ເມືອງໂພນທອງ ແຂວງຫຼວງພະບາງ ຈັດພິທີສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ

ວັນທີ 17 ມິຖຸນາ 2026 ນີ້ ທີ່ໂຮງໝໍເມືອງໂພນທອງ ໄດ້ຈັດພິທີສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ 2026 ຂຶ້ນ ພາຍໃຕ້ຄໍາຂວັນ ໜຶ່ງຢອດເລືອດ ເພື່ອມະນຸດສະທໍາ ໃຫ້ເລືອດໃຫ້ຊີວິດ ເປັນກຽດເຂົ້າຮ່ວມຂອງທ່ານ ຝົງລໍ ດົວປໍ ຮອງປະທານຄະນະກໍາມະການປົກຄອງເມືອງໂພນທອງ, ມີຫົວໜ້າ, ຮອງຫ້ອງການ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມ.


ທ່ານ ຝົງລໍ ດົວປໍ ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ໃຫ້ກຽດກ່າວຕໍ່ພິທີສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ ວ່າ: ວຽກງານກາແດງ ແມ່ນວຽກງານໜື່ງ ທີ່ມີຄວາມສໍາຄັນ, ເປັນວຽກງານມະນຸດສະທຳ ໃນການຊ່ວຍເຫຼືອຜູ້ດ້ອຍໂອກາດ, ເຊິ່ງການຊ່ວຍເຫຼືອດ້ານມະນຸດສະທຳ ແມ່ນນໍາເອົາທຸກພາກສ່ວນສັງຄົມເຂົ້າມີສ່ວນຮ່ວມ, ຊ່ວຍຊຸກຍູ້ໜູນລັດຖະບານ, ໃນການປະຕິບັດຫຼັກການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສ້າງສະພາບແວດລ້ອມທີ່ມີຄວາມສົມດຸນ, ກົມກຽວ ແລະ ປອງດອງກັນໃນສັງຄົມ, ເພື່ອເສີມສ້າງວຽກງານໃຫ້ມີຄວາມເຂັ້ມແຂງ, ມີປະສິດທິພາບ, ປະສິດທິຜົນ, ບັນລຸເປົ້າໝາຍ, ຍືນຍົງ, ເພື່ອຮັບປະກັນການຊ່ວຍເຫຼືອດ້ານມະນຸດສະທຳໄດ້ຢ່າງທັນການ, ທົ່ວເຖິງ, ວຽກງານບໍລິຈາກເລືອດເປັນວຽກງານໜຶ່ງທີ່ນອນຢູ່ 9 ໜ້າວຽກຂອງອົງການກາແດງລາວ, ທີ່ໄດ້ມີກົດໝາຍຮັບຮອງ, ຍາມໃດ, ເວລາໃດ, ພັກ-ລັດຖະບານລາວ ນັບແຕ່ຂັ້ນສູນກາງ ຮອດທ້ອງຖິ່ນ ກໍ່ໄດ້ໃຫ້ຄວາມສໍາຄັນ ໃນການສົ່ງເສີມການບໍ ລິຈາກເລືອດແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ, ເພື່ອຊ່ວຍຊີວິດຂອງເພື່ອນມະນຸດດ້ວຍກັນ ທຸກໆປີໃນວັນທີ 14 ມິຖຸນາ, ປະເທດຕ່າງໆ ໃນທົ່ວໂລກໄດ້ສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ, ເປັນວັນອຸທິດຕົນເພື່ອ ຜູ້ບໍລິ ຈາກເລືອດທີ່ສະໝັກໃຈປະກອບສ່ວນບໍລິຈາກເລືອດຂອງຕົນ, ເລືອດແມ່ນມີຄວາມສໍາຄັນຕໍ່ຊີວິດ, ບໍ່ສາມາດເອົາສານອື່ນມາທົດແທນໄດ້ ມີແຕ່ເລືອດຂອງມະນຸດເຮົາເທົ່ານັ້ນທີ່ຈະບໍລິຈາກຊ່ວຍຊີວິດເພື່ອນມະນຸດດ້ວຍກັນໄດ້, ປະຈຸບັນຍັງບໍ່ມີໂຮງງານ ຫຼື ວິທີການອັນໃດທີ່ຈະຜະລິດເລືອດໄດ້ເທື່ອ, ໂດຍສະເພາະແມ່ນການຊ່ວຍຊີວິດແກ່ແມ່ຍິງທີ່ໃນເວລາຖືພາ-ທາງທ້ອງ ແລະ ການເກີດລູກ, ພະຍາດເລືອດຈາງທີ່ຮ້າຍແຮງ, ເປັນພະຍາດມາແຕ່ກຳເນີດ. ການຕອບສະຫນອງເລືອດຍັງມີບົດບາດສໍາຄັນໃນການຕອບໂຕ້ສຸກເສີນ, ຊ່ວຍປິ່ນປົວຜູ້ບາດເຈັບຈາກໄພທຳມະຊາດ, ອຸປະຕິເຫດອື່ນໆ ທີ່ເກີດຂື້ນ.

ຂ່າວ: ສົມເພັດ ໄຊມີກອນ, ຄະນະໂຄສະນາອົບຮົມເມືອງ
ກວດແກ້: ຄະນະໂຄສະນາອົບຮົມແຂວງ