ເມືອງນໍ້າບາກຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 65 ປີ.

ເມືອງນໍ້າບາກຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 65 ປີ

ໃນຕອນເຊົ້າຂອງວັນທີ 7 ເມສາ 2026 ເວລາ6:00-7:00 ການນຳພັກ-ລັດ ແລະ ກຳລັງ ປກຊ-ປກສ ເມືອງນໍ້າບາກ ໄດ້ນຳເອົາກະຕາດອກໄມ້ເຂົ້າວາງຢູ່ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ, ເວລາ 8:00-11:00 ໄດ້ຈັດພິທີປາ ຖະກະຖາ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 65 ປີ.

ໃນພິທີ ສະຫາຍ ຄຳສະໝອນ ເພັດດາລາ ຮອງເລຂາພັກເມືອງ ໃຫ້ກຽດເລົ່າມູນເຊື້ອ ແລະ ຄວາມເປັນມາ ຂອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ, ການເຕີບໃຫຍ່ຂະຫຍາຍຕົວ, ຜົນງານ ແລະ ໄຊຊະນະແຕ່ລະໄລຍະຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໂດຍມີເນື້ອໃນສຳຄັນບາງຕອນວ່າ: ພັກ-ລັດໄດ້ຕົກລົງກໍານົດເອົາວັນທີ 5 ເມສາ 1961 ເປັນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຕາມດຳລັດສະບັບເລກທີ 277/ນຍ, ລົງວັນທີ 1 ກັນຍາ 2005 ເຊິ່ງມາຮອດວັນທີ 5 ເມສາ 2026 ພໍດີຄົບຮອບ 65 ປີ,

ການກໍາເນີດຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ແມ່ນມີຄວາມໝາຍສໍາຄັນທາງດ້ານການເມືອງອັນໃຫຍ່ຫຼວງ ໃນປະຫວັດສາດຂອງຊາດລາວ; ນັບແຕ່ມື້ສ້າງຕັ້ງ, ກໍາລັງປ້ອງກັນຄວາມສະ ຫງົບ ໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່ຄື: ຕໍາຫຼວດຕ້ອງຮູ້ເຮັດວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນ ນະບົດ; ຕໍາຫຼວດຕ້ອງຮູ້ເຮັດວຽກງານສືບຂ່າວກໍາສະພາບການ; ຕຳຫຼວດຕ້ອງຮູ້ກົດໝາຍພາຍໃນ ແລະຕ່າງປະເທດ; ພ້ອມດຽວກັນນັ້ນ, ກຳລັງປ້ອງກັນຄວາມສະຫງົບ ຍັງໄດ້ເຄື່ອນໄຫວປ້ອງກັນ, ຝຶກແອບຮໍ່າຮຽນ, ປັບປຸງກໍາລັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງດ້ວຍການສ້າງພະລາທິການກັບທີ່, ທັງຂົນຂວາຍ, ກໍ່ສ້າງຮາກຖານ ເຊິ່ງໄດ້ຮັບຄວາມຮັກແພງ, ອູ້ມຊູຊ່ວຍເຫຼືອຈາກປະຊາຊົນບັນດາເຜົ່າຕະຫຼອດມາ; ເຖິງວ່າໃນເບື້ອງຕົ້ນກໍາລັງເຮົາຍັງອ່ອນນ້ອຍ, ການປະກອບອາວຸດ, ພາຫະ ນະຫຼ້າສະໄໝ, ລະດັບເຕັກນິກວິທະຍາສາດບໍ່ທັນສູງ, ແຕ່ຍ້ອນຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ, ກຳລັງ ປກສ ໄດ້ເດັດດ່ຽວເສີມຂະຫຍາຍນໍ້າໃຈຮັກຊາດ, ການປະກອບອາວຸດ, ພາຫະນະຫຼ້າສະໄໝ, ລະດັບເຕັກນິກວິທະຍາສາດບໍ່ທັນສູງ, ແຕ່ຍ້ອນຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ, ກຳລັງ ປກສ ໄດ້ເດັດດ່ຽວເສີມຂະຫຍາຍນໍ້າໃຈຮັກຊາດ, ຮັກຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນອຸດົມຮັ່ງມີ ແລະ ຄົບຖ້ວນຂອງຕົນ, ບໍ່ຍອມເປັນຂ້ອຍຂ້າໃຫ້ແກ່ຊາດອື່ນ ໄປພ້ອມກັບກອງທັບ ປະຊາຊົນບັນດາເຜົ່າ ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດພາຍນອກ ແລະ ລູກແຫຼ້ງຕີນມືຂາຍຊາດ.

ຕະຫຼອດ 65 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງກຳລັງ ປກສ, ພາຍໃຕ້ການນໍາພາເດັດຂາດ ໂດຍກົງ ແລະຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫຼວງ ໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ; ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາ ຊົນ ປະຕິວັດລາວ, ກຳລັງ ປກສ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວໃນການປະຕິບັດໜ້າທີ່ການເມືອງ, ທັງປະສານສູ້ຮົບຢ່າງພິ ລະອາດຫານ, ອອກແຮງປັບປຸງ, ກໍ່ສ້າງກໍາລັງຂອງຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນລໍາດັບມາ; ໄດ້ເຮັດຫຼ້ອນໜ້າທີ່ອັນໃຫຍ່ຫຼວງທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ ເຊິ່ງເປັນພື້ນຖານອັນໜັກແໜ້ນໃຫ້ການປັບປຸງກຳລັງປະກອບອາ ວຸດ ກ້າວສູ່ແບບແຜນທີ່ທັນສະໄໝ ເພື່ອອະນາຄົດອັນສົດໃສຂອງປະເທດຊາດ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອ, ຜົນງານທີ່ຍາດມາໄດ້ ແລະ ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດໜ້າທີ່ການເມືອງໃຫ້ມີໝາກຜົນດີກວ່າເກົ່າ, ນໍາພາກໍາລັງພວກເຮົາກ້າວຂຶ້ນ ສ້າງທ່ວງທ່າໃໝ່ຢ່າງໜັກແໜ້ນ.

ໃນທ້າຍພິທີ, ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ປະກອບມີ: ພັນຕີ ຂຶ້ນພັນໂທຈຳນວນ 7 ສະຫາຍ, ຮ້ອຍຕີຂຶ້ນຮ້ອຍໂທ ຈຳນວນ 5 ສະຫາຍ ແລະ ໄດ້ມອບກະຕາຂອງຂວັນໃຫ້ການນຳເມືອງ, ອາດີດການນຳ ປກສ ເມືອງ.

ພາບ-ຂ່າວ: ທ.ອ່ອນຈັນ ແກ້ວມະນີພອນ, ຄະນະໂຄສະນາອົບຮົມເມືອງ

ກວດແກ້: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa