ເມືອງຈອມເພັດ ແຂວງຫຼວງພະບາງ ສໍາເລັດປາຖະກະຖາ 2 ວັນປະຫວັດສາດ

ເມືອງຈອມເພັດ ແຂວງຫຼວງພະບາງ ສໍາເລັດປາຖະກະຖາ 2 ວັນປະຫວັດສາດ

ວັນທີ 19 ມີນາ 2026 ນີ້,  ຢູ່ສະໂມສອນ ຂອງເມືອງຈອມເພັດ ແຂວງຫຼວງພະບາງ ສໍາເລັດປາຖະກະຖາວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊິວິດ ເພື່ອປະເທດຊາດ ຄົບຮອບ 80 ປີ ແລະ ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 71 ປີ, ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ນາງ ສົມສະໝອນ ຄຳສຸກສະຫວັດ,  ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງ ເມືອງ,  ມີຄະນະປະຈໍາ-ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກໍາລັງ ປກຊ, ປກສ, ພະນັກງານອາວຸໂສບຳນານ ຕະຫຼອດຮອດສະມາຊິກພັກ-ພະນັກງານລັດຖະກອນ ແລະ ເລຂາພັກບ້ານອ້ອມຂ້າງເທດສະບານເມືອງເຂົ້າຮ່ວມ.

ໃນພິທີ ທ່ນປະທານ ໄດ້ຫວນຄືນມູນເຊື້ອວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ, ກ່ອນໜ້ານີ້ 80 ປີ ຄື: ວັນທີ 21 ມີນາ ປີ 1946 ເປັນວັນທີ່ພວກຈັກກະພັດລ່າເມືອງຂຶ້ນ ໄດ້ສ້າງໂສກນາດຕະກໍາໃຫ້ແກ່ປະຊາຊົນລາວ, ເຫດການສຳຄັນທີ່ຄົນລາວບໍ່ອາດລືມໄດ້ ນັ້ນແມ່ນເຫດການທີ່ນັກຮົບປ້ອງກັນຕົວເມືອງທ່າແຂກແຂວງຄໍາມ່ວນ, ບັນດານັກຮົບພິລະອາດຫານ ໄດ້ອຸທິດຕົນເສຍສະລະເລືອດເນື້ອ ແລະ ຊີວິດ ເພື່ອຕໍ່ສູ້ຕ້ານພວກຈັກ ກະພັດຕ່າງດ້າວທີ່ເຂົ້າມາຮຸກຮານ ແລະ ຢຶດຄອງລາວ, ເຮັດໃຫ້ບັນດານັກຮົບປະຕິວັດຫຼາຍທ່ານໄດ້ຮັບບາດເຈັບເສຍອົງຄະ ແລະ ເສຍຊີວິດ ເຫດການຄັ້ງນັ້ນ, ພວກລ່າເມືອງຂຶ້ນແບບເກົ່າ ໄດ້ເຂັ່ນຂ້າປະຊາຊົນລາວ ຜູ້ບໍລິສຸດ ດ້ວຍວິທີທີ່ໂຫດຫ້ຽມ ໂຫດຮ້າຍປ່າເຖື່ອນ ເຮັດໃຫ້ມີຜູ້ບາດເຈັບ ແລະ ເສຍຊີວິດເປັນຈຳນວນຫຼວງຫຼາຍ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ຍັງເປັນວັນສາມັກຄີຕໍ່ສູ້ດ້ວຍເລືອດເນື້ອເປັນຕາຍນໍາກັນລະຫວ່າງ 2 ຊາດລາວ-ຫວຽດນາມ ອ້າຍນ້ອງ ທີ່ໄດ້ພ້ອມກັນຕໍ່ສູ້ຢ່າງພິລະອາດຫານ ບໍ່ຍອມຈຳນົນ ຕ້ານພວກຈັກກະພັດຕ່າງດ້າວ ທີ່ເຂົ້າມາຮານລາວ  ເປັນວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ.

ຈາກນັ້ນ, ປະທານຍັງໄດ້ສືບຕໍ່ເລົ່າມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອແຫ່ງການຕໍ່ສູ່ປົດປ່ອຍປະເທດຊາດ ແລະ ການນຳພາ-ຊີ້ນຳ ອັນສະຫຼາດສ່ອງໃສຂອງພັກ ໃນໄລຍະຜ່ານມາ ຈົນຮອດປັດຈຸບັນ ຊຶ່ງພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ຢູ່ເຂດຖານທີ່ໝັ້ນປະຕິວັດແຂວງຫົວ ພັນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາພາສູງສຸດຂອງພັກ, ໄດ້ກໍາເນີດຂຶ້ນທາມກາງແປວໄຟຂອງສົງຄາມ, ຕໍ່ຕ້ານຈັກກະພັດຜູ້ຮຸກຮານ ແລະ ລູກມືປະຕິການຂາຍຊາດຢ່າງດຸເດືອດຂ້ຽວຂາດ,  ພັກໄດ້ນຳພາປວງຊົນລາວທັງຊາດ ປົດປ່ອຍປະເທດຊາດ, ຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານ, ນຳເອົາຄວາມເປັນເອກະລາດ, ອິດສະຫຼະ ພາບ, ສິດເປັນເຈົ້າຂອງປະເທດຊາດອັນແທ້ຈິງມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ, ສາມາດລຶບລ້າງລະ ບອບສັກດີນາ ແລະ ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ນັບແຕ່ນັ້ນມາ ປະຊາຊົນລາວບັນດາເຜົ່າ ໄດ້ກາຍເປັນເຈົ້າຂອງປະເທດຊາດ ທີ່ມີເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ພັກເຮົາໄດ້ກາຍເປັນພັກກໍາອໍານາດ, ເປັນແກນນໍາໃນລະບົບການເມືອງ ແລະ ນໍາພາທົ່ວສັງຄົມ ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ປະເທດຊາດ ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດ, ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການປັບປຸງ ຍົກລະດັບດີຂຶ້ນເປັນກ້າວໆ.

ພາບ-ຂ່າວ: ທ.ພັນທະລີ ສຸກຂະເສີມ, ຄະນະໂຄສະນາອົບຮົມເມືອງ

ກວດແກ້: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa