ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ລົງຕິດຕາມການສອບເສັງຈົບຊັ້ນມັດທະຍົມສືກສາຕອນປາຍ ມໍ7 ສົກຮຽນ 2025-2026 ທີ່ເມືອງນໍ້າບາກ.

ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ລົງຕິດຕາມການສອບເສັງຈົບຊັ້ນມັດທະຍົມສືກສາຕອນປາຍ ມໍ7 ສົກຮຽນ 2025-2026 ທີ່ເມືອງນໍ້າບາກ

ໃນວັນທີ 18 ມີຖຸນາ 2026 ຜ່ານມາ, ທ່ານນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກຳມະການປົກ ຄອງແຂວງຫຼວງພະບາງ ຜູ້ຮັບຜິດຊອບວຽກງານວັດທະນາທຳສັງຄົມ ລົງຕິດຕາມການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ຊັ້ນ ມໍ 7 ທົ່ວເມືອງນ້ຳບາກ, ມີທ່ານ ຄຳສະໝອນ ເພັດດາລາ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຜູ້ຊີ້ນຳສູນສອບເສັງຕ່າງໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ອຳນວຍການໂຮງຮຽນມັດທະຍົມສຶກສາຕອຍປາຍ ແລະ ຄູອາຈານ ເຂົ້າຮ່ວມ.

ໃນການລົງຕິດຕາມການສອບເສັງ ຄັ້ງນີ້້: ທ່ານ ຈັນທີ ແພງບົວມົນ ຫົວໜ້າຫ້ອງການສຶກສາທິການ ແລະ ກິ ລາເມືອງນ້ຳບາກ ໄດ້ລາຍງານການກະກຽມສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມໍ 7 ສົກຮຽນ 2025-2026, ທົ່ວເມືອງນ້ຳບາກ ມີໂຮງຮຽນມັດທະຍົມສຶກສາທັງໝົດ: 14 ແຫ່ງ (ເອກະຊົນ 3 ແຫ່ງ), ມັດທະຍົມສຶກສາຕອນຕົ້ນ 9 ແຫ່ງ, ມັດທະຍົມສົມບູນ 5 ແຫ່ງ; ມີນັກສອບເສັງ ຊັ້ນມໍ 7 ຈຳນວນ 343 ນ້ອງ, ຍິງ 153 ນ້ອງ; ຄະ ນະກຳມະການຍາມຫ້ອງສອບເສັງ 32 ທ່ານ; ແບ່ງອອກເປັນ 3 ສູນສອບເສັງ: ສູນສອບເສັງ ມສ ຊົນເຜົ່ານໍ້າບາກ ມີ 2 ໂຮງຮຽນ ຂຶ້ນກັບ (ມສ ນ້ຳບາກ ແລະ ມສ ຊົນເຜົ່າ), ສູນ ມສ ນ້ຳຖ້ວມ ມີ 2 ໂຮງຮຽນ ຂຶ້ນກັບ (ມສ ນໍ້າຖ້ວມ ແລະ ມສ ເທບປັນຍາ) ແລະ ສູນ ມສ ນໍ້າງາ; ວິຊາສອບເສັງ ມີ 5 ວິຊາ ຄື: ວິຊາ ພາສາລາວ – ວັນນະຄະດີ, ວິຊາວິ ທະຍາສາດ-ທໍາມະຊາດ, ວິຊາວິທະຍາສາດ-ສັງຄົມ, ວິຊາຄະນິດສາດ ແລະ ວິຊາພາສາອັງກິດ; ໄລຍະເວລາສອບເສັງ 3 ວັນ ແຕ່ວັນທີ 17-19 ພຶດສະພາ 2026.

ໂອກາດທີ່ມີຄວາມໝາຍຄວາມສໍາຄັນໃນການສອບເສັງຄັ້ງນີ້ ທ່ານນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ໄດ້ເປັນປະທານພິທີເປີດຊ່ອງຫົວບົດສອບເສັງ ຊັ້ນ ມໍ 7 ຮ່ວມກັບຄະນະລົງຕິດຕາມການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ພ້ອມທັງໄດ້ມີຄຳເຫັນໂອ້ລົມ ເຊິ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ກັບການກະກຽມການສອບເສັງຈົບຊັ້ນມັດທະຍົມສຶກສາ ຊັ້ນມໍ 7 ສົກຮຽນ 2025-2026 ເປັນໄປຕາມແຜນງານທີ່ກະຊວງສຶກສາທິການ ແລະ ກິລາວາງໄວ້, ເນັ້ນໃຫ້ຄະນະກຳມະການສອບເສັງ ເອົາໃຈໃສ່ຕໍ່ໜ້າທີ່ຄວາມຮັບຜິດຊອບ ແລະ ຈັດຕັ້ງປະຕິບັດວຽກງານໃຫ້ເປັນໄປຕາມແຜນງານທີກຳນົດໄວ້ໃຫ້ມີປະສິດທິພາບ ແລະ ຜົນສຳເລັດລົງດ້ວຍດີ.

ຂ່າວ-ພາບ: ບຸນຄົງ ສົມບຸນສີ, ຄະນະໂຄສະນາອົບຮົມເມືອງນໍ້າບາກ

ກວດແກ້: ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa