ພິທີປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນ, ປະດັບຊັ້ນໃຫ້ນາຍທະຫານ ແລະລັດຖະກອນປ້ອງກັນຊາດ ຢູ່ກອງບັນຊາການທະຫານເມືອງວຽງຄຳ

ພິທີປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນ, ປະດັບຊັ້ນໃຫ້ນາຍທະຫານ ແລະລັດຖະກອນປ້ອງກັນຊາດຢູ່ກອງບັນຊາທະຫານເມືອງວຽງຄຳໄດ້ຈັດຂື້ນໃນວັນທີ 28 ມັງກອນ 2026 ຢູ່ທີ່ສະ ໂມສອນໃຫຍ່ຂອງເມືອງ. ໂດຍການເປັນປະທານຮ່ວມ ຂອງສະຫາຍ ສອນສັກ ສຸສິເສີມ ກຳມະ ການພັກແຂວງ, ເລຂາຄະນະບໍລິຫານງາຍພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ມີສະຫາຍ ພັນເອກ ວິລະສິນ ມິດຕະພອນ ຮອງກອງບັນຊາການ, ຫົວໜ້າຫ້ອງການເມືອງທະຫານແຂວງ, ສະຫາຍ ໄຊຍະວັນ ໄພບູນ ກຳມະການພັກເມືອງ, ຫົວໜ້າຫ້ອງ ການສຶກສາທິການ ແລະກິລາເມືອງ, ມີການນຳເມືອງ, ຄູອາສາສະໝັກຕະຫຼອດຮອດນາຍ ແລະພົນ ທະຫານເຂົ້າຮ່ວມ.

ສະຫາຍ ພັນໂທ ເພັງວົງພັນ ວົງໄຊຍະລາດ ຫົວໜ້າພະແນກພະນັກງານ, ຫ້ອງການເມືອງທະຫານແຂວງໄດ້ຂື້ນຜ່ານຂໍ້ຕົກລົງເລກທີ 0015, ລົງວັນທີ 2 ມັງກອນ 2026 ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຢູ່ກອງບັນຊາການທະຫານເມືອງວຽງຄຳ.
ໃນນັ້ນເລື່ອນຊັ້ນ ຮ້ອຍເອກ ຂື້ນ ພັນຕີ ຈຳນວນ 8 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂື້ນ ຮ້ອຍເອກ ຈຳນວນ 7 ສະຫາຍ, ເລື່ອນຊັ້ນຮ້ອຍຕີ ຂື້ນ ຮ້ອຍໂທ ຈຳນວນ 5 ສະຫາຍ.ໂອກາດດຽວກັນນີ້ຍັງໄດ້ຜ່ານໜັງສືນຳສົ່ງ ເລກທີ 8369, ລົງວັນທີ 8 ທັນວາ 2025 ຂອງກົມໃຫຍ່ການ ເມືອງກອງທັບ ວ່າດ້ວຍການນຳສົ່ງລັດຖະກອນປ້ອງກັນຊາດ ໄປໃຫ້ກອງບັນຊາການທະຫານແຂວງຫຼວງພະບາງ ເພື່ອປະກອບໃຫ້ກອງບັນຊາການທະຫານເມືອງວຽງຄຳ ຈຳນວນ 52 ສະຫາຍ ໃນນັ້ນຊັ້ນ ຮ້ອຍໂທ ຈຳນວນ 50 ສະຫາຍ, ຊັ້ນຮ້ອຍຕີ ຈໍານວນ 2 ສະຫາຍ. ຈາກນັ້ນຄະນະປະທານຍັງໄດ້ພັດປ່ຽນກັນຂື້ນປະດັບຊັ້ນໃຫ້ພາກສ່ວນທີ່ໄດ້ຮັບການເລື່ອນຊັ້ນໃຫມ່ຢ່າງສົມກຽດ.

ໂອກາດນີ້ ສະຫາຍພັນເອກ ວິລະສິນ ມິດຕະພອນ ໄດ້ມີຄຳເຫັນໂອ້ລົມກ່າວສະແດງຄວາມຍິນດີຕໍ່ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ ແລະໄດ້ຮັບການປະດັບຊັ້ນໃຫມ່ ພ້ອມທັງຮຽກຮ້ອງໃຫ້ທຸກສະຫາຍຈົ່ງພ້ອມກັນເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ດຸໝັ້ນຄົ້ນຄ້ວາກໍາແໜ້ນແນວທາງນະໂຍບາຍຂອງພັກ, ເຄົາລົບກົດໝາຍຂອງລັດ ແລະລະບຽບວິໄນຂອງກອງທັບໃຫ້ເຂັ້ມງວດ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີ່ຂັ້ນເທີງມອບໝາຍ.

ໂດຍ : ຊາຍພອນ ແກ້ວອຸບົນ.
ກວດແກ້: ສົມພອນ ລໍວັນອິນ, ຄະນະໂຮສະນາອົບຮົມແຂວງ