ຄະນະຜູ້ແທນ ແຂວງຫຼວງພະບາງ ຮ່ວມງານມະຫາກຳປະຊາຊົນເຂດຊາຍແດນ ລາວ-ຈີນ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ

ໃນລະຫວ່າງວັນທີ 24-26 ເມສາ 2026 ຜ່ານມານີ້, ຄະນະຜູ້ແທນ ແຂວງຫຼວງພະບາງ ນຳໂດຍ ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ກິ່ງແຂວງສິບສອງພັນນາ ສປ ຈີນ ເພື່ອເຂົ້າຮ່ວມງານມະຫາກຳປະຊາຊົນເຂດຊາຍແດນ ລາວ-ຈີນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ.

ພິທີເປີດງານຈັດຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງຄະນະນຳອາວຸໂສຫຼາຍທ່ານ. ຝ່າຍ ສປ ຈີນ ນຳໂດຍ ທ່ານ ຕາວເວີນ ຮອງເລຂາພັກ, ເຈົ້າກິ່ງແຂວງສິບສອງພັນນາ, ທ່ານ ຢວນ ມິນຕາວ ຮອງປະທານສະມາຄົມມິດຕະພາບແຫ່ງຊາດຈີນ ພ້ອມດ້ວຍຄະນະນຳ ແລະ ພະນັກງານຂອງກິ່ງແຂວງສິບສອງພັນນາ. ສຳລັບຝ່າຍ ສປປ ລາວ ນຳໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ປອງດອງ ປະຊາພັກດີ ຫົວໜ້າກົງສູນໃຫຍ່ ສປປ ລາວ ປະຈຳແຂວງຢູນນານ, ມີບັນດາທ່ານຜູ້ຕາງໜ້າຈາກ 5 ແຂວງພາກເໜືອຂອງລາວ ຄື: ແຂວງອຸດົມໄຊ, ຫຼວງພະບາງ, ຫຼວງນ້ຳທາ, ບໍ່ແກ້ວ ແລະ ແຂວງຜົ້ງສາລີ ເຂົ້າຮ່ວມ.

ໃນພິທີ, ທັງສອງຝ່າຍໄດ້ກ່າວຄຳເຫັນ ແລະ ຕີລາຄາສູງຕໍ່ໝາກຜົນແຫ່ງສາຍພົບພັນທາງການທູດ ລາວ-ຈີນ ຈີນ-ລາວ ໃນໄລຍະ 65 ປີຜ່ານມາ ເວົ້າລວມ, ເວົ້າສະເພາະກໍແມ່ນການຮ່ວມມືລະຫວ່າງ ແຂວງຢູນນານ ຂອງ ສປ ຈີນ ກັບບັນດາແຂວງທາງພາກເໜືອຂອງລາວ. ສາຍພົວພັນດັ່ງກ່າວໄດ້ຮັບການຍົກລະດັບເປັນຢ່າງດີ ຕາມທິດ “4 ດີ” ຄື: ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ກາຍເປັນການຮ່ວມມືຍຸດທະສາດຮອບ ດ້ານ ແລະ ຊຸກຍູ້ການສ້າງຄູ່ຮ່ວມຊະຕາກໍາ ຈີນ-ລາວ ໃຫ້ພັດທະນາໝັ້ນຄົງຍິ່ງໆຂຶ້ນໄປ.

ພາຍໃນງານມະຫາກຳ, ສອງຝ່າຍໄດ້ຮ່ວມກັນຈັດກິດຈະກຳທີ່ອຸດົມສົມບູນ ແລະ ເຕັມໄປດ້ວຍຄວາມໝາຍອັນເລີກເຊິ່ງ ເປັນຕົ້ນແມ່ນ ກິດຈະກຳປ່ອຍປາ ລົງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເພື່ອຟື້ນຟູຊັບພະຍາກອນທຳມະຊາດອັນມີຄ່າທີ່ສອງຝ່າຍໃຊ້ຮ່ວມກັນ, ຈັດກອງປະຊຸມສຳມະນາ ກ່ຽວກັບການພັດທະນາຕາມແລວເສັ້ນທາງລົດໄຟ ຈີນ-ລາວ, ການແລກປ່ຽນບົດຮຽນ ລະຫວ່າງບ້ານພີ່ເມືອງນ້ອງຄູ່ຮ່ວມມືເຂດຊາຍແດນ, ໂດຍສະເພາະ ແຂວງຫຼວງພະບາງ ກັບ ກິ່ງແຂວງສິບສອງພັນນາ ໄດ້ແລກປ່ຽນບົດຮຽນ “ເມືອງມິດຕະພາບ” ເພື່ອຍົກລະດັບສາຍພົວພັນສູ່ລະດັບໃໝ່, ການສະແດງສິລະປະ ແລະ ການແຂ່ງຂັນກິລາບານເຕະມິດຕະພາບ ລະຫວ່າງປະຊາຊົນຊາຍແດນ ຈີນ-ລາວ, ຮ່ວມບຸນປະເພນີ “ເຜົ່າກັນກັ່ນປ່າ” (ເຜົ່າລື້) ທີ່ບ້ານ ມ່ານເລີ້ ເມືອງມ່ານ ກິ່ງແຂວງສິບສອງພັນນາ ດ້ວຍບັນຍາກາດອັນເບີກບານມ່ວນຊື່ນ ແລະ ອົບອຸ່ນ ເຕັມໄປດ້ວຍນ້ຳໃຈແຫ່ງມິດຕະພາບ.

ງານມະຫາກຳຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີ ແລະ ການເຊື່ອມໂຍງທີ່ເລິກເຊິ່ງລະຫວ່າງປະຊາ ຊົນສອງຝ່າຍ, ສືບຕໍ່ເສີມຂະຫຍາຍມູນເຊື້ອມິດຕະພາບທີ່ມີມາຍາວນານ ສູ່ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.

ເນື້ອໃນ: ຄະນະໂຄສະນາອົບຮົມ ແຂວງຫຼວງພະບາງ