ມັດທະຍົມຕົ້ນ ວັງບົງ ເມືອງວຽງຄຳ ແຂວງຫຼວງພະບາງ ມີຫໍພັກນັກຮຽນຍິງ-ຊາຍຫຼັງໃໝ່ ທີ່ຖາວອນ

ໃນວັນທີ 19 ມິຖຸນາ 2026 ນີ້, ທີ່ໂຮງຮຽນມັດທະຍົມຕອນຕົ້ນວັງບົງ ເມືອງວຽງຄໍາ ແຂວງຫຼວງພະບາງໄດ້ຈັດພິທີມອບ-ຮັບ ຫໍພັກນັກຮຽນ ຫຼັງໃໝ່ໂດຍການກ່າວມອບຂອງທ່ານ ຈັນທີ ວິລະໄຊ ຜູ້ອໍານວຍການບໍລິສັດວິລະໄຊ ກໍ່ສ້າງເຄຫາສະຖານ ແລະ ສ້ອມແປງຈຳກັດ, ກ່າວຮັບຂອງທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ,ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນສັກ ສຸລິເສີມ ເລຂາຄະນະບໍລິຫານງານພັກເມືອງວຽງຄຳ, ມີທ່ານ ຮອງປະທານຄະນະກຳມະການປົກຄອງເມືອງຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ, ຕາງໜ້າພະແນກການຂອງແຂວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະອຳນາດການປົກຄອງບ້ານ, ພະນັກງານ, ຄູ-ອາຈານ, ແຂກຮັບເຊີນ ຕະຫຼອດຮອດພໍ່ແມ່ປະຊາຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ພຸດທະສອນ ສີສະຫວັດ ວິຊາການ ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງໄດ້ລາຍງານວ່າ: ໂຄງການກໍ່ສ້າງ ຫໍພັກນັກຮຽນມັດທະຍົມຕອນຕົ້ນວັງບົງ, ເມືອງ ວຽງຄໍາ, ແຂວງຫຼວງພະບາງ ປະກອບມີວຽກກໍ່ສ້າງຫໍພັກຊາຍ 1 ຫຼັງ ຂະໜາດ 8×32ແມັດ, ຫໍພັກຍິງ 1 ຫຼັງ ຂະໜາດ 8×24ແມັດ, ກໍ່ສ້າງຫ້ອງນໍ້າ 2 ຫຼັງ ຂະໜາດ 2×7.5 ແມັດ, ກໍ່ສ້າງເຮືອນຄົວ 1 ຫຼັງ ຂະໜາດ 4×7ແມັດ, ຮື້ມ້າງອາຄານເກົ່າ ແລະ ສະໜອງເຟີນີເຈີ ເຂົ້າໃສ່ໂຄງການ (ຕຽງນອນນັກຮຽນ, ຕຽງນອນຄູ, ຕູ້ເຄື່ອງ, ຕັ່ງ ແລະ ໂຕະເຮັດວຽກ), ເຊີ່ງໂຄງສ້າງອາຄານທັງໝົດ ເຮັດດ້ວຍໂຄງສ້າງເບຕົງເສີມເຫຼັກ, ຄວາມສູງຂອງອາຄານຈາກໜ້າເດີ່ນຫາສູງສຸດຂອງ ຫຼັງຄາ 6,83 ແມັດ, ໂຄງຫຼັງຄາເຮັດດ້ວຍເຫຼັກ ມຸງດ້ວຍກະເບື້ອງ, ຝາກໍ່ດ້ວຍດິນຈີ່, ເພດານລະບຽງ-ດາດຟ້າ ຮອບນອກ ເຮັດດ້ວຍໄມ້ສັກ ໂຄງໄມ້ເນື້ອແຂງ, ເພດານພາຍໃນ ເຮັດດ້ວຍແຜ່ນລຽບໂຄງໄມ້ເນື້ອແຂງ, ເທພື້ນເບຕົງເສີມ ເຫຼັກ ຂັດມັນ, ວົງກົບ ບານປະຕູ-ປ່ອງຢ້ຽມ ເຮັດດ້ວຍໄມ້ເນື້ອແຂງ ແລະ ຕິດຕັ້ງລະບົບອຸປະກອນຕ່າງໆເຊັ່ນ: ຕິດຕັ້ງອຸປະກອນໄຟຟ້າຄົບຊຸດ, ຕິດຕັ້ງອຸປະກອນ ສຸຂາພິບານຫ້ອງນໍ້າຄົບຊຸດ, ຕຽງນອນ ນັກຮຽນເປັນຕຽງດ່ຽວ 2 ຊັ້ນ ໂຄງສ້າງຕຽງເຮັດດ້ວຍເຫຼັກ ພື້ນປູດ້ວຍແຕະໄມ້ສັກ ແລະ ຕຽງນອນຄູ, ຕູ້ເຄື່ອງ ແລະ ໂຕະຕັ່ງ ຮັບໃຊ້ ເຮັດດ້ວຍໄມ້ສັກ,ໂຄງການກໍ່ສ້າງ ດັ່ງກ່າວໄດ້ເລີ່ມລົງມືໃນການກໍ່ສ້າງແຕ່ເດືອນ ພຶດສະພາ 2025 ແລະ ໄດ້ສໍາເລັດໃນ ວັນທີ 19 ມິຖຸນາ 2026.

ໂອກາດນີ້, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ໄດ້ກ່າວມອບອາຄານຫຼັງໃໝ່ໃຫ້ທາງເມືອງ ແລະ ບ້ານໄດ້ຊົມໃຊ້ໃຫ້ເກີດປະໂຫຍດສຸດສຸດ ພ້ອມດຽວກັນນີ້ທ່ານຍັງໄດ້ຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ ໂດຍສະ ເພາະພະນັງງານ, ຄູອາຈານ, ນ້ອງນັກຮຽນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານທີ່ມາບໍລິການໂຮງ ຮຽນແຫ່ງນີ້ຈົ່ງໄດ້ພ້ອມກັນເອົາໃຈໃສ່ໃນການປົກປັກຮັກສາອາຄານຫຼັງໃໝ່ນີ້ໃຫ້ມີຄວາມສະອາດສວຍງາມໃຊ້ໄດ້ຍາວ ນານ ພ້ອມກັນປຸກລະດົມ ແລະ ສົ່ງບຸດຫຼານຂອງຕົນໃຫ້ມາເຂົ້າຮຽນຕາມເກນອາຍຸ ແລະ ຮຽນໃຫ້ຈົບຕາມແຕ່ລະຂັ້ນໃຫ້ນັບມື້ຫຼາຍຂື້ນ ຈາກນັ້ນກໍ່ຕ້ອງໄດ້ເອົາໃຈໃສ່ສ້າງສະພາບແວດລ້ອມທີ່ດີໃນໂຮງຮຽນ, ເຮັດໃຫ້ໂຮງຮຽນແຫ່ງນີ້ກາຍເປັນໂຮງຮຽນພື້ນທີ່ສີຂຽວກາຍເປັນໂຮງຮຽນຕົວແບບຂອງເມືອງໃຫ້ໄດ້ໃນອານາຄົດ.

ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ ພະແນກສຶກສາທິການ ແລະ ກິລາແຂວງ
ກວດແກ້: ຄະນະໂຄສະນາອົບຮົມແຂວງ