ພິທີໂຮມຊຸມນຸມຮັບຊົມ ແຈ້ງຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV
ຂອງພັກຄອມມູນິດຫວຽດນາມ

ໃນຕອນເຊົ້າຂອງວັນທີ 5 ກຸມພາ 2026 ທີ່ສະໂມສອນໃຫຍ່ມະຫາວິທະຍາໄລສຸພານຸວົງ ໄດ້ມີພິທີໂຮມຊຸມນຸມ ເພື່ອຮັບຊົມການຖ່າຍທອດສົດ ແຈ້ງຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກຄອມມູນິດຫວຽດນາມ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານ ປະເທດແຫ່ງ ສປປ ລາວ, ສຳລັບແຂວງ ຫຼວງພະບາງ ນຳພາໂດຍ ສະຫາຍ ຄໍາຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ ຫລວງພະບາງ, ພ້ອມດ້ວຍບັນດາສະຫາຍ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພະນັກງານກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກເໜືອ ແຂວງຫລວງພະບາງ,ມີບັນດາອະດີດຜູ້ນຳພັກ-ລັດ ຂອງແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ຈາກກອງບັນຊາການ ປກຊ-ປກສ ແຂວງ, ພ້ອມດ້ວຍພະນັກງານ ລັດຖະກອນ ຈາກພະແນກການກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມຮັບຊົມ ທີ່ເຕັມໄປດ້ວຍບັນຍາກາດແຫ່ງຄວາມປິຕິຊົມເຊີຍ ແລະ ເອກອ້າງທະນົງໃຈ.

ໃນພິທີ, ທ່ານ ທອງຈັນ ພົມມະຈັນ ຄະນະພັກ ຫົວໜ້າຂະແໜງບໍລິຫານ, ຈັດຕັ້ງ, ກວດກາ ຄະນະໂຄສະ ນາອົບຮົມແຂວງ ຫລວງພະບາງ ໃນນາມຄະນະຈັດຕັ້ງພິທີ ໄດ້ຂຶ້ນຜ່ານຈຸດປະສົງ ຂອງພິທີໃນຄັ້ງນີ້, ໂດຍປະຕິບັດຕາມແຈ້ງການເຊີນ ຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 02/ຫສພ, ແລະ ໜັງສືແຈ້ງເຊີນ ຂອງຫ້ອງວ່າການແຂວງຫລວງພະບາງ ກ່ຽວກັບການເຂົ້າຮ່ວມຊົມການຖ່າຍທອດສົດ ແຈ້ງຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກຄອມມູນິດຫວຽດນາມ.

ຈາກນັ້ນ, ຄະນະບໍລິຫານງານພັກແຂວງແຂວງຫຼວງພະບາງ ພ້ອມດ້ວຍແຂກຖືກເຊີນ ໄດ້ພ້ອມກັນຮັບຊົມການຖ່າຍທອດສົດ ພິທີດັ່ງກ່າວ, ການເຂົ້າຮ່ວມພິທີໃນຄັ້ງນີ້ ເຮັດໃຫ້ບັນດາຜູ້ແທນມີຄວາມປິຕິຊົມຊື່ນ ແລະ ສະ ແດງຄວາມຊົມເຊີຍຢ່າງສຸດຊຶ້ງຕໍ່ພິທີດັ່ງກ່າວ ຢ່າງສຸດໃຈ.



ຂ່າວ : ຄະນະໂຄສະນາອົບຮົມແຂວງຫຼວງພະບາງ