ລາວ-ຈີນ ຈັດກິດຈະກຳວັດທະນະທຳບຸນກຸດຈີນກ້າວເຂົ້າສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026

ໃນວັນທີ 4 ກຸມພານີ້ ທີ່ແຂວງຫຼວງພະບາງ, ໄດ້ຈັດກິດຈະກໍາວັດທະນະທໍາບຸນກູດຈີນກ້າວເຂົ້າສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026, ງານດື່ມນໍ້າຊາຫຼວງພະບາງ ແລະ ຖະແຫຼງຂ່າວ ເດັ່ນ 10 ຂ່າວໃນຂອບການຮ່ວມມື ແມ່ນໍ້າຂອງລ້ານຊ້າງ-ແມ່ນໍ້າຂອງ ປະຈຳປີ 2025, ໂດຍ ມີທ່ານ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ (ຄອສພ) ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ, ມີທ່ານ ຢູຢຸ້ນຊຽນ ຮອງຫົວໜ້າອົງການພິມຈຳໜ່າຍພາສາຕ່າງ ປະເທດ ຈີນ ແລະທ່ານ ຄໍາຫຼ້າ ລຽນປະດິດ ຮອງເລຂາພັກແຂວງຫຼວງພະບາງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ຄໍາມອນ ຈັນທະຈິດ ກ່າວວ່າ: ປັດຈຸບັນ ສອງປະເທດລາວ-ຈີນ ໄດ້ຮັບການຊຸກຍູ້ ສົ່ງເສີມ ແລະ ຍົກລະດັບຂຶ້ນຢ່າງຕໍ່ເນື່ອງ ການພົວພັນຮ່ວມມືໄດ້ຂະຫຍາຍກວ້າງອອກຈາກທີ່ເປັນ “ເພື່ອນບ້ານໃກ້ຄຽງ ທີ່ເປັນມິດໄວ້ເນື້ອເຊື່ອໃຈກັນ, ໝັ້ນຄົງຍາວນານ ແລະ ຮ່ວມມືກັນຮອບດ້ານ” ໄດ້ຮັບການຍົກລະດັບເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ”.
ການຮ່ວມມືດ້ານສື່ມວນຊົນ ໄດ້ເປັນພື້ນຖານສໍາຄັນ ແລະ ໜັກແໜ້ນໃຫ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ. ຊຸມປີ ມໍ່ໆມານີ້, ສື່ມວນຊົນລາວ ແລະ ອົງການສື່ມວນຊົນຈີນໃນທຸກລະດັບໄດ້ສ້າງຕັ້ງສາຍພົວພັນຮ່ວມມືທີ່ແໜ້ນແຟ້ນ ແລະ ມີປະ ສິດທິພາບສູງ, ການພົວພັນຮ່ວມມື ໄດ້ເຮັດໃຫ້ລະດັບຄວາມຊຳນານຂອງສື່ມວນຊົນລາວ ນັບມື້ຍົກສູງຂຶ້ນຢ່າງ ເດັ່ນຊັດ. ໃນນັ້ນ, ການຮ່ວມມືລະຫວ່າງສື່ມວນຊົນລາວ ແລະ ສື່ມວນຊົນແຂວງຢຸນນານ ໄດ້ຮັບການຍົກລະດັບເປັນກ້າວມາ.

ການຈັດກິດຈະກຳແລກປ່ຽນວັດທະນະທຳຮ່ວມກັນ ພາຍໃຕ້ຫົວຂໍ້: “ແມ່ນໍ້າສາຍດຽວກັນ, ກົມກຽວດັ່ງຄອບຄົວດຽວກັນ”. ພ້ອມນີ້, ກໍໄດ້ ຈັດເວທີປຶກສາຫາລືການຮ່ວມມືດ້ານສື່ມວນຊົນໃນຫົວຂໍ້ ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ອື່ນໆ, ວາລະ ສານຈຳປາ ແລະ ສື່ມວນຊົນທາງການເຊັ່ນ: ໜັງສືພິມປະຊາຊົນ ໄດ້ຮ່ວມກັນວາງແຜນການລາຍງານຂ່າວໃນຫົວຂໍ້ສະເພາະ, ສະ ຖານີໂທລະພາບແຫ່ງຊາດລາວ ໄດ້ຮ່ວມກັບສູນການສື່ສານສາກົນ ພາກພື້ນອາ ຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ແຂວງ ຢຸນນານ, ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງພະລັງງານສາກົນ ຈຳກັດ ເພື່ອເປີດຕົວລາຍການຂໍ້ມູນ-ຂ່າວສານດ້ວຍພາສາມື ສຳລັບຄົນພິການຫູໃນລາວ, ເລົ່າເລື່ອງການຮ່ວມມື ລະຫວ່າງລາວ-ຈີນ ຢ່າງມີຊີວິດຊີວາ, ສະຖານີວິທະ ຍຸ ແລະ ໂທລະພາບແຂວງຢຸນນານ ແລະ ສື່ມວນຊົນລາວ ໄດ້ຮ່ວມກັນຜະລິດ ແລະ ອອກອາກາດລາຍການຜົນງານຮູບເງົາ ແລະ ໂທລະພາບຕ່າງໆ ເຮັດໃຫ້ຊີວິດວັດ ທະນະທຳ ຂອງປະຊາຊົນສອງຝ່າຍ ມີຄວາມອຸດົມສົມບູນຂຶ້ນ.

ທ່ານ ຄໍາມອນ ຈັນທະຈິດ ຍັງໄດ້ສະເໜີໃຫ້ເພີ່ມທະວີການຮ່ວມມືດ້ານການເລົ່າເລື່ອງ, ແນະນຳໃຫ້ສື່ມວນຊົນລາວ-ຈີນ ສຸມໃສ່ຫົວຂໍ້ສຳຄັນຕ່າງໆ; ເພີ່ມທະວີການພົວພັນແລກປ່ຽນວັດທະນະທຳໃຫ້ຫຼາຍຂຶ້ນ, ສຸມໃສ່ທ່າແຮງຂອງເສັ້ນທາງລົດໄຟລາວ-ຈີນ ເພື່ອສ້າງຄວາມເຂົ້າອົກເຂົ້າໃຈ ລະຫວ່າງປະຊາຊົນສອງຊາດໃຫ້ເລິກເຊິ່ງ, ຂະຫຍາຍເນື້ອໃນການແລກປ່ຽນວັດທະ ນະທໍາກ້າວໄປຂ້າງໜ້າ, ດໍາເນີນການຮ່ວມມືຢ່າງເຕັມສ່ວນໃນຂົງເຂດຕ່າງໆ ເຊັ່ນ: ຮູບເງົາ ແລະ ໂທລະພາບ, ສຳນັກພິມ, ການ ສະແດງສິລະປະວັດທະນະທຳ ແລະ ການຄົ້ນຄວ້າທາງວິຊາການ ເພື່ອເຮັດໃຫ້ບົດບາດການຂັບເຄື່ອນຂອງທາງລົດໄຟ ລາວ-ຈີນ ຊຶ່ງເປັນເສັ້ນທາງແຫ່ງຄວາມສຸກ, ເສັ້ນທາງແຫ່ງການພັດທະນາ ແລະ ເສັ້ນທາງແຫ່ງມິດຕະພາບ ມີຄວາມໂດດເດັ່ນຍິ່ງຂຶ້ນ; ບຳ ລຸງ-ສ້າງ ຊາວໜຸ່ມທີ່ເປັນກຳລັງແຮງສຳຄັນ ຂອງຊາດໃຫ້ມີການພັດທະນາຢ່າງຮອບດ້ານ, ສືບຕໍ່ລົງເລິກການຮ່ວມມື ໃນຂົງເຂດຕ່າງໆ ເຊັ່ນ: ເຕັກໂນໂລຊີສື່ມວນຊົນ, ການບຳລຸງກໍ່ສ້າງບຸກຄະລາກອນ, ການຝຶກອົບຮົມຕາມຫົວຂໍ້ສະເພາະ ແລະ ອື່ນໆ. ກິດຈະກໍາໃນຄັ້ງນີ້, ຍັງໄດ້ເປີດກິດຈະກໍາ ແລກປ່ຽນວັດທະນະທໍາ ເນື່ອງໃນໂອກາດການສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບ ຮອບ 65 ປີ.

ຂ່າວ: ຄະນະໂຄສະນາອົບຮົບແຂວງຫຼວງພະບາງ