ກອງປະຊູມສ່ອງແສງປະຈຳໄຕມາດ II (4-6.2024)

ກອງປະຊູມສ່ອງແສງປະຈຳໄຕມາດ II

ໃນຕອນເຊົ້າຂອງ ວັນທີ 27 ມີຖຸນາ 2024, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈັດກອງປະຊຸມສ່ອງແສງລາຍງານວຽກງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ປະຈໍາໄຕມາດ II ແລະ ທິດທາງແຜນການປະຈໍາໄຕມາດ III ປະຈໍາປີ 2024, ຮ່ວມກັບຄະນະໂຄສະນາອົບຮົມແຂວງທົ່ວປະເທດ  ພາຍໃຕ້ໂດຍການເປັນປະທານ ແລະ ກ່າວ ເປີດກອງປະຊຸມຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ເຂົ້າຮ່ວມ ມີ: ມີຮອງຫົວໜ້າຄະນະໂຄສະນາອົບຮົມ ບັນດາ ແຂວງ, ຜູ້ຊີ້ນໍາວຽກງານເວັບໄຊສ, ຄະນະຮັບຜິດຊອບວຽກງານເວັບໄຊສ ແລະ ພະນັກງານວິຊາການ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມໄດ້ກ່າວຈຸດປະສົງຂອງກອງປະຊຸມຄັ້ງນີ້ຫຼັງຈາກນັ້ນໄດ້ສະເໜີໃຫ້ຄະນະໂຄສະນາອົບຮົມແຕ່ລະແຂວງສ່ອງແສງລາຍງານສະພາບລວມໃນການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊ) ປະຈໍາໄຕມາດ II ແລະ ທິດທາງແຜນ ການປະຈໍາໄຕມາດ III ປະຈໍາປີ 2024 ແນ່ໃສ່ເພື່ອເຮັດໃຫ້ການເຄື່ອນໄຫວປະຕິບັດວຽກງານໂຄສະນາຜ່ານສື່ເອເລັກ ໂຕຼນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດກາຍເປັນເສນາທິການໃນການໂຄສະນາເຜີຍແຜ່ແນວທາງຂອງພັກ, ມະຕິ, ຄໍາສັ່ງທັງສະໜອງຂໍ້ມູນຂ່າວສານທີ່ສໍາຄັນໃຫ້ແກ່ການນໍາຂັ້ນແຂວງ, ຂັ້ນເມືອງຂອງຕົນ ໃຫ້ມີຄວາມວ່ອງໄວທັນກັບສະພາບການ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່, ເວົ້າສະເພາະກໍແມ່ນພາຍຫຼັງໄດ້ຜ່ານຝຶກອົບຮົມການນຳໃຊ້ເວັບໄຊຜ່ານມາ ພ້ອມກັນປະດິດສ້າງສິ່ງໃໝ່ດ້ວຍຫຼາຍຮູບການໂຄສະນາ ສ້າງຄວາມດຶງດູດຜູ້ອ່ານຂ່າວໃຫ້ນັບມື້ນັບຫຼາຍຂຶ້ນ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ, ຜູ້ຊີ້ນຳກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ມີຄໍາເຫັນໂອ້ລົມເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງໃນໄລຍະຜ່ານມາ ໂດຍສະເພາະແມ່ນການຝຶກອົບຮົມຜ່ານທາງອອນລາຍຄະນະໂຄສະນາອົບຮົມແຂວງທົ່ວປະເທດເຫັນໄດ້ວ່າສາມາດຈັດຕັ້ງປະ ຕິບັດໄດ້ຫຼາຍກວ່າ 80% ຂຶ້ນໄປ  ແລະ ເພື່ອແນ່ໃສ່ຍົກສູງວຽກງານໂຄສະນາອົບຮົມພວກເຮົາໃຫ້ກ້າວສູ່ຄວາມທັນສະໄໝ, ສ້າງໃຫ້ໂຄສະນາອົບຮົມບັນດາແຂວງ ມີຄວາມເຂັ້ມແຂງ ແລະ ມີເຄື່ອງມືໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍມະຕິ, ຄໍາສັ່ງ ຂອງພັກ-ລັດ ລວມເຖີງການເຄື່ອນໄຫວຂອງ ຄະນະນໍາຂອງແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa