ເມືອງຈອມເພັດ ແຂວງຫຼວງພະບາງ ຈັດພິທີປະກາດສ້າງຕັ້ງ 4 ຕາແສງ ຢ່າງເປັນທາງການ

ເມືອງຈອມເພັດ ແຂວງຫຼວງພະບາງ ຈັດພິທີປະກາດສ້າງຕັ້ງ 4 ຕາແສງ ຢ່າງເປັນທາງການ

ພິທີປະກາດຈັດຂຶ້ນໃນວັນທີ 4 ກັນຍາ 2026 ທີ່ສໍານັກງານເມືອງ ໂດຍມີ ທ່ານ ຄໍາຫຼ້າ ລຽນປະດິດ, ຮອງເລຂາພັກແຂວງ, ທ່ານ ນາງ ແກ້ວລາ ມະນີຈິດ ກໍາມະການພັກແຂວງ, ເລຂາພັກເມືອງຈອມເພັດ, ທ່ານ ສອນເພັດ ພົງສຸທິ ປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍການນຳແຂວງ, ການນຳເມືອງ ແລະ ການຈັດຕັ້ງບ້ານເຂົ້າຮ່ວມ.

ທ່ານ ສອນເພັດ ພົງສຸທິ ລາຍງານວ່າ: ເມືອງຈອມເພັດປະກອບມີ 69 ບ້ານ ແບ່ງເປັນ 4 ຕາແສງຄື: ຕາແສງຊຽງແມນ ມີ 26 ບ້ານ, ພົນລະເມືອງ 15.957 ຄົນ; ຕາແສງພູໝ້ຽງ ມີ 19 ບ້ານ, ພົນລະເມືອງ 9.690 ຄົນ; ຕາແສງນາໄຮ, ມີ 16 ບ້ານ, ພົນລະເມືອງ 7.913 ຄົນ ແລະ ຕາແສງຖິ່ນໂຮງ ມີ 8 ບ້ານ, ພົນລະເມືອງ 3.054 ຄົນ.

ຂັ້ນຕາແສງມີໂຄງປະກອບ 5 ໜ່ວຍງານ ຄື: ໜ່ວຍງານບໍລິຫານ-ການປົກຄອງ, ພັກ-ອົງການຈັດຕັ້ງມະຫາ ຊົນ, ເສດຖະກິດ-ການເງິນ, ວັດທະນະທຳ-ສັງຄົມ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໂດຍມີບຸກຄະລາກອນປະຈຳລວມ 40 ທ່ານ.

ໃນພິທີ ຄະນະຈັດຕັ້ງແຂວງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການສ້າງຕັ້ງ 4 ຕາແສງ ພ້ອມທັງມອບໃບຢັ້ງຢືນການສ້າງຕັ້ງຕາແສງຢ່າງເປັນທາງການ ໂດຍແມ່ນທ່ານ ຄຳຫຼ້າ ລຽນປະດິດ ເປັນຜູ້ໃຫ້ກຽດມອບ.

ໂອກາດນີ້ ຕາງໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແບ່ງຂັ້ນຄຸ້ມຄອງແຕ່ລະຕາແສງ ແລະ ໜ່ວຍງານທີ່ຂຶ້ນກັບຕາແສງ. ທັງນີ້ ຄະນະຮັບຜິດຊອບໄດ້ສະເໜີໃຫ້ກຳນົດຂັ້ນຄຸ້ມຄອງຂອງບັນດາຂະແໜງການໃຫ້ຈະ ແຈ້ງ, ຈັດສັນງົບປະມານ ແລະ ອຸປະກອນຮັບໃຊ້ໃຫ້ເໝາະສົມ ເພື່ອໃຫ້ 4 ຕາແສງໃໝ່ສາມາດດໍາເນີນງານໄດ້ຢ່າງມີປະສິດທິຜົນ.

ໃນພິທີ ຍັງໄດ້ຮັບຟັງການໂອ້ລົມຈາກທ່ານ ຄຳຫຼ້າ ລຽນປະດິດ ໂດຍເນັ້ນໃຫ້ຄະນະຮັບຜິດຊອບແບ່ງຂັ້ນຄຸ້ມຄອງ, ແບ່ງງານ ແລະ ແບ່ງວຽກໃຫ້ລະອຽດ, ປະຈຳການຢ່າງປົກກະຕິ ແລະ ອະທິບາຍໃຫ້ປະຊາຊົນເຂົ້າໃຈ.

ພ້ອມນີ້ ໃຫ້ມີການປະເມີນຜົນການຈັດຕັ້ງປະຕິບັດເປັນແຕ່ລະໄລຍະ ເພື່ອຖອດຖອນບົດຮຽນ ແລະ ປັບ ປຸງໃຫ້ດີຂຶ້ນ ສອດຄ່ອງກັບແນວທາງທີ່ຂັ້ນເທິງວາງໄວ້.

ຈາກນັ້ນ ຄະນະປະທານ ພ້ອມດ້ວຍການນຳທຸກຂັ້ນກໍ່ໄດ້ພ້ອມກັນເປີດປ້າຍ ແລະລັ່ນຄ້ອງເກົ້າບາດເພື່ອເປັນສັນຍານບົ່ງເຖິງການປະກາດການສ້າງຕັ້ງຕາແສງ ຂອງເມືອງຈອມເພັດຢ່າເປັນທາງການ.

ຂ່າວ: ດາວອນ ມະນີວັນ, ຄະນະໂຄສະນາອົບຮົມເມືອງ

ພາບ: ພັນທະລີ, ຄະນະໂຄສະນາອົບຮົມເມືອງ

ກວດແກ້: ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa