ກອງປະຊູມສະຫຼູບວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳ 6 ເດືອນຕົ້ນປີ 2024 ແລະ 6 ເດືອນທ້າຍປີ 2024.

ກອງປະຊູມສະຫຼູບວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳ 6 ເດືອນຕົ້ນປີ 2024 ແລະ 6 ເດືອນທ້າຍປີ 2024.

ໂດຍປະຕິບັດຕາມຂໍ້ຕົກລົງ ຂອງທ່ານເຈົ້າແຂວງຫຼວງພະບາງ; ສະບັບເລກທີ 167/ຈຂ.ຫຼບ; ລົງວັນທີ 9 ກຸມພາ 2024, ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ,  ໃນວັນທີ 25 ມິຖຸນາ 2024, ເວລາ 8:00 ໂມງ. ທ່ານ ບຸນທະວີ ສົມມະນີ, ໄດ້ຕາງໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເຂົ້າຮ່ວມກອງປະຊຸມສະຫຼູບວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳ 6 ເດືອນຕົ້ນປີ 2024 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024. ໂດຍການເປັນປະທານ ຂອງທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ. ມີລັດຖະມົນຕີກະຊວງເຕັກໂນໂລຊີ-ການສື່ສານ, ທ່ານເຈົ້າແຂວງ ແລະ ບັນດາທ່ານຫົວໜ້າພະແນກເຕັກໂນໂລຊີ-ການສື່ສານ ແຂວງ ທົ່ວປະເທດ.

ກອງປະຊູມໄດ້ເຫັນດີເປັນເອກະພາບກັນ ຮັບຮອງເອົາບົດສະຫຼູບ 6 ເດືອນຕົ້ນປີ 2024 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024. ຈາກນັ້ນກໍ່ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງອິນເຕີເນັດ ແລະ ສະພາບຫາງສຽງສັງຄົມ ຈາກບາງກະຊວງ ແລະ ບາງແຂວງ ຕາມຄຳຖາມເຈາະຈີ້ມ ຂອງປະທານກອງປະຊູມ.

ຕອນທ້າຍກໍ່ໄດ້ໃຫ້ກຽດຮັບຟັງການໂອ້ລົມ ຂອງປະທານພິທີ, ທ່ານໄດ້ເນັ້ນໃຫ້ບັນດາພາກສ່ວນດັ່ງກ່າວນີ້ໃຫ້ເອົາໃຈໃສ່ຊຸກຍູ້, ຕິດຕາມກວດກາ ພ້ອມທັງຈັດຝຶກອົບຮົມວຽກງານອິນເຕີເນັດໃຫ້ເຂັ້ມແຂງ ແລະ ທົ່ວເຖິງທຸກໆຈຸດ, ຈາກນັ້ນ ຕ້ອງເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ບັນດາພະນັກງານຜູ້ຮັບຜິດຊອບວຽກງານດັ່ງກ່າວນີ້ໃຫ້ໜັກແໜ້ນ.

ຕ້ອງໄດ້ເພີ່ມການເຝົ້າລະວັງ, ຕິດຕາມຂໍ້ມູນທີ່ບິດເບືອນ, ຖ້ອຍທຳນອງບໍ່ດີຕ່າງໆ ຖ້າມີ ຕ້ອງມີການຕອບໂຕ້ໃຫ້ທັນການ, ຄົ້ນຄວ້າສ້າງນິຕິກຳຕ່າງໆ ເພື່ອຄຸ້ມຄອງລະບົບຊາຍເບີ ຕໍ່ກັບການນຳໃຊ້ລະບົບດັ່ງກ່າວໃຫ້ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ ທີ່ສຳຄັນໃຫ້ເປັນປະໂຫຍດຕໍ່ສັງຄົມ, ຈົ່ງລີກລຽງການນຳໃຊ້ໃນທາງທີ່ບໍ່ດີ.

ສຶບຕໍ່ໃຫ້ການຮ່ວມມືກັບບັນດາປະເທດໃກ້ຄຽງ ແລະ ເພື່ອນມິດຍຸທະສາດ ເພື່ອຄຸ້ມຄອງ ແລະ ເສີມຂະຫຍາຍວຽກງານດັ່ງກ່າວໃຫ້ດີຂື້ນຢ່າງບໍ່ຢຸດຢັ້ງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa