ຄະນະໂຄສະນາອົບຮົມແຂວງສໍາເລັດການຝຶກອົບຮົມສະມາຊິກພັກໃໝ່ ຊຸດທີ I ປະຈໍາປີ 2026

ໃນລະຫວ່າງວັນທີ 27-28 ມັງກອນ 2026 ນີ້ ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງໄດ້ມີການຈັດຕັ້ງອົບຮົມສະມາຊິກພັກໃໝ່ ຊຸດທີ I ປະຈໍາປີ 2026 ໂດຍການເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ສົມຈິດ ສິງລໍຄໍາ, ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ມີຄະນະຮັບຜິດຊອບ ແລະ ນັກສຳມະນາກອນມາຈາກຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຈໍານວນ 23 ສະຫາຍ, ຍິງ 15 ສະຫາຍ.

ໃນໂອກາດເຂົ້າຮ່ວມບັ້ນຝຶກອົບຮົມສະມາຊິກພັກໃໝ່ ຊຸດທີ I ປະຈໍາປີ 2026 ໃນຄັ້ງນີ້ ປະທານພິ ທີໄດ້ມີຄຳເຫັນຊີ້ນຳບັ້ນຝຶກອົບຮົມ ເຊິ່ງໄດ້ເນັ້ນໜັກໃຫ້ບັນດານັກສໍາມະນາກອນ ທຸກສະຫາຍຕ້ອງໄດ້ຮຽນຮູ້ ແລະ ກຳແໜ້ນບັນດາຫຼັກມູນພື້ນຖານທິດສະດີມາກ-ເລນິນ ແນວຄິດ ຂອງປະທານ ໄກສອນ ພົມວິຫານ, ເພື່ອເປັນການຢັ້ງຢືນຢ່າງຈະແຈ້ງວ່າ: ການຮຽນຮູ້ ແລະ ກຳແໜ້ນບັນດາຫຼັກມູນ, ກຳແໜ້ນແນວທາງຂອງພັກ, ນະໂຍບາຍ ແລະ ລະບຽບກົດໝາຍຂອງລັດ ຈະຊ່ວຍສ້າງໃຫ້ພະນັກງານ-ສະມາຊິກພັກ ພວກເຮົາມີການຫັນປ່ຽນຢ່າງຮອບດ້ານ ສອດຄ່ອງກັບສະພາບຄວາມເປັນຈິງ, ເວົ້າລວມ, ເວົ້າສະເພາະແມ່ນເຮັດໃຫ້ສະມາຊິກພັກມີການຫັນປ່ຽນດ້ານຈິນຕະນາການອັນເກົ່າໄປສູ່ຈິນຕະນາການອັນໃໝ່, ປັບປຸງແບບແຜນການນຳພາ, ແບບແຜນວິທີເຮັດວຽກໃຫ້ດີຂຶ້ນ. ພ້ອມດຽວກັນນີ້ຕ້ອງເດັດດ່ຽວຕ້ານພະຍາດອາດຍາສິດ, ສະກັດກັ້ນຕ້ານການສໍ້ລາດບັງຫຼວງ ແລະ ຕ້ານແນວຄິດຜິດເຂວ, ອັດຕະວິໄສ, ແນວຄິດອັກຄະຕິ, ເວົ້າຫຼາຍແຕ່ເຮັດໜ້ອຍ, ມີແນວຄິດຄອງເດີມງົມງວາຍ, ຜິວເຜີນ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ຈະພາໃຫ້ເກີດໜໍ່ແໜງ ທີ່ບໍ່ດີເກີດຂື້ນ ແລະ ຈະຕ້ອງໄດ້ເປັນເຈົ້າການປັບປຸງກໍ່ສ້າງຕົນເອງ ຕາມ 5 ຫຼັກການ 3 ທິດນໍາຂອງພັກ 11 ຂໍ້ຫ້າມ ຂອງສະມາຊິກພັກປະຊາຊົນປະຕິວັດລາວ ເພື່ອກໍ່ສ້າງໃຫ້ປອດໃສ; ເຂັ້ມແຂງ; ໜັກແໜ້ນ.

ການອົບຮົມໃນຄັ້ງນີ້ແມ່ນນຳໃຊ້ເອກະສານອົບຮົມສະມາຊິກພັກໃໝ່ (ເອກະສານ 4 ບົດ) ຂອງຄະນະໂຄສະນາອົບຮົມສູນກາງພັກສົ່ງໃຫ້ ນໍາໃຊ້ນັກວິທະຍາກອນ (ຄູ) ມາຈາກ ຄະນະໂຄສະນາອົບຮົມແຂວງ 2 ສະຫາຍ ແລະ ຄະນະກວດກາພັກແຂວງ 1 ສະຫາຍ ໄດ້ດຳເນີນເປັນເວລາ 2 ວັນ.


ຂ່າວ: ສຸດທະວີໄຫວ ມີທະວົງ, ຄະນະໂຄສະນາອົບຮົມແຂວງ