ກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານໂຄສະນາອົບຮົມ

ກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານໂຄສະນາອົບຮົມ

ລະຫວ່າງວັນທີ 6-9 ສິງຫາ 2025, ຄະນະໂຄສະນາອົບຮົມ 2​ ແຂວງຄື: ແຂວງຫຼວງພະບາງ ແລະ ແຂວງຫົວ ພັນ ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານໂຄສະນາອົບຮົມ ຢູ່ທີ່ແຂວງເຊີນລາ ສສ ຫວຽດນາມ, ໂດຍໃຫ້ກຽດຕ້ອນຮັບດ້ວຍຄວາມອົບອຸ່ນ ໄມຕີຈິດ-ມິດຕະພາບ ຂອງສະຫາຍ ນາງ ດິງທິ ບິກທ້າວ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍພັກ ແຂວງເຊີນລາ ສສ ຫວຽດນາມ, ຕາງໜ້າຄະນະຜູ້ແທນ 2 ແຂວງ ຂອງ ສປປ ລາວ, ມີຄະນະໂຄສະນາອົບຮົມແຂວງຫົວພັນ ນຳພາໂດຍ ສະຫາຍ ຕົງລີ ເຕັ່ງ, ກຳມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ແລະ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ນຳພາໂດຍ ສະຫາຍ ສົມຈິດ ສິງລໍຄຳ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ.

ການເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ແມ່ນໄດ້ປະຕິບັດຕາມວາລະ ຂອງບົດບັນທຶກຊ່ວຍຈຳ ແມ່ນ 2 ປີ/1 ຄັ້ງ ໂດຍພັດປ່ຽນກັນເປັນເຈົ້າພາບ.

ໃນຊ່ວງໄລຍະການເຄື່ອນໄຫວວຽກງານຢູ່ແຂວງເຊີນລາ ສສ ຫວຽດນາມ, ທີມຄະນະຜູ້ແທນ ໄດ້ເຂົ້າຮ່ວມໄຫວ້ທູບທຽນ ຢູ່ທີ່ພະວີຫານບູຊາປະທານໂຮຈີມິງ ທີ່ສະໜາມຫຼວງ ແລະ ຢູ່ເຂດຮ່ອງຮອຍປະຫວັດສາດ ທີ່ສຳຄັນຕ່າງໆ ຂອງແຂວງເຊີນລາ ພ້ອມທັງເຂົ້າຂໍ່ານັບສະຫາຍຮອງເລຂາພັກແຂວງເຊີນລາ ເພື່ອແຈ້ງຈຸດປະສົງຂອງການມາຢ້ຽມຍາມ ແລະເຮັດວຽກໃນຄັ້ງນີ້ ແລະ ພ້ອມກັນເຂົ້າປະຊຸມພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະກັນ, ໃນກອງປະຊຸມຄັ້ງນີ້ ທັງ 3 ແຂວງ ໄດ້ມີການລາຍງານສະພາບການຈັດຕັ້ງປະຕິບັດບັນດາເນື້ອໃນຂອງບົດບັນທຶກຊ່ວຍຈຳໃນໄລ ຍະຜ່ານມາ, ຈາກນັ້ນ ກໍ່ໄດ້ມີການເປີດໂອກາດໃຫ້ທັງ 3 ແຂວງໄດ້ມີຄຳຖາມແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ດ້ວຍບັນຍາກາດໄມຕີຈິດ-ມິດຕະພາບ ຢ່າງຟົດຟື້ນດີ ເປັນຕົ້ນແມ່ນວຽກງານໂຄສະນານາອົບຮົມ ລະຫວ່າງ 3 ແຂວງ, ວຽກງານສື່ມວນຊົນ ແລະ ວຽກງານການປັບປຸງກົງຈັກການຈັດຕັ້ງ ໃນຂົງເຂດວຽກງານໂຄສະນາອົບຮົມ.

ຈາກນັ້ນ, ຄະນະຜູ້ແທນ 2 ແຂວງ ຂອງລາວຍັງໄດ້ໄປຢ້ຽມຍາມໂຮງງານຜະລິດນໍ້າໝາກນັດ ຂອງບໍລິສັດ DO VECO, ໄປເບິ່ງສວນໝາກລໍາໄຍ ແລະ ໂຮງງານຜະລິດນົມງົວ ຂອງບໍລິສັດ ສະມາຊິກ ວີນາມີວ ເມືອງມົກເຈົາ VINA MILK.

ຕໍ່ຈາກນັ້ນ, ຄະນະຜູແທນ 3 ແຂວງໄດ້ມີໂອກາດໄປຢ້ຽມຍາມເຂດທີ່ໝັ້ນການປະຕິວັດ ຂອງພໍ່ເຖົ້າລາວໂຄ ແລະ ປະທານໄກສອນ ພົມວິຫານ ເຄື່ອນໄຫວວຽກຮ່ວມກັນໃນເມື່ອກ່ອນ ແລ້ວຈິງເດີນທາງໄປເມືອງມົກເຈົາ ແຂວງເຊີນລາ ສສ ຫວຽດນາມ.

 

ການໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບແຂວງເຊີນລາ ສສ ຫວຽດນາມໃນຄັ້ງນີ້ ຄະະນຜູ້ແທນທັງ 3 ແຂວງ, ໄດ້ໃຫ້ຄວາມສໍາຄັນຕໍ່ກັບວຽກງານໂຄສະນາອົບຮົມ ແລະ ພ້ອມກັນລົງນາມເຊັນບົດບັນທຶກໃນການຮວ່ມມື ເປັນຕົ້ນແມ່ນ.

  1. ສຶບຕໍ່ເພີ່ມທະວີການຊີ້ນໍາວຽກງານໂຄສະນາສຶກສາອົບຮົມໃຫ້ແກ່ປະຊາຊົນ 3 ແຂວງ ເວົ້າລວມ, ເວົ້າສະ ເພາະແມ່ນປະຊາຊົນຢູ່ຂົງເຂດຊາຍແດນ ພ້ອມກັນປົກປັກຮັກສາ ແລະ ເພີ່ມທະວີຄວາມສາມັກຄີມິດຕະພາບພິເສດລາວ-ຫວຽດນາມ, ຫົວພັນ-ຫຼວງພະບາງ-ເຊີນລາ ໃຫ້ນັບມື້ໄດ້ຮັບການພັດທະນາຂື້ນເລື້ອຍໆ.
  2. ສຶບຕໍ່ຮັກສາການຮ່ວມມື ແລະ ພົບປະແລກປ່ຽນບົດຮຽນ 2 ປີ/1 ຄັ້ງ, ໂດຍພັດປ່ຽນກັນເປັນເຈົ້າພາບ, ແຕ່ລະຝ່າຍແຕ່ງຕັ້ງຄະນະທິມງານ ນໍາໂດຍສະຫາຍຫົວໜ້າຄະນະ ຫຼື ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ເພື່ອມາຢ້ຽມຢາມເຮັດວຽກ, ແລກປ່ຽນສະພາບການ ແລະ ວາງທິດທາງຮ່ວມມືໃນຊຸມປີຕໍ່ໜ້າ.
  3. ສຶບຕໍ່ປະສານສົມທົບແລກປ່ຽນບົດຮຽນກ່ຽວກັບວຽກງານໂຄສະນາສຶກສາອົບຮົມ, ການເມືອງ ແລະ ບັນດາຂົງເຂດວຽກງານໂຄສະນາສຶກສາ, ໂຄສະນາອົບຮົມ ຂອງແຕ່ລະຝ່າຍ.
  4. ແຕ່ລະແຂວງແມ່ນໄດ້ຍົກໃຫ້ເຫັນເຖີງສະພາບເສດຖະກິດ-ສັງຄົມ, ໝາກຜົນ ແລະ ບາງບົດຮຽນ ຂອງວຽກງານໂຄສະນາອົບຮົມ ຂອງແຂວງໃຜລາວ ເພື່ອເປັນການແລກປ່ຽນບົດຮຽນຮ່ວມກັນ.

  • ເພີ່ມທະວີການໂຄສະນາເຜີຍແຜ່ມູນເຊື້ອ, ການພົົວພັນຮ່ວມມືພິເສດລະຫວ່າງລາວ-ຫວຽດນາມ ແລະ ບັນດາແຂວງພາກເໜືອ ເວົ້າລວມ, ເວົ້າສະເພາະແມ່ນການສຶກສາອົບຮົມປະຊາຊົນລຽບຕາມຊາຍແດນ ຂອງ 3​ ແຂວງພວກເຮົາຄື: ແຂວງຫຼວງພະບາງ, ແຂວງຫົວພັນ ແລະ ແຂວງເຊີນລາ ສສ ຫວຽດນາມ, ເພື່ອເປັນການປູກຈິດສໍານຶກໃຫ້ຄົນຮຸ່ນໃໝ່ມີຄວາມກະຕັນຍຸຮູ້ບຸນຄຸນຕໍ່ບັນດານັກປະຕິວັດທີ່ເສຍສະຫະຊີວິດເພື່ອຊາດ ແລະ ພ້ອມກັນມີຄໍາເຫັນແລກປ່ຽນກ່ຽວກັບການສ້າງເງື່ອນໄຂ ເພື່ອຈັດຕັ້ງການຝຶກອົບຮົມ ຢູ່ຂັ້ນທ້ອງຖີ່ນ ກ່ຽວກັບວຽກງານໂຄສະນາ ແລະ ວຽກງານຫາງສຽງສັງຄົມຢູ່ຂັ້ນແຂວງ ແລະ ເມືອງ-ນະຄອນ.

ຂ່າວໂດຍ: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa