ກອງປະຊຸມທາບທາມບຸກຄະລາກອນ ຄະນະໂຄສະນາອົບຮົມແຂວງຮອບທີ II
ໂດຍປະຕິບັດຕາມຄຳສັ່ງ ຂອງຄະນະປະຈຳພັກແຂວງ, ຄຳແນະນຳ ແລະແຈ້ງການຂອງການຈັດຕັ້ງພັກ ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ອົງຄະນະພັກແຂວງ, ອົງຄະນະພັກເມືອງ-ນະຄອນ, ອົງຄະນະພັກ ປກຊ-ປກສ ແລະ ຮາກຖານພັກໃນທົ່ວແຂວງ.
ໃນວັນທີ 19 ກຸມພາ 2025 ໜ່ວຍພັກຄະນະໂຄສະນາອົບຮົມແຂວງ, ໄດ້ເປີດກອງປະຊຸມທາບທາມບຸກຄະ ລາກອນຮອບທີ II ປະກອບເຂົ້າກອງປະຊຸມໃຫຍ່ຄັ້ງທີ VI ໂດຍເປັນປະທານຂອງ ສະຫາຍ ນາງ ວຽນວິໄລ ດີລະພັນ ກໍາມະການປະຈຳພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະໜ່ວຍພັກ, ຮອງ ຄອຮ.ຂ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ສະມາຊິກພັກ ພາຍໃນຄະນະໂຄສະນາອົບຮົມ ແລະ ແຂກຖືກເຊີນຈາກ ຄະນະຈັດຕັ້ງແຂວງ ແລະ ຄະນະກວດກາພັກ-ລັດ ແຂວງ ເຂົ້າຮ່ວມ.
ໃນພິທີສະຫາຍ ທອງຈັນ ພົມມະລັດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານຮ່າງບົດລາຍງານການເມືອງ, ຮ່າງແຜນພັດທະນາວຽກງານໂຄສະນາອົບຮົມ ແລະ ຮ່າງບົດສຳຫຼວດການນຳພາລວມ, ຫຼັງຈາກນັ້ນຄະນະພັກທັງສາມສະຫາຍ ໄດ້ຜ່ານບົດສຳຫຼວດຕີລາຄາດ້ານດີ-ດ້ານອ່ອນໃນການນຳພາ-ຊີ້ນໍາຂອງຕົນເອງ, ພ້ອມທັງໃຫ້ບັນດາສະຫາຍຄະນະຮັບຜິດຊອບຂັ້ນແຂວງ ແລະ ສະມາຊິກພັກພາຍໃນຄະນະໂຄສະນາອົບຮົມ ປະກອບຄຳຄິດຄຳເຫັນຕໍ່ກັບຄະນະພັກທັງສາມສະຫາຍຢ່າງພາວະວິໄສ ເພື່ອໃຫ້ການນຳພາ-ຊີ້ນຳ ວຽກງການໂຄສະນາໃນຕໍ່ໜ້າໃຫ້ໄດ້ຮັບຜົນສຳເລັດ ແລະ ມີປະສິດທິພາບດີຂື້ນກວ່າເກົ່າ. ກອງປະຊຸມນີ້ ປະທານໄດ້ເໜັ້ນໜັກໃຫ້ບັນດາສະຫາຍສະມາຊິກພັກ ຄັດເລືອກເອົາບຸກຄະລາກອນຕາມມາດຖານເງື່ອນໄຂທີ່ເພິ່ນກຳນົດ ຢ່າງພາວະວິໄສ ຫຼີກລ້ຽງແນວຄິດອະ ຄະຕິສ່ວນຕົວ, ຈຸ້ມເຈື້ອເຊື້ອສາຍ ເພື່ອເຮັດໜ້າທີ່ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ ຢ່າງສຸດກົກສຸດປາຍ ຈາກນັ້ນຕາງໜ້າຄະນະຮັບຜິດຊອບການທາບທາມຂັ້ນແຂວງ ຂຶ້ນຜ່ານມາດຖານ, ເງື່ອນໄຂ ຜູ້ສະໝັກຮັບເລືອກຕັ້ງຄະນະໜ່ວຍພັກຊຸດໃໝ່ ພ້ອມທັງແຈກຍາຍບັດທາບທາມໃຫ້ສະມາຊິກພັກລົງຄະແນນ ເຊິ່ງປະກອບມີຜູ້ສະໝັກທັງໝົດ 7 ສະຫາຍຍິງ 2 ສະຫາຍ ; ເລືອກເອົາ 5 ສະຫາຍ. ພາຍຫຼັງສໍາເລັດການທາບທາມແລ້ວ ກໍ່ໄດ້ມີການດໍາເນີນຊີວິດການເມືອງ, ສະ ມາຊິກພັກແຕ່ລະສະຫາຍກໍ່ໄດ້ຜ່ານບົດສຳຫຼວດຕີລາຄາດ້ານດີ-ດ້ານອ່ອນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ພ້ອມທັງປະກອບຄຳເຫັນຊ່ວຍເຫຼືອເຊິ່ງກັນ ແລະກັນ ດ້ວຍບັນຍາກາດຟົດຟື້ນ.
ຕອນທ້າຍສະຫາຍປະທານ ໄດ້ເໜັ້ນໜັກບັນດາສະມາຊິກພັກເອົາໃຈໃສ່ພັດທະນາຕົນເອງທງດ້ານຄຸນທາດການເມືອງ, ຄຸນສົມບົດສິນທຳປະຕິວັດ, ເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບໝາຍໃຫ້ວ່ອງໄວ, ທັນເວລາ ແລະ ມີປະສິດທິພາບ-ປະສິດທິພົນດີຂື້ນກວ່າເກົ່າ, ຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນ, ສົ່ງເສີມສິ່ງທີ່ດີ ແລະ ປັບປຸງແກ້ໄຂ ຂໍ້ບົກພ່ອງຂອງໃຜຂອງລາວ ເພື່ອພັດທະນາຕົນເອງ, ພັດທະນາການຈັດຕັ້ງ ແລະ ພັດທະນາປະເທດຊາດໄປຕາມທິດສັງຄົມນິຍົມ. ກອງປະຊຸມດັ່ງກ່າວ ໃຊ້ເວລາ 1 ວັນເຄິ່ງ ຈິ່ງສຳເລັດຜົນ
ພາບ-ຂ່າວ : ນ.ສົມລີ ສຸທິເດດ, ຄະນະໂຄສະນາອົບຮົມແຂວງ.