ກອງປະຊຸມໃຫຍ່ ໜ່ວຍສະຫະພັນແມ່ຍິງ ຄະນະນະໂຄສະນາອົບຮົມແຂວງ ຄັ້ງທີ II

ກອງປະຊຸມໃຫຍ່ ໜ່ວຍສະຫະພັນແມ່ຍິງ

ຄະນະນະໂຄສະນາອົບຮົມແຂວງ ຄັ້ງທີ II

ໃນຕອນບ່າຍ ຂອງວັນ 06  ມິຖຸນາ  2024 ນີ້ ໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບ ຮົມແຂວງ ໄດ້ເປີດກອງປະຊຸມໃຫ່ຍຄັ້ງທີ II  ຂຶ້ນ ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ນາງ ວຽນວິໄລ ດີລະພັນ ກໍາມະການປະຈໍາພັກແຂວງ, ສະມາຊິກສະພາແຫ່ງຊາດ, ເລຂາໜ່ວຍພັກ,  ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ນາງ ບົວສອນ ໄຊຍະໄຊ, ຮອງປະທານສະຫະພັນແມ່ຍິງແຂວງ ​ແລະ ສະຫາຍ ນາງ ຈັນສຸກ ວິໄລພອນ ປະທານໜ່ວຍສະຫະພັນແມ່ຍິງ ​ຄະນະ​ໂຄສະນາ​ອົບ​ຮົມແຂວງ. ​ ມີສະມາຊິກແມ່ຍິງ ພາຍ​ໃນ​ໜ່ວຍເຂົ້າຮ່ວມທັງໝົດ 8 ສະຫາຍ.  ມີແຂກຮັບເຊີນເຂົ້າຮ່ວມ 12 ສະຫາຍ, ຊາຍ 6 ສະຫາຍ.

ໃນກອງປະຊຸມ ສະຫາຍ  ນາງ ຈັນສຸກ ວິໄລພອນ ໄດ້ຂຶ້ນຜ່ານບົດສະຫຼຸບການນຳພາການຈັດຕັ້ງປະຕິບັດວຽກງານແມ່ຍິງສອງພາກໃນ 5 ປີ ຜ່ານມາ ແລະ ທິດທາງແຜນການໃນສະໄໝຕໍ່ໜ້າ. ຫຼັງຈາກນັ້ນຄະນະຊຸດເກົ່າໄດ້ຂຶ້ນກ່າວລາໜ້າທີ ແລະ ກອງປະຊຸມໄດ້ຜ່ານມະຕິແຕ່ງຕັ້ງຄະນະຊຸດໃໝ່ເຊິ່ງປະກອບມີ: ສະຫາຍ ຈັນສຸກ ວິໄລພອນ ເປັນປະທານ, ສະຫາຍ ນາງ ສົມມິດ ແກ່ນມະນີ ເປັນຮອງປະ ທານ ແລະ ເປັນປະທານກວດກາ, ສະຫາຍ ນາງ ສົມລີ ສຸທິເດດ  ເປັນຄະນະ. ຈາກນັ້ນໄດ້ມອບຮັບໃບຍ້ອງຍໍໜ່ວຍແມ່ຍິງ 3 ດີ.

ໃນຕອນທ້າຍກອງປະຊຸມ ສະຫາຍ ນາງ ບົວສອນ ໄຊຍະໄຊ, ໄດ້ເໜັ້ນໜັກໃຫ້ຄະນະໜ່ວຍສະຫະພັນແມ່ຍິງຊຸດໃໝ່ ເອົາໃຈໃສ່ ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກແມ່ຍິງໃນຄວາມຮັບຜິດຊອບ ຂອງຕົນເປັນປົກກະຕິ, ລວມຊີວິດປະຈຳເດືອນ ເພື່ອຕຳໜິສົ່ງຂ່າວຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ເພື່ອໃຫ້ໜ່ວຍແມ່ຍິງເປັນໜ່ວຍທີ່ມີຄວາມເຂັ້ມແຂງ, ສະມາຊິກທີ່ມີຄວາມພັດທະນາດີຂຶ້ນເລື້ອຍໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa