ເມືອງນ້ຳບາກ ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ແລະ ວັນນັກຮົບເສຍອົງຄະ ແລະ ວັນນັກຮົບເສຍຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ.

ເມືອງນ້ຳບາກ ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ

ແລະ ວັນນັກຮົບເສຍອົງຄະ ແລະ ວັນນັກຮົບເສຍຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ

ວັນທີ 24 ມີນາ 2026 ນີ້ ເມືອງນ້ຳບາກ ແຂວງຫຼວງພະບາງ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະ ຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ( 22 ມີນາ ປີ1955 ຫາ 22 ມີນາ 2026 ), ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 ຫາ 21 ມີນາ 2026), ຂື້ນຢູ່ທີ່ສະໂມ ສອນຂອງເມືອງ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ພ້ອມທັງປາຖະກະຖາຂອງ ສະຫາຍ, ຄຳສະໝອນ ເພັດດາ ລາ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ມີບັນດາສະຫາຍ ຄະນະປະຈໍາພັກ, ກຳມະການພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານອາວຸໂສບຳນານ, ສອງກອງບັນຊາການ ທະຫານ-ຕຳຫຼວດ, ຕະຫຼອດຮອດພະ ນັກງານລັດຖະກອນເຂົ້າຮ່ວມຮັບຟັງ.

ໃນພິທີສະຫາຍ ໄດ້ຍົກໃຫ້ເຫັນປະຫວັດການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນ ປະ ຕິວັດລາວວ່າ: ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ໂດຍການສືບທອດພາ ລະກິດຈາກພັກຄອມມູນິດອິນດູຈີນ ເຊິ່ງແມ່ນປະທານ ໄກສອນ ພົມວິຫານ ເປັນຫຼັກແຫຼ່ງ ໃນການນໍາພາກໍ່ຕັ້ງ, ພັກໄດ້ຖືເອົາລັດທິມາກ-ເລນິນ ສົມທົບໃສ່ພາກປະຕິບັດຕົວຈິງຂອງການປະຕິວັດລາວເປັນພື້ນຖານແຫ່ງຄວາມຄິດແລະເປັນເຂັ້ມຊີ້ທິດເຍືອງທາງໃຫ້ແກ່ການນຳພາຂອງພັກ. ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນພັກໄດ້ນໍາພາກອງທັບ ແລະ ປະຊາຊົນລາວບັນດາເຜົ່າຕໍ່ສູ້ ເພື່ອພາລະກິດປົດປ່ອຍຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ຢ່າງພິລະອາດຫານ ຈົນສາມາດນໍາພາກອງທັບ ແລະ ປະຊາຊົນລາວສໍາເລັດການປະຕິວັດຊາດ ປະຊາທິປະໄຕ ແລະ ສະຖາ ປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ ນັບຕັ້ງແຕ່ນັ້ນມາ, ປະຊາຊົນລາວໄດ້ກາຍມາເປັນເຈົ້າຂອງປະເທດຊາດທີ່ມີເອກະລາດ, ອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນ. ປະເທດຊາດໄດ້ກ້າວເຂົ້າສູ່ຍຸກໃໝ່ຂອງການພັດທະນາທີ່ຈະເລີນຮຸ່ງເຮືອງ; ເສດຖະກິດສືບຕໍ່ເຕີບໂຕ, ຊີວິດຂອງປະຊາຊົນໄດ້ຮັບການປັບປຸງຢ່າງດີຂຶ້ນ, ການຮ່ວມມືກັບປະຊາຄົມໂລກໄດ້ຂະຫຍາຍອອກໄປ, ແລະ ບົດບາດ ແລະ ອິດທິພົນຂອງພັກ ແລະ ປະ ເທດຊາດໄດ້ຮັບການຢືນຢັ້ນ ແລະ ໄດ້ຮັບການຍົກຍ້ອງຢ່າງສູງໃນເວທີພາກພື້ນ ແລະ ສາກົນ.

ພ້ອມນັ້ນໄດ້ໃຫ້ກຽດປາຖະກະຖາ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບອຮອບ 80 ປີ ໂດຍຍົກໃຫ້ເຫັນປະຫວັດຄວາມເປັນມາການກຳເນີດບັ້ນຮົບປ້ອງກັນຕົວເມືອງທ່າແຂກ; ສະພາບ ແລະ ການກະກຽມການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າຂອງໜ່ວຍພັກເມືອງທ່າແຂກ; ເຫດການ ແລະ ການຕໍ່ ສູ້ຢ່າງພິລະອາດຫານຂອງທະຫານ ແລະ ປະຊາຊົນຢູ່ເມືອງທ່າແຂກ ຍ້ອນການກະທໍາທີ່ໄຮ້ມະນຸດສະທໍາ ແລະ ໂຫດຮ້າຍປ່າເຖື່ອນຂອງພວກລ່າເມືອງຂຶ້ນແບບເກົ່າຜູ້ຮຸກຮານ ວັນທີ 21 ມີນາ ຈຶ່ງກາຍເປັນວັນຄຽດແຄ້ນຂອງປະ ຊາຊົນລາວ. ການຈັດຕັ້ງປາຖະກະຖາຄັ້ງນີ້ກໍເພື່ອເຮັດໃຫ້ຄະນະພັກ-ຄະນະນຳ, ພະນັກງານ, ສະມາຊິກພັກ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ມີຄວາມຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບວັນສຳຄັນດັ່ງ ກ່າວ ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ລັດ, ຕໍ່ປະເທດຊາດ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ແລະ ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ພ້ອມກັນນໍາເອົາມູນເຊື້ອອັນດີງາມຂອງພັກປະຊາຊົນປະຕິວັດລາວນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນແຕ່ລະຂົງເຂດວຽກງານໃຫ້ມີຜົນສໍາເລັດສູງສຸດ.

ຂ່າວ: ຄະນະໂຄສະນາອົບຮົມເມືອງນໍ້າບາກ

ກວດແກ້: ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa