ກອງປະຊຸມສອ່ງແສງລາຍງານວຽກງານເວັບໄຊສ ຄະນະໂຄສະນາອົບຮົມ ທົ່ວປະເທດປະຈຳໄຕມາດ III (7-8-9)

ກອງປະຊຸມສອ່ງແສງລາຍງານວຽກງານເວັບໄຊສ ຄະນະໂຄສະນາອົບຮົມ

ທົ່ວປະເທດປະຈຳໄຕມາດ III (7-8-9)

ຕອນເຊົ້າວັນທີ 4 ກັນຍາ 2025 ຄະນະຮັບຜິດຊອບວຽກງານເວັບໄຊສ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ເຂົ້າຮ່ວມກອງປະຊຸມສອ່ງແສງລາຍງານວຽກງານເວບໄຊສ ປະຈຳໄຕມາດ III 2025 ແລະ ທິດທາງແຜນການປະຈຳໄຕມາດ IV 2025 ທົ່ວປະເທດ ໂດຍຜ່ານທາງສຶ່ເອເລັກໂຕຼນິກ(ອອນລາຍ).  ໂດຍການເປັນປະທານ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີບັນດາຄະນະໂຄສະນາອົບຮົມແຂວງ ແລະ ບັນດາແອັດມິນຜູ້ຮັບຜິດຊອບວຽກງານເວັບໄຊສ ທົ່ວປະເທດເຂົ້າຮ່ວມ.

ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ກ່າວເປີດພິທີ ພ້ອມທັງຊີ້ນຳກອງປະຊຸມ. ຈາກນັ້ນໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດວຽກງານເວບໄຊສ, ດ້ານດີ ແລະ ຂໍ້ສະດວກ-ຂໍ້ຫຍຸ້ງຍາກ ປະຈຳໄຕມາດ III ແລະ ທິດທາງແຜນການປະຈຳໄຕມາດ IV  2025 ຂອງແຕ່ລະແຂວງໃນທົ່ວປະເທດ ພ້ອມທັງຂໍ້ສະເໜີຢ່າງກົງໄປກົງມາ. ສະຫາຍ ບຸນທະວີ ສົມມະນີ ຮອງຫົວໜ້າຂະແໜງໂຄສະນາ-ຜ່ານສື່ ຜູ້ຮັບຜິດຊອບວຽກງານເວບໄຊສ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ລາຍງານຜົນການປະຕິບັດວຽກງານໃນໄຕມາດ III ຄື: ຜະລິດຂ່າວລົງເວັບໄຊສ, ເຟດບຸກ ແລະ ອອກລາຍການວິທະຍຸໄດ້ 36 ຂ່າວ, ມີຜູ້ເຂົ້າອ່ານເວັບໄຊສ ທັງໝົດ 6.428 ເທື່ອຄົນ; ເກັບກຳຕົວເລກປາຖະກະຖາວັນສຳຄັນຕ່າງໆ ຂອງພັກຂອງຊາດ ແລະ ສາກົນ ໄດ້ທັງໝົດ 7,307 ຄົນ ແລະ ສຳເລັດການຈັດຕັ້ງປະຕິບັດການປະກາດໂຮມ ຂະແໜງຖະແຫຼ່ງຂ່າວ-ສື່ມວນຊົນ, ພະແນກຖະແຫຼງຂ່າວ ມາຂື້ນກັບຄະນະໂຄສະນາອົບຮົມແຂວງໃນວັນທີ 14 ສິງຫາ 2025. ຈາກນັ້ນທີ່ກອງປະຊຸມກໍ່ສະເໜີສູນກາງຊ່ວຍໃນການປັບປຸງນິຕິກຳຕ່າງໆ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ເປັນຕົ້ນແມ່ນການບັນຈຸຊັບຊ້ອນບຸກຄະລາກອນ ເພື່ອຄວາມເປັນເອກະພາບກັນໃນທົ່ວປະເທດ  ໃນການຈັດຕັ້ງປະຕິບັດວຽກງານໂຄສະນາໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂື້ນ.

ຕອນທ້າຍ ປະທານໄດ້ເໜັ້ນໃຫ້ຄະນະຊີ້ນຳບັນດາແຂວງເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ, ບັນດາແອັດມິນເວັບໄຊສ ຜະລິດຂ່າວ, ສະໜອງຂໍ້ມູນລົງໜ້າເວັບໄຊສ ຂອງຕົນເອງໃຫ້ເປັນປົກກະຕິ, ທັນກັບເຫດການ.

ຂ່າວ: ສົມລີ ສຸທິເດດ

ກວດແກ້​ : ບຸນທະວີ ສົມມະນີ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa