ການນໍາ ແຂວງຫຼວງພະບາງ ຮ່ວມ ພິທີ ໂຮມຊຸມນຸມຊົມຖ່າຍທອດສົດ ສະເຫຼີມສະຫຼອງ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ການນໍາ ແຂວງຫຼວງພະບາງ ຮ່ວມ ພິທີ ໂຮມຊຸມນຸມຊົມຖ່າຍທອດສົດ ສະເຫຼີມສະຫຼອງ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ໃນຕອນເຊົ້າ ເວລາ 7:00 ໂມງ ຂອງວັນທີ 12 ທັນວາ 2025, ການນໍາພັກ-ລັດແຂວງຫຼວງພະບາງກໍ່ໄດ້ຮ່ວມວາງກະຕ່າດອກໄມ້ ທີ່ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ. ໃຫ້ກຽດນຳພາໂດຍ ທ່ານ ຄໍາຫຼ້າ ລຽນປະດິດ ຮອງເລຂາບໍລິຫານງານພັກແຂວງຫຼວງພະບາງ.ໃນເວລາ 7 ໂມງ 30 ນາທີ, ໄດ້ຈັດພິທີໂຮມຊຸມນຸມຊົມຖ່າຍທອດສົດ ການສະເຫຼີມສະຫຼອງວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ຢູ່ ສະໂມສອນໃຫຍ່ຫ້ອງວ່າການແຂວງຫຼວງພະບາງ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄໍາຂັນ ຈັນທະວີສຸກ, ກໍາມະການສູນກາງພັກ, ເຈົ້າແຂວງຫຼວງພະບາງ , ພ້ອມດ້ວຍການນໍາພັກ-ລັດແຂວງ, ອາດີດການນໍາ, ພະນັກງານປະຕິວັດອາວຸດໂສບໍານານ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ນັກ ທຸລະກິດ ແລະ ນັກສຶກສາເຂົ້າຮ່ວມ.

ໃນພິທີໄດ້ຮັບຊົມການຖ່າຍທອດສົດພິທີສະເຫຼີມສະຫຼອງວັນເກີດ ປະທານ ໄກສອນ ພົມວິຫານ ຈາກນະ ຄອນຫຼວງວຽງຈັນ. ເພື່ອຮັບຟັງສູນທອນພົດຈາກສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ສູນກາງພັກ, ປະທານ ປະເທດແຫ່ງ ສປປ ລາວ, ທ່ານໄດ້ຍົກໃຫ້ເຫັນຜົນງານ-ຄຸນງາມຄວາມດີ ແລະ ພາລະກິດປົດປ່ອຍຊາດຂອງປະທານ ໄກສອນ ພົມວິຫານ. ຊຶ່ງຄຸນງາມຄວາມດີຂອງປະທານ ແມ່ນໃຫຍ່ຫຼວງທີ່ສຸດໃນການນໍາພາ-ພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະທານ ໄກສອນ ພົມວິຫານ ໄດ້ກາຍເປັນຕົວແທນລວມຍອດແຫ່ງຄວາມຮັກຊາດ ແລະ ເປັນສັນຍາລັກແຫ່ງຊາດລາວວິລະຊົນ, ຄົນລາວພິລະອາດຫານ, ເປັນນັກການເມືອງທີ່ສະຫຼາດສ່ອງໃສ, ເປັນນາຍທະຫານທີ່ປີຊາສາມາດ, ເປັນນັກທິດສະດີແນວຄິດທີ່ຍິ່ງໃຫຍ່ ຂອງຊາດລາວພວກເຮົາເປັນນັກໂຄສະນາ-ປາຖະກະຖາທີ່ຊຳນານ, ເພິ່ນເປັນຜູ້ກຳແໜ້ນຫຼັກມູນພື້ນຖານທິດສະດີມາກ-ເລນິນ, ກຳສະພາບຄວາມເປັນຈິງຂອງປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນຜູ້ເຜີຍແຜ່ທິດສະດີປະຕິວັດ; ຍາມໃດກໍ່ຢຶດ  ໝັ້ນແນວຄິດທີ່ຖືເອົາປະຊາຊົນເປັນກົກ, ເສີມຂະຫຍາຍບົດບາດເປັນເຈົ້າ ຂອງປະຊາຊົນຢ່າງສຸດຂີດ, ອີງໃສ່ປະຊາ ຊົນ ແລະ ເຊື່ອໝັ້ນຢ່າງໜັກແໜ້ນໃນກຳລັງແຮງຂອງປະຊາຊົນ, ປະທານ ໄກສອນ ພົມວິຫານ ໄດ້ເອົາໃຈໃສ່ໃນການຄົ້ນຄວ້າແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ ໂດຍໄດ້ສຸມໃສ່ຊີ້ນໍາ-ນໍາພາ ຢ່າງໃກ້ຊິດໃນແຕ່ລະຂົງເຂດວຽກງານຢ່າງຮອບດ້ານ ແລະ ເລິກເຊິ່ງເປັນຕົ້ນ ຂົງເຂດເສດຖະກິດ, ການເມືອງ, ການສຶກສາ, ວັດທະນະ ທຳ-ສັງຄົມ ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຕ່າງປະເທດ, ວຽກງານແນວໂຮມ, ວຽກງານອົງການຈັດຕັ້ງມະຫາຊົນ ແລະ ອື່ນໆ.

ຕະຫຼອດໄລຍະແຫ່ງການເປັນຜູ້ນໍາສູງສຸດຂອງພັກ ແລະ ລັດເຮົາຍາມໃດປະທານ ໄກສອນ ພົມວິຫານ ກໍ່ຊີ້ທິດເຍືອງທາງແຫ່ງການກ້າວເດີນໄປສູ່ໄຊຊະນະຂອງການປະຕິວັດລາວ; ເພິ່ນເປັນຜູ້ນຳທີ່ເດັດຂາດ ແລະ ມີຫົວຄິດປະດິດສ້າງ, ກ້າຄິດ ກ້າເຮັດ, ກ້າຮັບຜິດຊອບ, ເປັນແວ່ນແຍງອັນໃສແຈ້ງ ແລະ ເປັນແບບຢ່າງອັນປະເສິດເລີດລໍ້າດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ກໍ່ຄືແບບແຜນດໍາລົງຊີວິດໃຫ້ແກ່ພະ ນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ; ເພິ່ນໄດ້ອຸທິດຊີວິດຂອງຕົນດ້ວຍຄວາມບໍລິສຸດຜ່ອງໃສ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊົນ ເພື່ອເປັນບົດຮຽນໃຫ້ລູກຫຼານຮຸ່ນຕໍ່ໄປ, ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາທີ່ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນບັນດາເຜົ່າ ຍາມໃດກໍ່ຖືສຳຄັນ ແລະ ເອົາໃຈໃສ່ ໃນການສ້າງຄວາມສາມັກຄີຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໄດ້ຮັບຄວາມນັບຖືຈາກມະຫາຊົນ.

ຂ່າວ: ຄະນະໂຄສະນາອົບຮົມ ແຂວງ (ທ ບຸນທະວີ ສົມມະນີ)

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa