ເມືອງວຽງຄຳ ແຂວງຫຼວງພະບາງ ປະກາດສ້າງຕັ້ງ 4 ຕາແສງ ຂື້ນຢ່າງເປັນທາງການ

ໃນວັນທີ 4 ກັນຍາ 2026 ນີ້, ຢູ່ສະໂມສອນໃຫຍ່ຂອງ ເມືອງວຽງຄຳ ໄດ້ຈັດພິທີປະກາດສ້າງຕັ້ງຕາແສງ 4 ຕາແສງ; ຕາແສງບ້ານແສ້; ຕາແສງຫ້ວຍເຈາະ; ຕາແສງວຽງທອງ ແລະ ຕາແສງສັນກາງ ຂື້ນຢ່າງເປັນທາງການ, ໃຫ້ກຽດເຂົ້າຮ່ວມພິທີໂດຍ: .ທ່ານ ສໍານານ ສົນທະນີ ກຳມະການປະຈຳພັກແຂວງ, ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6, ຮອງປະທານສະພາປະຊາຊົນແຂວງຫຼວງພະບາງ; ທ່ານ ສອນສັກ ສຸລິເສີມ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວຫນ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເມືອງ; ທ່ານ ຄຳສິງ ສຸດທິດາ ປະທານຄະນະກຳມະການປົກຄອງເມືອງ ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫ້ອງການອ້ອມຂ້າງເມືອງ ແລະ ບັນດາທ່ານນາຍບ້ານພາຍໃນເມືອງວຽງຄຳ ເຂົ້າຮ່ວມ.

ໃນພິທີ ຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງ ສິລະປະວັນນະຄະດີ ຂອງບ້ານແສ້, ອບ້ານໃຫຍ່ວຽງຄຳ ແລະ ຈາກນ້ອງນ້ອຍຫ້ອງອ່ານຊຸມຊົນ ເພື່ອເປັນການຕ້ອນຮັບພິທີປະກາດຕາແສງຄັ້ງນີ້, ພິເສດແມ່ນໄດ້ຮັບຟັງບົດເພງຈາກ ທ່ານ ວິໄລກອນ ສິມມາສຸກ ມາໃນບົດເພງ ທີ່ມີຊື່ວ່າ ເຊີນທ່ຽວເມືອງວຽງຄຳ ເຊິ່ງເນື້ອໃນໄດ້ຊ່ອງແສງເຖິງ ຄວາມອຸດົມສົມບູນ ແລະ ຮີດຄອງປະເພນີ້ອັນດີງາມ ຂອງຊາວເມືອງວຽງຄຳ ພວກເຮົາ.

ຈາກນັ້ນ, ທ່ານ ຄຳສິງ ສຸດທິດາ ປະທານຄະນະກຳມະການປົກຄອງເມືອງ ກໍ່ໄດ້ຂື້ນຜ່ານບົດລາຍງານ ການສ້າງຕັ້ງ 4 ຕາແສງ ຢູ່ເມືອງວຽງຄຳ ເຊິ່ງມີ: 1). ຕາແສງ ບ້ານແສ້ ປະກອບມີ 27 ບ້ານ ມີເນື້ອທີ່ທັງຫມົດ 54,987 ເຮັກຕາ ມີພົນລະເມືອງ 11,930 ຄົນ; ຍິງ 4,701 ຄົນ; 2). ຕາແສງຫ້ວຍເຈາະ ປະກອບມີ 15 ບ້ານ ມີເນື້ອທີ່ທັງຫມົດ 41,979 ເຮັກຕາ ມີພົນລະເມືອງ 6477 ຄົນ; ຍິງ 3069 ຄົນ; 3). ຕາແສງວຽງທອງ ປະກອບມີ 15 ບ້ານ ມີເນື້ອທີ່ທັງຫມົດ 71,790 ເຮັກຕາ ມີພົນລະເມືອງ 7467 ຄົນ; ຍິງ 3,372 ຄົນ; 4). ຕາແສງສັນກາງ ປະກອບມີ 15 ບ້ານ ມີເນື້ອທີ່ທັງຫມົດ 33,603 ເຮັກຕາ ມີພົນລະເມືອງ 7,846 ຄົນ; ຍິງ 3,846 ຄົນ; ທ່ານ ສອນສັກ ສຸລິເສີມ ແລະ ທ່ານ ຄໍາສິງ ສຸດທິດາ ໄດ້ໃຫ້ກຽດພັດປ່ຽນກັນຂື້ນມອບມະຕິ ແລະ ຂໍ້ຕົກລົງດັ່ງກ່າວໃຫ້ແກ່ຜູ້ທີໄດ້ຮັບການແຕ່ງຕັ້ງ ຢ່າງສົມກຽດ. ພ້ອມດຽວກັນນັ້ນ ກໍ່ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດສ້າງຕັ້ງອົງຄະນະພັກ 4 ຕາແສງ ຂອງເມືອງວຽງຄໍາ ແລະ ຜ່ານຂໍ້ຕົກລົງ ຂອງປະທານຄະນະກຳມະການປົກຄອງເມືອງ ວ່າດ້ວຍການແຕ່ຕັ້ງປະທານ; ຮອງປະທານ 4 ຕາແສງ.

ໃນຕອນທ້າຍພິທີ, ຜູ້ເຂົ້າຮ່ວມທັງໝົດໄດ້ຮັບຟັງການໂອ້ລົມ ແລະໃຫ້ທິດຊີ້ນຳອັນມີເນື້ອໃນໜັກແໜ້ນຈາກ ທ່ານ ສຳນານ ສົນທະນີ, ເຊິ່ງທ່ານໄດ້ເນັ້ນໃຫ້ຄະນະພັກ, ອົງການປົກຄອງ 4 ຕາແສງ ຈົ່ງເອົາໃຈໃສ່ຜັນຂະຫຍາຍນິຕິກໍາ, ເພີ່ມທະວີຄວາມຮັບຜິດຊອບໃນການບໍລິຫານລັດ-ບໍລິຫານເອກະສານ ເພື່ອເຮັດໃຫ້ປະຊາຊົນເຂົ້າເຖິງການບໍລິການຂອງລັດໄດ້ຢ່າງສະ ດວກ, ວ່ອງໄວ ແລະ ໂປ່ງໃສ.

ພາຍຫຼັງສິ້ນສຸດພິທີ, ບັນດາທ່ານການນໍາພັກ-ລັດຂັ້ນແຂວງ, ເມືອງ ແລະ ອົງການປົກຄອງບ້ານ ໄດ້ພ້ອມກັນເຂົ້າຮ່ວມເປີດປ້າຍສຳນັກງານຕາແສງ ຢ່າງເປັນທາງການ,ໃຫ້ກຽດເປີດໂດຍ ທ່ານ ສຳນານ ສົນທະນີ ແລະ ທ່ານ ສອນສັກ ສຸລິເສີມ ພ້ອມກັນໃຫ້ກຽດລັ່ນຂ້ອງ 9 ບາດ ເພື່ອເປັນສິລິມຸງຄຸນ ແລະ ເປັນຂີດໝາຍແຫ່ງການເປີດສຳນັກງານຄະນະກໍາມະການປົກ ຄອງ 4 ຕາແສງ ຢ່າງເປັນທາງການນັບແຕ່ວັນນີ້ເປັນຕົ້ນໄປ.


ພາບ-ຂ່າວ: ທ. ບຸນມີ ໄຊຍະກຸມມານ, ຄະນະໂຄສະນາອົບຮົມເມືອງ.
ກວດແກ້: ຄະນະໂຄສະນາອົບຮົມແຂວງ.