ຈັດພິທີ ປະກາດອົງການປົກຄອງບ້ານ ເຂັ້ມແຂງໜັກແໜ້ນ ຈຳນວນ 4 ບ້ານ

ວັນທີ 15 ພຶດສະພາ 2026 ຜ່ານມານີ້ ເມືອງວຽງຄໍາ ແຂວງຫຼວງພະບາງ ຈັດພິທີ ປະກາດອົງການປົກຄອງບ້ານ ເຂັ້ມແຂງໜັກແໜ້ນ ຈຳນວນ 4 ບ້ານ ຄື: ບ້ານດອນແກ້ວ, ບ້ານວັງຄຳ, ບ້ານພູແກ້ວ ແລະ ບ້ານຫ້ວຍທອງ ຢູ່ທີ່ຫ້ອງປະຊຸມຂອງ ບ້ານດອນແກ້ວ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ຄຳສິງ ສຸດທິດາ ປະທານຄະນະກຳມະ ການປົກຄອງເມືອງວຽງຄຳ, ມີທິມງານຂອງເມືອງ, ອົງການປົກຄອງບ້ານ 4 ບ້ານ, ຕະຫຼອດຮອດພໍ່ແມ່ປະຊາຊົນບ້ານດອນແກ້ວເຂົ້າຮ່ວມ.

ໃນພິທີ ຕາງໜ້າຄະນະຈັດຕັ້ງເມືອງກໍ່ໄດ້ຂື້ນຜ່ານ ບົດລາຍງານການຈັດຕັ້ງປະຕິບັດ ການສ້າງບ້ານເຂັ້ມແຂງໜັກແໜ້ນ ແລະ ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງເມືອງ ເລກທີ 129/ຄປມ ວ່າດ້ວຍການຮັບຮອງ 4 ບ້ານ ເປັນບ້ານໜັກແໜ້ນເຂັ້ມແຂງ
ໃນພິທີ ປະທານຄະນະກຳມະການປົກຄອງເມືອງ ຍັງໄດ້ຍົກໃຫ້ເຫັນໄດ້ຄວາມໝາຍຄວາມສໍາຄັນ ໃນການສ້າງບ້ານເຂັ້ມແຂງໜັກແໜ້ນ, ຄະນະພັກ, ອໍານາດການປົກຄອງເມືອງ ກໍ່ໄດ້ມີທິດທາງໃນການຊີ້ນໍາ-ນໍາພາເມືອງວຽງຄໍາ ດໍາເນີນການສ້າງບ້ານເຂັ້ມແຂງ ໜັກແໜ້ນ ຕະຫຼອດມາ ດ້ວຍຄວາມຮັບຜິດຊອບສູງຂອງຄະນະໜ່ວຍພັກ, ອຳນາດການປົກຄອງ ຕະຫຼອດເຖິງປະຊາຊົນພາຍໃນບ້ານ ເຊິ່ງໄດ້ພ້ອມກັນຈັດຕັ້ງປະຕິບັດບັນດາເນື້ອໃນ, ບາດ ກ້າວຂອງການສ້າງບ້ານເຂັ້ມແຂງ ໜັກແໜ້ນ ໂດຍສະເພາະແມ່ນພ້ອມກັນຊີ້ນໍາ-ນໍາພາ ແລະ ຈັດຕັ້ງປະຕິບັດບັນດາ ແຜນການສ້າງບ້ານເຂັ້ມແຂງ ໜັກແໜ້ນ ທີ່ໄດ້ວາງໄວ້ ອັນໄດ້ເຮັດໃຫ້ບ້ານ ສາມາດບັນລຸໄດ້ 9 ມາດຖານຂອງບ້ານເຂັ້ມແຂງ ໜັກແໜ້ນ ທີ່ໄດ້ກຳນົດໄວ້ ໃນຂໍ້ຕົກລົງ ຂອງລັດຖະມົນຕີກະຊວງພາຍໃນ ເລກທີ 51/ພນ ແລະໄດ້ຖືກຮັບຮອງ ໃຫ້ເປັນບ້ານເຂັ້ມແຂງໜັກແໜ້ນ.

ໃນຕອນທ້າຍ ປະທານ ຍັງໄດ້ເນັ້ນໃຫ້ຄະນະບ້ານຕ້ອງໄດ້ເອົາໃຈໃສ່ໃນການສຶກສາອົບຮົມດ້ານແນວຄິດ – ການເມືອງ ໃຫ້ອົງການຈັດຕັ້ງ, ພໍ່ແມ່ປະຊາຊົນຢູ່ພາຍໃນຄວາມຮັບຜິດຊອບຂອງຕົນ ໃຫ້ກ້ວາງຂວາງ, ທົ່ວເຖິງ, ດ້ວຍຫຼາຍຮູບການ, ຫຼາຍວິທີການ, ເຮັດເປັນປົກກະຕິ, ເອົາໃຈໃສ່ໃນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ, ເສີມຂະຫຍາຍ, ປົກປັກຮັກສາຮິດຄອງປະເພນີອັນດີງາມຂອງບ້ານ ແລະ ຂອງເຜົ່າໃຫ້ຍືນຍົງ, ປັບປຸງແບບແຜນການເຮັດວຽກ, ແບບແຜນການຊີ້ນໍາ-ນໍາພາຂອງຄະນະບ້ານ ແລະ ການຈັດຕັ້ງບ້ານ ທີ່ຍັງບໍ່ທັນສອດຄ່ອງແທດເໝາະກັບເງື່ອນໄຂຕົວຈິງຂອງທ້ອງຖິ່ນ, ຕ້ອງເຊື່ອມຊຶມ ແລະ ກຳແໜ້ນບັນດາເນື້ອໃນຈິດໃຈເອກະສານກ່ຽວກັບການບໍລິຫານບ້ານເປັນຕົ້ນ ແມ່ນປະຕິບັດສິດໜ້າທີ່ຕາມພາລະບົດບາດ 5 ໜ່ວຍງານຂອງອົງການປົກຄອງບ້ານທີ່ນອນຢູ່ໃນຂໍ້ຕົກລົງ ເລກທີ 649/ພນ, ມີການແບ່ງວຽກງານກັນຮັບຜິດຊອບຕາມ 5 ໜ່ວຍງານຢ່າງລະອຽດຈະ ແຈ້ງ ແລະ ຄະນະບ້ານຕ້ອງສ້າງຄວາມເຂັ້ມແຂງໃຫ້ທຸກພາກສ່ວນພາຍໃນບ້ານ, ມີແບບແຜນວິທີເຮັດວຽກທີ່ດີ, ມີແບບແຜນການດໍາລົງຊີວິດ, ປະຕິບັດໜ້າທີ່ວຽກງານຢ່າງລວມສູນ ປະຊາທິປະໄຕ, ເພາະວ່າຄວາມ ສາມັກຄີແມ່ນມີຄວາມສໍາຄັນຕໍ່ການປະຕິບັດວຽກງານ ດັ່ງຄໍາເວົ້າທີ່ວ່າ “ຄວາມສາມັກຄີແມ່ນ ບໍ່ເກີດແຫ່ງຜົນສໍາເລັດ” ໃນໂອກາດດຽວກັນນີ້ ປະທານ ກໍ່ໄດ້ມອບໃບຢັ້ງຢືນ ໃຫ້ 4 ບ້ານດັ່ງກ່າວຕື່ມອີກ.

ຂ່າວ: ທ. ບຸນມີ ໄຊຍະກຸມມານ ຄະນະໂຄສະນະອົບຮົມເມືອງ
ກວດແກ້: ທ. ບຸນທະວີ ສົມມະນີ ຄະນະໂຄສະນະອົບຮົມແຂວງ