ຂໍ້ຕົກລົງ ວ່າດວ້ຍການແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອກະກຽມຄວາມພ້ອມການສ້າງຕັ້ງຕາແສງຂອງເມືອງ, ເຊີ່ງມີຄະນະຊີ້ນຳຂັ້ນເມືອງ 9 ທ່ານ ປະກອບມີ 7 ອານຸກໍາມະການ ເປັນຕົ້ນແມ່ນອານຸກໍາມະການເນື້ອໃນ, ອານຸກຳມະການເສດຖະກິດ, ອານຸກຳມະການພິທີການ-ສະຖານທີ່, ອານຸກຳມະການຂະບວນການສີລະປະ-ວັນນະຄະດີ, ອານຸກຳມະການບຸກຄະລາກອນ, ອານຸກຳມະການປ້ອງກັນຄວາມສະຫງົບ ແລະ ອານຸກຳມະການຮັກສາສຸຂະພາບ, ຜ່ານແຜນດຳເນີນງານຂອງຄະນະຮັບຜິດຊອບ ການສ້າງຕັ້ງຕາແສງ; ຕາແສງ ແມ່ນເຂດການປົກຄອງທ້ອງຖິ່ນຂັ້ນລຸ່ມສຸດ ທີ່ຂື້ນກັບເມືອງ, ນະຄອນ ປະກອບມີຫຼາຍບ້ານ, ມີພາລະບົດບາດ ຄຸ້ມຄອງບໍລິຫານລັດ, ທາງດ້ານການເມືອງ, ການປົກຄອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສຸດ, ປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ, ສິງແວດລ້ອມ, ຊັບພະຍາ ກອນອື່ນໆ ໃນທ້ອງຖີ່ນຕົນ ຕາມການແບ່ງຂັ້ນຄຸ້ມຄອງ, ຊີ້ນຳ, ກວດກາ ການຈັດຕັ້ງປະຕິບັດ ແຜນພັດທະນາບ້ານ ໃນຂອບເຂດການຄຸ້ມຄອງຂອງຕົນ ມີວາລະການດຳລົງຕຳແໜ່ງເປັນປະທານຕາແສງ 5 ປີ. ທົ່ວເມືອງນໍ້າບາກປະກອບມີ 5 ຕາແສງຄື: ຕາແສງນ້ຳບາກ ປະກອບມີ 17 ບ້ານ, ຕາແສງນາຍາງ ປະກອບມີ 19 ບ້ານ, ຕາແສງປາກມອງ ປະກອບມີ 17 ບ້ານ, ຕາແສງສີວິໄລ ປະກອບມີ 18 ບ້ານ, ແລະ ຕາແສງນໍ້າງາ ປະກອບມີ 15 ບ້ານ.

ການປະກາດສ້າງຕັ້ງ 5 ຕາແສງ ຂອງເມືອງນໍ້າບາກ ຈະໄດ້ຈັດຂື້ນໃນອານາຄົດອັນໃກ້ນີ້.

ຂ່າວ-ພາບ: ຄະນະໂຄສະນາອົບຮົມເມືອງນ້ຳບາກ

ກວດແກ້: ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa