ກອງປະຊຸມຄົບຄະນະບໍລີຫານງານພັກເມືອງໂພນທອງ ເປີດກວ້າງ ຄັ້ງທີ V ສະໄໝທີ III

ວັນທີ 3 ກຸມພາ 2026 ນີ້ ອົງການປົກຄອງເມືອງໂພນທອງໄດ້ຈັດກອງປະຊູມຄົບຄະນະບໍລີຫານງານພັກເມືອງໂພນທອງ ເປີດກວ້າງ ຄັ້ງທີ V ສະໄໝທີ III. ໂດຍການເປັນປະທານ ຂອງສະຫາຍ ປອ ບຸນຈັນ ປານຟອງເພັດ, ກຳມະການພັກແຂວງ, ເລຂາຄະນະບໍລີຫານງານພັກເມືອງ, ບັນດາຄະນະປະຈຳພັກເມືອງ, ກຳມະ ການພັກເມືອງຫົວໜ້າ-ຮອງຫົວໜ້າຫ້ອງການພາຍໃນເມືອງເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ທອງດີ ດວງພະ ຈັນ ຮອງເລຂາພັກເມືອງໄດ້ຂື້ນຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະ 1 ປີຜ່ານມາ ແລະທິດທາງແຜນການໃນຕໍ່ໜ້າວ່າ:
ຄະນະພັກ, ຄະນະນໍາໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໂດຍສຸມໃສ່ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງສຸ່ມໃສ່ສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ, ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບ, ສ້າງບ້ານປ້ອມໜັ້ນ-ກູ່ມບ້ານສູ້ຮົບຕິດລຽນ, ບ້ານປອດຢາເສບຕິດ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຮາກຖານບ້ານໄດ້ຮັບການຝືກອົບຮົມຫັດແອບສິນລະປະຢຸດ-ຍຸດທະວິທີໃຫ້ນັກຮຽນຊັ້ນມໍປາຍໃນທົ່ວເມືອງ, ກອງຫຼອນ-ປ້ອງກັນບ້ານໄດ້ຮັບການບໍາລຸງພາລະບົດບາດຢ່າງໜັກແໜ້ນ, ປະເມີນສ້າງຄອບຄົວ ແລະ ບ້ານປ້ອງກັນ ຊາດເຂັ້ມແຂງ 28 ບ້ານ, ມີ 2.220 ຄອບຄົວ, ຊ່ວຍເຫຼືອພາກສວນທີ່ໄດ້ຮັບເຄາະຮ້າຍຂອງຢາເສບຕິດດ້ວຍຮູບການລົງໂຄສະນາ, ເຜີຍແຜ່ກົດໜາຍ ແລະນິຕິກໍາກ່ຽວຂ້ອງເຖີງຜົນຮ້າຍຢາເສບຕິດ, ມີເຈົ້າໜ້າທີ່ເພື່ອນບ້ານຫວຽດນາມສົບທົບກັບຄະນະນໍາຂອງເມືອງພ້ອມກັນສະກັດກັ້ນການລັກລອບ ແລະ ລົງທໍາລາຍສ່ວນຝິນ ຢູ່ຈຸດບ້ານເປົ້າໜາຍໄດ້ 22 ຕອນ, ເນື້ອທີ 2,1 ຮຕ, ປະເມີນບ້ານ ແລະ ຄອບຄົວປອດຢາເສບຕິດໄດ້ 2 ບ້ານ, ຂື້ນທະ ບຽນສໍາມະໂຄຄົວໃໜ່ໄດ້ 71 ຄອບຄົວ, ພົນລະ ເມືອງ 303 ຄົນ, ຍີງ 146 ຄົນ, ປ່ຽນປື້ມໃໜ່ໄດ້ 121 ຫົວ, ລົງປັບປຸງກອງຫຼອນ 40 ບ້ານ, ຈັດຕັ້ງຝຶກອົບຮົມການຮຽນ-ການສອນ ວິຊາປ້ອງກັນຕົວໃຫ້ແກ່ນັກຮຽນ 2 ໂຮງຮຽນ, ເປີດອົບຮົມການ ເມືອງການທະຫານ ແລະ ພະລາທິການ ເຕັກນິກຂອງກົມກອງປະຈໍາປີ 2025, ລົງປະເມີນສ້າງຄອບ ຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໄດ້ 3 ບ້ານ ໃນນັ້ນປະເມີນຜ່ານ 2 ບ້ານ,

ການພັດທະນາເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໄດ້ສຸມໃສ່ຊຸກຍູ້ການຜະລິດກະສິກໍາຕາມທ່າແຮງບົ່ມຊ້ອນທີ່ມີໂດຍການວາງຍຸດທະສາດ ເລັ່ງໃສ່ການປູກ-ການລ້ຽງ ເປັນບັນຫາສໍາຄັນໃນການແກ້ໄຂຊິວິດການເປັນຢູ່ຂອງປະຊາຊົນ, ຮັບປະກັນໃຫ້ເມືອງໂພນທອງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ-ປອດໄພ, ໂອກາດນີ້ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳເຫັນໃສ່ບົດລາຍງານການຈັດຕັ້ງປະຕິບັດວຽກງານຮອບ ດ້ານ ໃນ ໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ເພື່ອເຮັດໃຫ້ເນື້ອໃນບົດສະຫຼຸບມີຄວາມຄົບຖ້ວນສົມບູນຂື້ນ.

ຂ່າວ: ທ.ສົມເພັດ ໄຊມີກອນ, ຄະນະໂຄສະນາອົບຮົມເມືອງໂພນທອງ.
ກວດແກ້: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ