ກອງປະຊຸມໃຫຍ່ໜ່ວຍຊາວໜຸ່ມ ຄະນະນະໂຄສະນາອົບຮົມແຂວງ ຄັ້ງທີ III

ກອງປະຊຸມໃຫຍ່ໜ່ວຍຊາວໜຸ່ມ

ຄະນະນະໂຄສະນາອົບຮົມແຂວງ ຄັ້ງທີ III

ວັນ 07  ມິຖຸນາ  2024 ນີ້ ໜ່ວຍຊາວໜຸ່ມປະຊາຊຊົນ ປະຕິວັດລາວ ຂອງຄະນະໂຄສະນາອົບຮົມແຂວງ ໄດ້ເປີດກອງປະຊຸມໃຫ່ຍຄັ້ງທີ III ຂຶ້ນ ຢູ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍໃຫ້ກຽດເປັນປະທານຮ່ວມ ຂອງ ສະຫາຍ ນາງ ວຽນວິໄລ ດີລະພັນ ກໍາມະການປະຈໍາພັກແຂວງ, ສະມາຊິກສະພາແຫ່ງຊາດ, ເລຂາໜ່ວຍພັກ,  ຫົວໜ້າຄະນະໂຄສະນາອົບຮົມແຂວງ, ​ສະຫາຍ ໄຊນະຄອນ ສຸດທິດາ, ຄະນະບໍລິຫານງານສູນກາງຊາວໜຸ່ມ ປປລ, ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງ ​ແລະ ສະຫາຍ ທອງຈັນ ພົມມະຈັນ ເລຂາໜ່ວຍຊາວໜຸ່ມ​ຄະນະ​ໂຄສະນາ​ອົບ​ຮົມແຂວງ. ​ ມີສະມາຊິກຊາວໜຸ່ມ ພາຍ​ໃນ​ໜ່ວຍເຂົ້າຮ່ວມທັງໝົດ 12 ສະຫາຍ, ຍິງ 05 ສະຫາຍ, ແຂກຖືກເຊີນ 16 ສະຫາຍ.

ໃນກອງປະຊຸມ ສະຫາຍ ທອງຈັນ ພົມມະຈັນ ໄດ້ຂຶ້ນຜ່ານບົດສະຫຼຸບການນຳພາການຈັດຕັ້ງປະຕິບັດວຽກງານຊາວໜຸ່ມສອງພາກໃນໄລຍະ 5 ປີ ຜ່ານມາ,  ກອງປະຊຸມໄດ້ເປັນເອກະພາບ ຮັບຮອງເອົາບົດລາຍງານການເມືອງ ທັງສອງພາກ, ເຊິ່ງໄດ້ຕີລາຄາສູງ ເຖິງຜົນງານໄຊຊະນະ ຂອງການຈັດຕັ້ງປະຕິບັດແນວທາງ, ມະ ຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍຊາວໜຸ່ມ ຄະນະ​ໂຄສະນາ​ອົບຮົມແຂວງ ໃນໄລຍະ 05 ປີຜ່ານມາ, ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ຊຶ່ງຈະໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ,  ຊອກໃຫ້ເຫັນສາ ເຫດ ແລະ ບົດຮຽນທີ່ຖອດຖອນໄດ້ໃຫ້ແກ່ການນໍາພາ ຂອງຕົນ;  ບົດລາຍງານການເມືອງໄດ້ກຳນົດຄາດໝາຍສູ້ຊົນ, ທິດທາງໜ້າທີ່ແຕ່ນີ້ເຖິງປີ 2028. ກອງປະຊຸມໄດ້ບ່ອນບັດຄັດເລືອກເອົາຄະນະຊຸດໃໝ່ໃນນີ້ ໄດ້ເລືອກເອົາ ສະຫາຍ ​ສົມນຶກ ຈະເລີນສີ ເປັນເລຂາຊາວໜຸ່ມຊຸດໃໝ່, ສະຫາຍ ນາງ ເພັດພິມໃຈ ສີສະອາດ  ເປັນຮອງເລຂາ  ແລະ ສະຫາຍ ສຸດທະວີໄຫວ ມີທະວົງ ເປັນຄະນະ.

 

 

ໂອກາດນີ້ໄດ້ມອບໃບຍ້ອງຍໍໜ່ວຍຊາວໜຸ່ມ 4 ບຸກ, ທຸງໄຊນໍາໜ້າຄັ້ງທີ 2, ໃບຍ້ອງຍໍ 4 ບຸກ ໃຫ້ສະມາຊິກຊາວໜຸ່ມ ຜູ້ທີ່ມີຜົນງານດີເດັ່ນຈໍານວນ 12 ສະຫາຍ, ຍິງ 6 ສະຫາຍ. ພ້ອມທັງຈັບມືກັນຕາມເນື້ອໃນຂໍ້ແຂ່ງຂັນ 4 ບຸກ; ຈາກນັ້ນກໍ່ໄດ້ເປີດປ້າຍໜ່ວຍຊາວໜຸ່ມ 4 ບຸກ ພ້ອມທັງລັ່ນຄ້ອງ 9 ບາດ.

 

 

 

 

ຕອນທ້າຍໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດເຍືອງທາງຈາກ ສະຫາຍ ໄຊນະຄອນ ສຸດທິດາ, ເຊິ່ງ ສະຫາຍ ໄດ້ຮຽກຮ້ອງມາຍັງຄະນະໜ່ວຍຊາວໜຸ່ມຊຸດໃໝ່, ສະມາຊິກຊາວໜຸ່ມພາຍໃນໜ່ວຍ ຈົ່ງເພີ່ມທະວີຄວາມສາມັກຄີອັນເປັນປຶກແຜ່ນແໜ້ນໜາ, ຍົກສູງສະຕິເປັນເຈົ້າ ຂອງຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ, ປະກອບສ່ວນຢ່າງຕັ້ງໜ້າ, ຍົກສູງຄວາມຮັບຜິດຊອບການເມືອງ ຂອງຕົນ ເຂົ້າໃນການປະຕິ ບັດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ດີຂື້ນເທື່ອລະກ້າວ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa