ເມືອງຈອມເພັດ ແຂວງຫຼວງພະບາງ ເປີດການສອບເສັງຈົບຊັ້ນ ມ.7 ປະຈໍາປີ 2025-2026 ຢ່າງເປັນທາງການ

ວັນທີ 17 ມິຖຸນາ 2026 ຫ້ອງການສຶກສາທິການ ແລະ ກິລາ ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ເປີດການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ຊັ້ນປີທີ 7 ປະຈໍາປີ 2025-2026 ຂຶ້ນຢ່າງເປັນທາງການ ຢູ່ສູນສອບເສັງໂຮງຮຽນ ມສ ຈອມເພັດ ໂດຍການເປັນປະທານຂອງ ທ່ານ ວິລະພົງ ພົງດາລາ ຮອງປະທານຄະນະກຳມະການປົກຄອງ ເມືອງຈອມເພັດ, ມີທ່ານ ນາງ ຈັນສະມຸດ ສຸກຂະເສີມ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຜູ້ຕາງໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ, ຄະນະກຳມະການຄຸມຫ້ອງສອບເສັງປະຈຳສູນ, ຄູ-ອາຈານ ແລະ ນັກຮຽນທີ່ເຂົ້າຮ່ວມ, ສອບເສັງຈຳນວນ 75 ນ້ອງ, ຍິງ 42 ນ້ອງ ເຂົ້າຮ່ວມ.

ທ່ານ ນາງ ຈັນສະມຸດ ສຸກຂະເສີມ ຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາ ເມືອງຈອມເພັດ ໄດ້ລາຍງານວ່າ: ປີນີ້ເມືອງຈອມເພັດ ມີສູນສອບເສັງ 02 ແຫ່ງ ຢູ່ໂຮງຮຽນ ມສ ຈອມເພັດ ມີຫ້ອງສອບເສັງທັງໝົດ 03 ຫ້ອງ. ໂຮງຮຽນ ມສ ລ້ອງນໍ້າລຶມ ມີຫ້ອງສອບເສັງ 01 ຫ້ອງ,ມີນັກສອບເສັງທັງໝົດ 75 ນ້ອງ, ຍິງ 42 ນ້ອງ, ຂໍ້ສອບເສັງໄດ້ຮັບມອບມາຈາກກະຊວງ ສຶກສາທິການ ແລະ ກິລາ, ຄົບຖ້ວນ ຖືກຕ້ອງຕາມລະບຽບ.

ທ່ານ ວິລະພົງ ພົງດາລາ ຮອງປະທານຄະນະກໍາມະການປົກຄອງ ເມືອງຈອມເພັດ,ໄດ້ເນັ້ນໜັກໃນການສອບເສັງຄັ້ງນີ້ວ່າ ໃຫ້ຄະນະກຳມະການຄຸມຫ້ອງສອບ, ປະຕິບັດຕາມກົດລະບຽບການສອບເສັງຢ່າງເຂັ້ມງວດ, ຍຸຕິທຳ, ໂປ່ງໃສ, ສ່ວນນ້ອງນັກຮຽນທຸກຄົນ ຕ້ອງມີສະຕິ, ຕັ້ງໃຈເຮັດຂໍ້ສອບເສັງດ້ວຍຄວາມຮູ້ຄວາມສາມາດຂອງຕົນເອງ ເພື່ອເປັນການທົດສອບຜົນການຮຽນ-ການສອນຕະຫຼອດປີຜ່ານມາ ຈາກນັ້ນຄະນະກຳມະການຄຸມຫ້ອງສອບໄດ້ແຈກຫົວບົດສອບ ແລະ ເລີ່ມການສອບເສັງ ນັກສອບເສັງປະຕິບັດຕາມລະບຽບຢ່າງເຄັ່ງຄັດ.
ການສອບເສັງຈົບຊັ້ນ ມ.7 ຄັ້ງນີ້ຈະດໍາເນີນເປັນເວລາ 3 ວັນ ແຕ່ວັນທີ 17-19 ມິຖຸນາ 2026, ລວມວິຊາສອບເສັງທັງໝົດ 5 ວິຊາ ຄື: ພາສາລາວ-ວັນນະຄະດີ, ວິທະຍາສາດສັງຄົມ, ວິທະຍາສາດທໍາມະຊາດ, ພາສາອັງກິດ ແລະ ຄະນິດສາດ.

ຂ່າວ-ພາບ ໂດຍ: ທ. ພັນທະລີ ສຸກຂະເສີມ, ຄະນະໂຄສະນາອົບຮົມ ເມືອງຈອມເພັດ
ກວດແກ້: ຄະນະໂຄສະນາອົບຮົມແຂວງ