ພິທີອັງເຊີນອົງພຣະບາງ ລົງຫົດສົງ ເພື່ອຄວາມເປັນສິລິມຸງຄຸນ ໃນໂອກາດບຸນປີໃໝ່ລາວ ພສ 2569

ພິທີອັງເຊີນອົງພຣະບາງ ລົງຫົດສົງ ເພື່ອຄວາມເປັນສິລິມຸງຄຸນ ໃນໂອກາດບຸນປີໃໝ່ລາວ ພສ 2569

ໃນຕອນເຊົ້າວັນທີ 17 ເມສາ 2026, ທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດພິ ທີອາຣາດທະນາອັງເຊີນ ອົງພຣະບາງພຸດທະຣາວັນ ຈາກຫໍພຣະບາງ ເພື່ອໄປປະດິດສະຖານຊົ່ວຄາວຢູ່ ວັດໃໝ່ສຸວັນນະພູມມາຣາມ ໃຫ້ຊາວພຸດທະສາສະນິກະຊົນ ແລະ ນັກທ່ອງທ່ຽວໄດ້ຫົດສົງ ເນື່ອງໃນໂອກາດບຸນປີໃໝ່ລາວ.

ພິທີເລີ່ມຕົ້ນໂດຍທາງສາສະໜາ ມີພຣະເຖລາ ນຸເຖຣະນຳພາສວດອາຣາດທະນາ. ຈາກນັ້ນ, ໄດ້ອັງເຊີນອົງພຣະບາງ ຂຶ້ນປະທັບເທິງບຸດສະບົກ (ລາດສະລົດ) ເພື່ອເຄື່ອນຂະບວນແຫ່ຈາກຫໍພິພິທະພັນແຫ່ງຊາດຫຼວງພະບາງ ມຸ່ງໜ້າສູ່ວັດໃໝ່ສຸວັນນະພູມມາຣາມ.

ຂະບວນແຫ່ປະກອບມີ: ຂະ ບວນທຸງຊາດ-ທຸງສາສະໜາ ແລະພາມມະນາຈານ. ຂະບວນດົນຕີພື້ນເມືອງ, ສຽງແຄນ, ຫອຍສັງ ແລະ ສຽງຄ້ອງທີ່ດັງກ້ອງກັງວານ. ຂະບວນພຣະສົງ-ສາມະເນນ ແລະ ພຣະເຖຣະຜູ້ໃຫຍ່ 9 ອົງ.ຈາກນັ້ນແມ່ນ ຂະບວນການນຳ, ໂດຍການນໍາພາຂອງ ທ່ານ ບຸນເລື່ອມ ມະນີວົງ ປະທານສະພາປະຊາຊົນແຂວງ ແລະ ທ່ານນາງ ນາລີ ສີສຸລິດ ພັນລະຍາ ຂອງປະທານປະເທດ ພ້ອມດ້ວຍການນໍາຂອງແຂວງ, ມວນຊົນຊາວຫຼວງພະບາງ ແລະຊາວຕ່າງປະເທດ ທີ່ເຂົ້າຮ່ວມຢ່າງຫຼວງຫຼາຍ.

ເມື່ອຂະບວນມາຮອດວັດໃໝ່ສຸວັນນະພູມມາຣາມ, ໄດ້ອັງເຊີນອົງພຣະບາງປະທັບໃນຫໍສົງ. ພຣະເຖຣະ ໄດ້ນຳພາສາສະນິກະຊົນກ່າວຄຳຄາລະວະ ແລະຮັບຟັງພຣະທຳມະເທດສະໜາ 1 ກັນ ກ່ອນຈະເລີ່ມພິທີຫົດສົງຢ່າງເປັນທາງການ.

ການຫົດສົງ: ຈະດຳເນີນໄປເປັນເວລາ 3 ມື້ 3 ຄືນ (17-19 ເມສາ 2026). ແລະໃນວັນທີ 20 ເມສາ 2026 ຈະມີພິທີອາຣາດທະນາອັງເຊີນອົງພຣະບາງ ກັບຄືນປະດິດສະຖານໄວ້ທີ່ຫໍພຣະບາງ ຕາມເດີມ.ຈາກນັ້ນ, ຕອນຄໍ່າ ມີການຄົບງັນຕາມປະເພນີ ແລະ ການສະແດງສິລະປະວັດທະນະທຳຈາກ ໂຮງລະຄອນພະລັກພະລາມ.

ການອັງເຊີນອົງພຣະບາງລົງຫົດສົງ ແມ່ນຮີດຄອງປະເພນີອັນເກົ່າແກ່ທີ່ສືບທອດກັນມາແຕ່ບູ ຮານນະການ ເພື່ອຄວາມເປັນສິລິມຸງຄຸນແກ່ບ້ານເມືອງ, ທັງເປັນການອະນຸລັກຮັກສາວັດທະນະທຳອັນດີງາມ ແລະ ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາສຳຜັດກັບວິຖີຊີວິດອັນເປັນເອກະລັກຂອງຊາວຫຼວງພະບາງ.

ຂ່າວ: ຄະນະໂຄສະນາອົບຮົມແຂວງຫຼວງພະບາງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa