ເມືອງຈອມເພັດຈັດກອງປະຊຸມຖອດຖອນບົດຮຽນ ບັ້ນປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ V

ເມືອງຈອມເພັດຈັດກອງປະຊຸມຖອດຖອນບົດຮຽນ ບັ້ນປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ V

ໃນຕອນແລງຂອງວັນທີ 24 ມີນາ 2026 ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຖອດຖອນບົດຮຽນບັ້ນປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ V ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ແກ້ວລາ ມະນີຈິດ ສະມາຊິກສະພາປະຊາຊົນແຂວງ, ປະທານສະພາປະຈໍາເຂດເລືອກຕັ້ງເມືອງຈອມເພັດ,

ມີບັນດາການນຳຂອງເມືອງ, ຄະນະອານຸກຳມະການເລືອກຕັ້ງ ແລະ ຄະ ນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ 79 ໜ່ວຍພາຍໃນເມືອງເຂົ້າຮ່ວມ ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບຜົນສຳເລັດຂອງການດຳເນີນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ V ຢູ່ເຂດເລືອກຕັ້ງເມືອງຈອມເພັດ, ເຊີ່ງມີຈຳນວນໜ່ວຍປ່ອນບັດທັງໝົດ 79 ໜ່ວຍ, ຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 25,303 ຄົນ, ຍິງ 10,867 ຄົນ, ຈຳນວນຜູ້ມາໃຊ້ສິດປ່ອນບັດເລືອກຕັ້ງທັງໝົດ  24,859 ຄົນ, ຍິງ 10,736 ຄົນ,

ການດຳເນີນການເລືອກຕັ້ງ ໃນວັນທີ 22 ກຸມພາ 2026 ແມ່ນສາມາດຮັບປະ ກັນໃຫ້ຜູ້ມີສິດປ່ອນບັດອອກມາໃຊ້ສິດໄດ້ 100%, ຮັບປະກັບບໍ່ໃຫ້ມີບັດຕາຍ 100%, ສະພາບການໂດຍລວມພາຍໃນເມືອງ ກໍຄືແຕ່ລະໜ່ວຍປ່ອນບັດເລືອກຕັ້ງມີຄວາມສະຫງົບປອດໄພ 100% ແລະ ສາມາດລາຍງານຜົນງານການເລືອກຕັ້ງໄດ້ຢ່າງຖືກຕ້ອງ, ວ່ອງໄວ ແລະ ຊັດເຈນ 100%,

ໃນໂອກາດນີ້ຜູ້ເຂົ້າຮ່ວມກອງປະຊຸມແຕ່ລະພາກສ່ວນໄດ້ປະກອບຄຳຄິດຄຳເຫັນປຶກສາຫາລື ແລກປ່ຽນບົດຮຽນຕົວຈິງຈາກພື້ນຖານ, ບັນຫາທີ່ພົບພໍ້ ແລະ ວິທີການແກ້ໄຂ ເພື່ອສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຕົວຈີງ,

ໂອກາດດຽວກັນ ຍັງໄດ້ຮັບຟັງການຜ່ານຮ່າງຂໍ້ຕົກລົງ ຂອງປະທານຄະນະກຳມະການປົກຄອງເມືອງຈອມເພັດ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດ ຊອບຊີ້ນໍາລວມ ແລະ ຄະນະອານຸກຳມະການຈັດງານບຸນປີໃໝ່ລາວ ພສ 2569, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລົງກວດກາສະຖານທີ່ສ້າງຫ້ອງການຕາແສງພາຍໃນເມືອງຈອມເພັດ ແລະ ຜ່ານຄໍາແນະນຳກ່ຽວກັບການສ້າງຕັ້ງຕາແສງ ສະບັບເລກທີ່ 431/ຄຈສພ, ລົງວັນທີ 17 ຕຸລາ 2025, ແຈ້ງການສະບັບເລກທີ 199/ຄຈຂ-ຫຼບ, ລົງວັນທີ 18 ທັນວາ 2025 ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາການສ້າງຕັ້ງຕາ ແສງ ແລະ ກອງເລຂາຊ່ວຍວຽກຕື່ມອີກ.

ຂ່າວ:  ພັນທະລີ ສຸກຂະເສີມ, ຄະນະໂຄສະນາອົບຮົມເມືອງ

ກວດແກ້: ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa