ມະຫາຊົນຜູ້ກ້າວໜ້າ 2 ຄະນະພັກຮາກຖານ ເຂົ້າຮຽນເອກະສານ ເພື່ອກ້າວເຂົ້າເປັນສະມາຊິກພັກ

ມະຫາຊົນຜູ້ກ້າວໜ້າ 2 ຄະນະພັກຮາກຖານ ເຂົ້າຮຽນເອກະສານ ເພື່ອກ້າວເຂົ້າເປັນສະມາຊິກພັກ

ໃນຕອນເຊົ້າ ຂອງວັນທີ 13 ພຶດສະພາ 2026 ນີ້, ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມ ແຂວງຫຼວງພະບາງ ໄດ້ຈັດພິທີເປີດອົບຮົມມະຫາຊົນທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ IV ທີ່ມາຈາກ 2 ຄະນະພັກຮາກຖານຄື: ຄະນະພັກຮາກຖານສະຖາບັນຍຸຕິທຳແຫ່ງຊາດ ສາຂາຫຼວງພະບາງ ຈໍານວນ 13 ສະຫາຍ ຍິງ 2 ສະຫາຍ, ຄະນະພັກຮາກຖານ ວິທະຍາໄລກະສິກໍາ ພາກເໜືອ ຈໍານວນ 10 ສະຫາຍ ຍິງ 1 ສະຫາຍ, ໃຫ້ກຽດເປັນປະທານຂອງ ສະຫາຍ ປອ ຄໍາຄ່ອງ ພົມມະປັນຍາ, ກຳມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະ ນາອົບຮົມແຂວງຫຼວງພະບາງ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ບັນດາມະຫາຊົນທີ່ມີຄວາມກ້າວໜ້າ ຈໍານວນ 23 ສະຫາຍ.

ປະທານພິທີ ໄດ້ມີຄໍາເຫັນກ່າວເປີດຊຸດຮຽນຄັ້ງນີ້ວ່າ: ມີຄວາມສໍາຄັນຢ່າງຍິ່ງ ເພື່ອຍົກສູງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບແນວທາງນະໂຍບາຍ, ປະຫວັດຄວາມເປັນມາຂອງພັກ ແລະ ພາລະບົດບາດຂອງສະມາຊິກພັກ ຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອເຮັດໃຫ້ມະຫາຊົນໄດ້ຮັບຮູ້ ແລະ ເຂົ້າ ໃຈແຈ້ງ ກ່ຽວກັບການກໍາເນີດຂອງພັກປະຊາຊົນປະຕິວັດລາວ ໃນແຕ່ລະໄລຍະ, ການເຕີບໃຫຍ່ຂະຫຍາຍຕົວ, ມູນ ເຊື້ອອັນພິລະອາດຫານ, ແນວທາງປ່ຽນແປງໃໝ່, ຍຸດທະສາດການພັດທະນາຂອງພັກ, ລວມທັງກົດລະບຽບ ແລະ ພາລະບົດບາດຂອງພັກ ໃນການຊີ້ນຳ-ນຳພາທົ່ວສັງຄົມ. ການຮ່ຳຮຽນເອກະສານສຳຄັນຂອງພັກ ແມ່ນມີຄວາມຈຳ ເປັນຢ່າງຍິ່ງຕໍ່ມະຫາຊົນຜູ້ທີ່ກຳລັງຈະກ້າວເຂົ້າສູ່ການເປັນສະມາຊິກພັກ. ເພາະເອກະສານເຫຼົ່ານັ້ນ ແມ່ນບ່ອນລວມຂອງແນວຄິດ, ອຸດົມການ, ທິດສະດີ, ປະສົບການ ການຕໍ່ສູ້ ແລະ ແນວທາງການນຳພາຂອງພັກ ຕະຫຼອດໄລຍະຜ່ານມາ. ໂດຍຜ່ານການຮຽນຮູ້ເອກະສານພັກ, ມະຫາຊົນຈະສາມາດເສີມສ້າງຄວາມໜັກແໜ້ນ ດ້ານການເມືອງແນວຄິດ, ເຂົ້າໃຈຢ່າງເລິກເຊິ່ງເຖິງ ອຸດົມການສັງຄົມນິຍົມ ແລະ ແນວທາງປ່ຽນແປງໃໝ່ຂອງພັກ, ເຊິ່ງເປັນເຂັມທິດນຳພາທຸກການເຄື່ອນໄຫວ ແລະ ການຕັດສິນໃຈ. ພ້ອມກັນນີ້, ຍັງຈະຊ່ວຍຍົກສູງຄວາມຮູ້ຄວາມສາມາດໃນການຈັດ ຕັ້ງປະຕິບັດ, ສາມາດນຳເອົາເນື້ອໃນຈິດໃຈຂອງເອກະສານພັກ ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງຂອງຕົນ, ກາຍເປັນກຳລັງແຮງທີ່ສຳຄັນໃນການພັດທະນາຊຸມຊົນ ແລະ ອົງການຈັດຕັ້ງ. ການຮຽນຮູ້ເອກະສານພັກຍັງຈະເສີມສ້າງຄວາມສັດຊື່ບໍລິສຸດຕໍ່ພັກ-ລັດ ແລະ ປະຊາຊົນ, ເຂົ້າໃຈເຖິງຄວາມເສຍສະຫຼະອັນສູງສົ່ງຂອງພັກ, ເຊິ່ງເປັນພື້ນ ຖານໃຫ້ແກ່ການສ້າງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈ, ທັງເປັນການກະກຽມຄວາມພ້ອມກ່ອນເຂົ້າເປັນສະມາ ຊິກພັກ ເພື່ອໃຫ້ມະຫາຊົນເຂົ້າໃຈເຖິງສິດ, ໜ້າທີ່, ກົດລະບຽບ ແລະ ຄວາມຮຽກຮ້ອງຕ້ອງການຂອງການເປັນສະມາຊິກພັກທີ່ດີ.

ເນື້ອໃນເອກະສານ ສໍາລັບຊຸດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າທີ່ຈະເຂົ້າເປັນສະມາຊິກພັກຄັ້ງນີ້ ປະກອບມີ 13 ຄໍາຖາມ ແລະ 13 ຄໍາຕອບ ຕາມເນື້ອໃນກອງປະຊຸມໃຫ່ຍ ສູນກາງພັກກໍານົດໄວ້, ໂດຍທົ່ວໄປປະ ກອບມີ: ປະຫວັດຄວາມເປັນມາຂອງພັກ ປະຊາຊົນປະຕິວັດລາວ, ກົດລະບຽບຂອງພັກ, ແນວທາງປ່ຽນແປງໃໝ່ຂອງພັກໂດຍສະເພາະແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແນວທາງເສດຖະກິດ, ແນວທາງວັດທະນະ ທຳ-ສັງຄົມ, ຄຸນທາດ, ຈັນຍາບັນ ແລະ ແບບແຜນການດຳລົງຊີວິດຂອງສະມາຊິກພັກ, ພ້ອມທັງບົດຮຽນພື້ນຖານຂອງພັກທີ່ໄດ້ຮັບຈາກການຕໍ່ສູ້ ແລະ ການສ້າງສາພັດທະນາປະເທດ ແລະ ອື່ນໆ. ຊຸດຝຶກອົບຮົມຄັ້ງນີ້ແມ່ນໃຊ້ເວລາ 2 ວັນຈຶ່ງສຳເລັດ.

ຂ່າວ: ຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa