ເຊື່ອມຊືມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ
ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ

ວັນທີ 27 ມີນາ 2026 ຢູ່ຫ້ອງປະຊຸ່ມໃຫຍ່ຂອງເມືອງໄດ້ຈັດຕັ້ງພິທີ ເຊຶ່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ໂດຍໃຫ້ກຽດເປັນປະທານ ຂອງສະຫາຍ ພົຈວ ຕູ່ຊົງ ປັດໃຈ, ຄະນະປະຈໍາພັກແຂວງ, ຫົວໜ້າກອງບັນຊາການ ປ້ອງກັນຄວາມສະ ຫງົບ ແຂວງຫຼວງພະບາງ ມີຄະນະປະຈຳພັກເມືອງ, ຄະນະພັກ, ຫົວໜ້າຫ້ອງການ, ກົມກອງ, ສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ, ລັດວິສາຫະກິດ, ພະນັກງານອາວຸໂສບຳນານ ແລະ ນາຍບ້ານ 10 ບ້ານເທດສະບານເມືອງເຂົ້າຮ່ວມ.

ພິທີ ທ່ານ ບຸນທັນ ຈັນທະສັກ ຄະນະປະຈຳພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ໄດ້ເຜີຍແຜ່ເອ ກະສານມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໂດຍປະຕິບັດຕາມຄຳຂວັນຂອງກອງປະຊຸມໃຫຍ່
‘‘ຍົກສູງບົດບາດການນຳພາ ທີ່ເຂັ້ມແຂ່ງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະ ບອບປະ ຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ້ສັງຄົມນິຍົມ” ທ່ານ ຄໍາສະໝອນ ເພັດດາລາ ຮອງເລຂາພັກເມືອງຂຶ້ນເຜີຍແຜ່ເອກະສານບົດລາຍງານການເມືອງ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IX ຂອງອົງຄະນະພັກແຂວງ

ຈາກນັ້ນ, ສະຫາຍ ອາຄົມ ສັນຕິສຸກ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ ເຜີຍແຜ່ເອກະ ສານ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ຂອງແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X 2026-2030.

ໃນຕອນທ້າຍພິທີສະຫາຍ ພົຈວ ຕູຊົງ ປັດໃຈ ຄະນະປະຈໍາພັກແຂວງ, ຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ມີຄຳເຫັນ ແລະ ເນັ້ນຫນັກຫຼາຍບັນຫາສຳຄັນ ໃຫ້ຄະນະກຳມະການປົກຄອງເມືອງ ເອົາໃຈໃສ່ພັດທະນາບຸກຄະລາກອນ ແລະ ປັບປຸ່ງລະບົບການຈັດຕັ້ງໃຫ້ແທດເໝາະ, ສອດຄອ່ງກັບໜ້າທີ່ວຽກງານທີ່ຮັບຜິດຊອບ; ສົ່ງເສີມການຜະ ລິດເປັນສິນຄ້າ ແລະ ຂະຫຍາຍການປູກພືດເສດຖະກິດ ເປັນຕົ້ນແມ່ນຢາງພາລາ; ເພີ່ມທະວີການມາປະຈຳການຂອງພະ ນັກງານລັດຖະກອນ ຕາມໜ້າທີ່ການເມືອງຂອງແຕ່ລະສະຫາຍ, ຫຼຸດຜອນການຫຼິ້ນກິນຝຸ່ມເຝື່ອຍ, ຍົກສູງວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃຫ້ໜັກແໜ້ນ ແລະ ເຂັ້ມແຂງ.

ຂ່າວ ຄະນະໂຄສະນາອົບຮົມເມືອງນໍ້າບາກ
ກວດແກ້: ຄະນະໂຄສະນາອົບຮົມແຂວງ