ກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ປະຈຳໄຕ ມາດ III ແລະ ທິດທາງແຜນການປະຈຳໄຕມາດ IV ປີ 2024

ກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ປະຈຳໄຕ ມາດ III

ໃນຕອນເຊົ້າຂອງ ວັນທີ 15 ຕຸລາ 2024 ນີ້, ຄະນະໂຄສະນາອົບຮົມແຂວງ(ຄະນະຮັບຜິດຊອບວຽກງານເວັບໄຊສ) ໄດ້ເຂົ້າຮ່ວມກອງປະຊຸມສອ່ງແສງລາຍງານການເຄືອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ)   ປະຈຳໄຕມາດ III ແລະ ທິດທາງແຜນການປະຈຳໄຕມາດ IV ປີ 2024. ເຊິ່ງຈັດໂດຍ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະທານ ແລະ ກ່າວເປີດກອງປະຊຸມຂອງທ່ານ ວັນຕຸລາ ຣັກນຸດ, ກຳມະການຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ. ມີທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຮອງຫົວໜ້າຄະນະໂຄສະນາອົບຮົມບັນດາແຂວງ, ຜູ້ຊີ້ນໍາວຽກງານເວັບໄຊສ, ຫົວຫນ້າຂະແໜງການ, ຮອງຫົວຫນ້າ ຂະແໜງ ແລະ ຄະນະຮັບຜິດຊອບວຽກງານເວັບໄຊສ ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດເຂົ້າຮ່ວມ.

ໃນພິທີ ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ກ່າວຈຸດປະສົງຂອງ ກອງປະຊຸມຄັ້ງນີ້ ຫຼັງຈາກນັ້ນໄດ້ສະເໜີໃຫ້ຄະນະໂຄສະນາອົບຮົມແຕ່ລະແຂວງ ສ່ອງແສງລາຍງານສະພາບ ລວມໃນການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊ) ປະຈຳໄຕມາດ III ແລະ ທິດທາງ ແຜນການປະຈຳໄຕມາດ IV ປີ 2024.  ເພື່ອແນ່ໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອ ເລັກໂຕຼນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດກາຍເປັນເສນາທິການໃນການ ໂຄສະນາເຜີຍແຜ່ແນວທາງຂອງພັກ, ມະຕິ, ຄໍາສັ່ງທັງສະໜອງຂໍ້ມູນຂ່າວສານທີ່ສໍາຄັນໃຫ້ແກ່ການນໍາຂັ້ນແຂວງ ຂັ້ນເມືອງຂອງຕົນ ໃຫ້ມີຄວາມວ່ອງໄວທັນກັບສະພາບການ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່, ພ້ອມກັນປຶກສາຫາລືແລກປ່ຽນວິທີການໃນການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານເວັບໄຊ ຂອງຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ໃນຮູບແບບເວີຊັ່ນໃໝ່ ໃຫ້ມີຄວາມສະຖຽນ ລະພາບ, ວ່ອງໄວ ແລະ ມີຄຸນນະພາບສູງ.

ກອງປະຊຸມໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານໂຄສະນາ ຜ່ານສື່ (ເວັບໄຊ) ໃນໄລຍະ 3 ເດືອນຜ່ານມາ, ບັນດາຂໍ້ຄົງຄ້າງ, ທິດທາງແຜນການໃນຕໍ່ໜ້າ ແລະ ຂໍ້ສະເຫນີ ຂອງບັນດາຄະນະໂຄສະນາອົບຮົມແຂວງ ທົ່ວປະເທດຢ່າງກົງໄປກົງມາ.

ໃນຕອນທ້າຍ ທ່ານປະທານ ໄດ້ມີຄໍາເຫັນໂອ້ລົມ ກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານການ ເຄື່ອນໄຫວວຽກງານໂຄສະນາຜ່ານສື່ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດ ໃນໄລຍະຜ່ານມາ ແລະ ສູ້ຊົນຍົກສູງວຽກງານໂຄສະນາອົບຮົມ ໃຫ້ກ້າວສູ່ຄວາມທັນສະໄໝ, ສ້າງໃຫ້ ຄ ອ ຂ ມີຄວາມເຂັ້ມແຂງ ແລະ ມີເຄື່ອງມືໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ-ລັດ, ການເຄື່ອນໄຫວຂອງຄະນະນໍາຂັ້ນແຂວງໄດ້ຢ່າງວ່ອງໄວ, ກວ້າງຂວາງກວ່າເກົ່າ.

ຂຽນໂດຍ: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ ຫຼບ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa