ກອງປະຊຸມ ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ
ໃນຕອນເຊົ້າ ວັນທີ 04 ສິງຫາ 2025 ຜ່ານມານີ້, ຢູ່ສະໂມສອນ ຂອງເມືອງຈອມເພັດ ໄດ້ຈັດກອງປະຊຸມເຊື່ອມຊຶມ ບັນດາມະຕິ ຂອງຄະນະບໍລິຫານງານສູນກາງພັກ ແລະ ຂອງສະພາປະຊາຊົນແຂວງ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໃນທົ່ວແຂວງ, ໂດຍເປັນປະທານ ຂອງສະຫາຍ ນາງ ສົມສະໝອນ ຄຳສຸກສະຫວັດ ຮອງເລຂາພັກເມືອງ, ຫົວໝ້າຄະນະຈັດຕັ້ງເມືອງ, ມີບັນດາກຳມະການພັກ, ຫົວໜ້າ-ຮອງຫົວໜ້າ ຫ້ອງ ການອອ້ມຂ້າງ, ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມ.
ໃນພິທີ ສະຫາຍ ນາງ ສົມສະໝອນ ຄຳສຸກສະຫວັດ ຮອງເລຂາພັກເມືອງ, ຫົວໝ້າຄະນະຈັດຕັ້ງເມືອງ, ຂື້ນເຜີຍແຜ່ເຊື່ອມຊືມ ເອກະສານ ເລກທີ 302/ ຄຈສພ ລົງວັນທີ 04 ກໍລະກົດ 2025 ວ່າດ້ວຍທິດທາງການປັບປຸງກົງຈັກການຈັດຕັ້ງຢູ່ທ້ອງຖິ່ນ. ເຊື່ອມຊືມມະຕິ ສະພາປະຊາຊົນແຂວງ ເລກທີ 14 /ສພຂ ລົງວັນທີ 04 ກໍລະກົດ 2025 ວ່າດ້ວຍການຮັບຮອງການປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ, ນະຄອນ ແລະ ເມືອງ ພາຍໃນແຂວງຫຼວງພະບາງ, ເຜີຍແຜ່ເຊື່ອມຊືມແຈ້ງການ ເລກທີ 759 /ຄຈສພ, ລົງວັນທີ 04 ກໍລະ ກົດ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໃນການໂຮມວຽກງານພາຍໃນ ຈໍານວນໜຶ່ງຂື້ນກັບຄະນະຈັດຕັ້ງເມືອງ-ນະຄອນ ແລະ ຄະນະຈັດຕັ້ງແຂວງ.
ໃນຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມ ຈາກປະທານກອງປະຊຸມ, ເພື່ອໃຫ້ທິດຊີ້ນໍາ ແລະ ເປັນທິດທາງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ແຕ່ລະຂົງເຂດ ກໍຄືການດໍາເນີນວຽກງານຕ່າງໆໃນຕໍ່ໜ້າ ໃຫ້ມີຜົນສໍາເລັດ, ຕ້ອງຮັບປະກັນການຈັດຕັ້ງປະຕິບັດຕາມທັດສະນະຊີ້ນຳ ຂອງພັກ ຢ່າງເຂັ້ມງວດ, ທັນກຳນົດເວລາ, ຮັກສາໄດ້ຄວາມສາມັກຄີເອກະພາບ, ມີຄວາມສະຫງົບໃນກົງຈັກທີ່ຖືກປັບປຸງ, ກົງຈັກການຈັດຕັ້ງກະທັດຮັດ, ຫຼຸດຈຳນວນພະແນກການ-ອົງການ ຢູ່ຂັ້ນແຂວງ, ຫ້ອງການຢູ່ຂັ້ນເມືອງ, ຫຼຸດຈຳນວນພະນັກງານ-ລັດຖະກອນ ຕາມນະໂຍບາຍທີ່ເໝາະສົມ, ສັບຊ້ອນບຸກຄະລາກອນເຂົ້າໃນກົງຈັກການຈັດຕັ້ງ ຂອງພາກສ່ວນທີ່ຖືກປັບປຸງຄືນໃໝ່ໃຫ້ຮັບປະກັນມາດຕະຖານ, ເງື່ອນໄຂທີ່ກຳນົດໄວ້ ເປັນຕົ້ນເຊັ່ນ: ການໂຮມຫ້ອງການແຜນການ ແລະ ການລົງທຶນ ເຂົ້າກັບຫ້ອງ ການການເງິນ, ເອີ້ນວ່າ: ຫ້ອງການການເງິນ, ໂຮມຫ້ອງການພະລັງ ງານ ແລະ ບໍ່ແຮ່ເມືອງ ເຂົ້າກັບຫ້ອງການອຸດສະຫະກຳ ແລະ ການຄ້າ, ເອີ້ນວ່າ: ຫ້ອງການອຸດສະຫະກຳ ແລະ ການຄ້າເມືອງ; ໂຮມຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບຫ້ອງການກະສິກຳ ແລະ ປ່າໄມ້, ເອີ້ນຊື່ໃໝ່ວ່າ: ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ; ໂຮມວຽກງານຄຸ້ມຄອງພະນັກ ງານ-ລັດຖະກອນ, ວຽກງານພັດທະນາກົງຈັກການຈັດຕັ້ງ, ວຽກງານປົກຄອງທ້ອງຖິ່ນ, ວຽກງານແຂ່ງຂັນ-ຍ້ອງຍໍ, ວຽກງານຄຸ້ມຄອງພາລະກອນ ພ້ອມດ້ວຍບຸກຄະລາກອນ ຂອງຫ້ອງການພາຍໃນ ເຂົ້າກັບຄະນະຈັດຕັ້ງເມືອງ, ແມ່ນຈະຕ້ອງໄດ້ປະຕິບັດຕາມຂະແໜງສາຍຕັ້ງ, ບັນດາຫ້ອງການທີ່ຖືກໂຮມທັງໝົດນີ້ ຈະຕ້ອງໄດ້ພ້ອມກັນຈັດຕັ້ງປະຕິບັດໃຫ້ສຳເລັດໃນທ້າຍອາທິດທີ 2 ຂອງເດືອນ ສິງຫາ 2025 ນີ້.
ຂຽນຂ່າວໂດຍ: ທ. ພັນທະລີ ສຸກຂະເສີມ ຈາກຄະນະໂຄສະນາອົບຮົມ ເມືອງຈອມເພັດ.
ກວດແກ້: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.