ກອງປະຊຸມກະກຽມ ເພື່ອດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V

ໃນວັນທີ 6 ມັງກອນ 2026 ນີ້, ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການເມືອງວຽງຄຳ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມການດໍາເນີການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ຂຶ້ນ ໂດຍໃຫ້ກຽດເປັນທານຂອງ ທ່ານ ວັນໂຈຍ ວາຊົວລີ ຮອງເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ທ່ານ ເຊັ່ງ ຊົ່ງ ກຳມະການພັກເມືອງ ຫົວໜ້າຫ້ອງວ່າການ ເມືອງວຽງຄຳ ໄດ້ຂື້ນຜ່ານມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 169/ຄປຈ ລົງວັນທີ 16 ທັນວາ 2025 ວ່າດ້ວຍການແຕ່ງ ຕັ້ງຄະນະກໍາມະການເລືອກຕັ້ງຂັ້ນເມືອງ ເພື່ອກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ຜ່ານຂໍ້ຕົກລົງ ສະບັບ 645/ຈມ.ວຄ ລົງວັນທີ 29 ທັນວາ 2025 ວ່າດ້ວຍການກໍານົດ ໜ່ວຍປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ຜ່ານຂໍ້ຕົກລົງ ສະບັບເລກທີ 646/ຈມ.ວຄ ລົງວັນທີ 29 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງ ຄະນະຊີ້ນຳລວມ ແລະຄະນະຮັບຜິດຊອບລົງເກັບກຳລາຍຊື່ສະຖິຕິພົນລະເມືອງ ແລະຜູ້ມີສິດປ່ອນບັດເລືອກຕັ້ງ, ຜ່ານຂໍ້ຕົກລົງ ສະບັບເລກທີ 647/ຈມ.ວຄ ລົງວັນທີ 29 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງ ອານຸກໍາມະການຊ່ວຍວຽກ ຂອງຄະນະກຳມະການເລືອກຕັ້ງຂັ້ນເມືອງ ເພື່ອກະກຽມ ແລະ ດຳເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ X ແລະສະພາປະຊາຊົນຂັ້ນແຂວງ ຊຸດທີ V.

ຕອນທ້າຍກອງປະຊຸມ ປະທານພິທີ ຍັງໄດ້ມີຄໍາເຫັນຊີ້ນໍາໃຫ້ຄະນະຮັບຜິດຊອບ ປຸກລະດົມພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນພາຍໃນເມືອງ ເອົາໃຈໃສ່ວຽກປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ພ້ອມທັງສ້າງຂະບວນການດ້ານຕ່າງໆ ເປັນຕົ້ນແມ່ນຂະບວນການອະນາໄມຕາມສຳນັກງານ, ຕາມບ້ານເຮືອນ ໃນຂອບເຂດຄວາມຮັບຜິດຊອບຂອງໃຜລາວ ເພື່ອຂໍ່ານັບຮັບຕ້ອນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ໃຫ້ເປັນຂະບວນຟົດຟື້ນ, ໃຫ້ຊີ້ນໍາພະນັກງານຢູ່ບັນດາສໍານັກງານ, ອົງການ, ກົມກອງ ທີ່ຈະເຄື່ອນໄຫວໄປ-ມາ ຕ້ອງມີການຄອບລາ ໃຫ້ຖືກຕ້ອງຕາມລະບຽບ, ກົດໝາຍ. ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ຕ້ອງໄດ້ກະກຽມອຸປະກອນຮັບໃຊ້ບັ້ນເລືອກຕັ້ງ, ກໍານົດສະຖານທີ່ປ່ອນບັດ ແລະ ເກັບກໍາສະຖິ ຕິ ຜູ້ມີສິດປ່ອນບັດເລືອກຕັ້ງ ໃຫ້ລະອຽດຊັດເຈນ.

ຂ່າວ: ທ ບຸນມີ ໄຊຍະກຸມມານ, ຄະນະໂຄສະນາອົບຮົມເມືອງ
ກວດແກ້: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ