ກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ)
ປະຈຳໄຕ ມາດ IV 2025 ແລະ ທິດທາງແຜນການປະຈຳໄຕມາດ I ປີ 2026

ໃນຕອນເຊົ້າຂອງ ວັນທີ 8 ທັນວາ 2025 ນີ້, ຄະນະໂຄສະນາອົບຮົມແຂວງ (ຄະນະຮັບຜິດຊອບວຽກງານເວັບໄຊສ) ໄດ້ເຂົ້າຮ່ວມກອງປະຊຸມສອ່ງແສງລາຍງານການເຄືອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ປະຈຳໄຕມາດ IV 2025 ແລະ ທິດທາງແຜນການປະຈຳໄຕມາດ I ປີ 2026. ຈັດຂື້ນໂດຍ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະທານ ແລະ ກ່າວເປີດກອງປະຊຸມຂອງທ່ານ ນາງ ວິລະວອນ ພັນທະວົງ, ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວຽກງານກົມຂໍ້ມູນຂ່າວສານ, ມີບັນດາຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນໍາວຽກງານເວັບໄຊສ, ຫົວຫນ້າຂະແໜງ, ຮອງຫົວຫນ້າຂະແໜງ ແລະ ຄະນະຮັບຜິດຊອບວຽກງານເວັບໄຊສ ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດເຂົ້າຮ່ວມ.

ໃນພິທີ ປະທານ ໄດ້ກ່າວເປີດກອງປະຊຸມ ຈາກນັ້ນໄດ້ສະເໜີໃຫ້ຜູ້ຕາງໜ້າຄະນະໂຄສະນາອົບຮົມແຕ່ລະແຂວງ ພັດປ່ຽນກັນຂື້ນຜ່ານບົດລາຍງານສະພາບລວມໃນການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊ) ປະຈຳໄຕມາດ IV ແລະ ທິດທາງ ແຜນການປະຈຳໄຕມາດ I ປີ 2026. ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອ ເລັກໂຕຼນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດກາຍເປັນເສນາທິການໃນການ, ໂຄສະນາເຜີຍແຜ່ແນວທາງຂອງພັກ, ມະຕິ, ຄໍາສັ່ງທັງສະໜອງຂໍ້ມູນຂ່າວສານທີ່ສໍາຄັນໃຫ້ແກ່ການນໍາຂັ້ນແຂວງ ຂັ້ນເມືອງຂອງຕົນ ໃຫ້ມີຄວາມວ່ອງໄວທັນກັບສະພາບການ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່, ພ້ອມກັນປຶກສາຫາລືແລກປ່ຽນວິທີການໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານເວັບໄຊ ຂອງຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ໃນຮູບແບບເວີຊັ່ນໃໝ່ ໃຫ້ມີຄວາມສະຖຽນລະພາບ, ວ່ອງໄວ ແລະ ມີຄຸນນະພາບສູງ.

ກອງປະຊຸມໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານໂຄສະນາ ຜ່ານສື່ (ເວັບໄຊ) ໃນໄລຍະ 3 ເດືອນທ້າຍປີ, ບັນດາຂໍ້ຄົງຄ້າງ, ທິດທາງແຜນການໃນຕໍ່ໜ້າ ແລະ ຂໍ້ສະເຫນີ ຂອງບັນດາຄະນະໂຄສະນາອົບຮົມແຂວງ ທົ່ວປະເທດຢ່າງກົງໄປກົງມາ.

ໃນຕອນທ້າຍ ທ່ານປະທານ ໄດ້ມີຄໍາເຫັນໂອ້ລົມ ກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນ ໄຫວ ຂອງວຽກງານໂຄສະນາຜ່ານສື່ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດ ໃນໄລຍະຜ່ານມາ ແລະ ສູ້ຊົນຍົກສູງວຽກງານໂຄສະນາອົບຮົມ ໃຫ້ກ້າວສູ່ຄວາມທັນສະໄໝ, ສ້າງໃຫ້ ຄ ອ ຮ. ຂ ມີຄວາມເຂັ້ມແຂງ ແລະ ມີເຄື່ອງມືໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ-ລັດ, ການເຄື່ອນໄຫວຂອງຄະນະນໍາຂັ້ນແຂວງໄດ້ຢ່າງວ່ອງໄວ, ກວ້າງຂວາງກວ່າເກົ່າ.

ຂຽນໂດຍ: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ ຫຼບ.
ກວດແກ້ໂດຍ: ທ. ຄໍາຫຼ້າ ໄຊຍະວົງ, ຄະນະໂຄສະນາອົບຮົມແຂວງ ຫຼບ.