ພິທີປ່ອນບັດເລືອກຕັ້ງ ສສຊ-ສສຂ ຢູ່ຈຸດມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ

ພິທີປ່ອນບັດເລືອກຕັ້ງ ສສຊ-ສສຂ ຢູ່ຈຸດມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ

ວັນທີ 22 ກຸມພາ 2026 ນີ້, ຢູ່ໜ່ວຍປ່ອນບັດເລືອກຕັ້ງທີ 41 ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ, ໄດ້ດຳເນີນການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ V, ມີທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍພັນລະຍາ ແລະ ບັນດາການນຳ, ອະດີດການນຳພັກ-ລັດ ຂອງແຂວງ, ຜູ້ຮັບສະໝັກເລືອກຕັ້ງ ພ້ອມດ້ວຍພະນັກງານປະຊາຊົນ ແລະ ນັກສຶກສາ ເຂົ້າຮ່ວມ.

ທົ່ວນະຄອນ ຫຼວງພະບາງ ມີພົນລະເມືອງ 100,135 ຄົນ, ຍິງ 49,577 ຄົນ ໃນນັ້ນ, ຜູ້ມີສິດປ່ອນບັດເລືອກຕັ້ງ ທີ່ມີອາຍຸຄົບຕາມມາດຖານເງື່ອນໄຂຂອງການໃຊ້ສິດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ທັງໝົດ 62,242 ຄົນ, ຍິງ 31,808 ຄົນ ໃນນັ້ນ, ຜູ້ທີ່ສາມາດປ່ອນບັດ ຢູ່ໃນບ້ານຂອງຕົນ ຕາມສຳມະໂນຄົວ 55,106 ຄົນ, ຍິງ 29,069 ຄົນ, ຜູ້ທີ່ໄປເຮັດວຽກຢູ່ຕ່າງປະເທດ ຕາມສຳມະໂນຄົວ 2,008 ຄົນ, ຍິງ 1,340 ຄົນ, ຜູ້ມີສິດປ່ອນບັດຢູ່ທ້ອງຖິ່ນອື່ນ ແຕ່ຂໍໃຊ້ສິດຢູ່ພາຍໃນນະຄອນ 1,102 ຄົນ, ຍິງ 534 ຄົນ, ໄດ້ກຳນົດໜ່ວຍປ່ອນບັດເລືອກຕັ້ງ 76 ໜ່ວຍ. ສະເພາະໜ່ວຍປ່ອນບັດເລືອກຕັ້ງທີ 41 ມະຫາວິທະຍາໄລສຸພານຸວົງ ຜູ້ມີສິດປ່ອນບັດເລືອກຕັ້ງຕາມບັນຊີທັງໝົດ 352 ຄົນ, ດ້ວຍບັນຍາກາດຄຶກຄື້ນ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ໂປ່ງໃສ, ສະຫງົບ, ປອດໄພ ແລະ ມີຄວາມເບີກບານມ່ວນຊື່ນ.

ສຳລັບ ຢູ່ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ມີຜູ້ຮັບສະໝັກເລືອກຕັ້ງ ເປັນ ສສຊ ຊຸດທີ X ທັງໝົດ 14 ທ່ານ, ເລືອກເອົາ 10 ທ່ານ ແລະ ຜູ້ຮັບສະໝັກເລືອກຕັ້ງ ເປັນ ສສຂ ຊຸດທີ V ປະຈຳເຂດເລືອກຕັ້ງ 11 ເມືອງ 1ນະຄອນ, ເຂດລະ 7 ທ່ານ ເລືອກເອົາ 5 ທ່ານ. ທົ່ວແຂວງຫຼວງພະບາງ, ຜູ້ມີສິດປ່ອນບັດເລືອກຕັ້ງ 299,875 ຄົນຍິງ 148,550 ຄົນ ໃນນັ້ນ, ຜູ້ທີ່ສາມາດປ່ອນບັດຢູ່ໜ່ວຍປ່ອນບັດ ໃກ້ບ້ານຂອງຕົນ ຕາມສຳມະໂນຄົວ 261,004 ຄົນ, ຍິງ 129,461 ຄົນ, ຜູ້ມີສິດປ່ອນບັດຢູ່ທ້ອງຖິ່ນອື່ນ ຕາມສຳມະໂນຄົວ 30,120 ຄົນ, ຍິງ 13,551 ຄົນ, ຜູ້ໄປເຮັດວຽກຢູ່ຕ່າງປະເທດ ຕາມສຳມະໂນຄົວ 10,196 ຄົນ, ຍິງ 5,449 ຄົນ, ຜູ້ມີສິດປ່ອນບັດຢູ່ທ້ອງຖິ່ນອື່ນ ແຕ່ຂໍໃຊ້ສິດຢູ່ພາຍໃນແຂວງ 10,027 ຄົນ, ຍິງ 3,192 ຄົນ. ເພື່ອເຮັດໃຫ້ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຄັ້ງນີ້ ບັນລຸຜົນສຳເລັດຕາມ 4 ລະດັບຄາດໝາຍ ຫຼື 400% ຄະນະກຳມະການເລືອກຕັ້ງຂັ້ນແຂວງຫຼວງພະບາງ ໄດ້ຊີ້ນຳໃຫ້ຄະນະກຳມະການເລືອກຕັ້ງແຕ່ລະຂັ້ນ ສຸມໃສ່ປຸກລະດົມໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຈົ່ງພ້ອມກັນໄປໃຊ້ສິດຂອງຕົນ ໃນການປ່ອນບັດເລືອກຕັ້ງ ໃຫ້ຄົບຕາມຈຳນວນ 100% ພ້ອມທັງສຶກສາອົບຮົມໃຫ້ຜູ້ມີສິດເລືອກຕັ້ງ ປະຕິບັດຕາມຕາມລະບຽບການເລືອກຕັ້ງ ໃຫ້ໄດ້ 100%; ການປ່ອນບັດເລືອກຕັ້ງຄັ້ງນີ້, ມີຄວາມສະຫງົບ, ມີຄວາມປອດໄພ 100%, ມີຄວາມໂປ່ງໃສ ແລະ ສຳເລັດຕາມກຳນົດເວລາ 100%.

ຂ່າວ: ຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa