ການນຳແຂວງຫຼວງພະບາງ ຮ່ວມໃຈກັນໄຫ້ວອາໄລ

ການນຳແຂວງຫຼວງພະບາງ ຮ່ວມໃຈກັນໄຫ້ວອາໄລ

ການນໍາແຂວງຫຼວງພະບາງ ຮ່ວມວາງພວງມາລາ ຕໍ່ການຈາກໄປ ຂອງສະຫາຍ ຫງວຽນຝູຈ້ອງຕອນເຊົ້າທີ 25 ກໍລະກົດ 2024 ນີ້ ທີ່ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກເໜືອ ແຂວງຫຼວງພະບາງ, ການນໍາແຂວງຫຼວງພະບາງ, ນຳໂດຍ ສະຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ໄດ້ຮ່ວມກັນວາງພວງມາລາ ແລະເຊັນປື້ມໄຫ້ວອາໄລ ຕໍ່ການຈາກໄປ ຂອງສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ.

ໂອກາດນີ້ ສະຫາຍ ຄຳຂັນ ຈັນທະວີສຸກ ໄດ້ເຊັນປື້ມໄຫ້ວອາໄລ ໂດຍມີເນື້ອໃນ ດັ່ງນີ້: ຄະນະບໍລິຫານງານພັກແຂວງຫຼວງພະບາງ ພວກຂ້າພະເຈົ້າ ມີຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການຈາກໄປ ບໍ່ມີວັນຫວນກັບ ຂອງສະຫາຍ        ຫງວຽນຝູຈ້ອງ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ແຫ່ງ ສ.ສ ຫວຽດນາມ ຊຸດທີ XI,XII, XIII ຜູ້ທີ່ແສນເຄົາລົບຮັກ ຂອງປະຊາຊົນບັນດາເຜົ່າຊາວຫວຽດນາມ ໄດ້ເຖິງແກ່ມໍລະນະກຳໃນເວລາ 13:38 ໂມງ ຂອງວັນທີ 19 ກໍລະກົດ 2024 ທີ່ຜ່ານມາ.

ຕາງໜ້າຄະນະບໍລິຫານງານ ພັກແຂວງສະພາປະຊາຊົນແຂວງ, ອົງການປົກຄອງແຂວງ, ແນວລາວສ້າງຊາດແຂວງ ແລະປະຊາຊົນບັນ ດາເຜົ່າແຂວງຫຼວງພະບາງ. ຂໍສະແດງຄວາມເສົ້າສະຫຼົດໃຈ, ໄລອາວອນມາຍັງ ພັກ-ລັດຖະບານ ແລະປະຊາຊົນ ບັນດາເຜົ່າຫວຽດນາມ, ຕະຫຼອດຮອດຄອບຄົວ, ຍາດພີ່ນ້ອງ ຂອງ ສະຫາຍ ຫງວຽນຟູຈ້ອງ ອະດີດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດແຫ່ງ ສ.ສ ຫວຽດນາມ.

ໃນຕະ ຫຼອດຊີວິດ ຂອງ ສະຫາຍ ໄດ້ອຸທິດໃຫ້ແກ່ການເຄື່ອນໄຫວປະຕິວັດ ແລະພາລະກິດປ່ຽນແປງໃໝ່, ໄດ້ປະກອບ ສ່ວນອັນສໍາຄັນເຂົ້າໃນການຮ່ວມມື ແລະ ນັບມື້ຮັດແໜ້ນ, ເພີ່ມພູນຄູນສ້າງສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມື ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ ຫວຽດນາມ, ຫວຽດນາມ-ລາວ.

ຂໍ້ມູນ-ພາບ: ກົງສູນ ສສ ຫວຽດນາມປະຈຳພາກເໜືອ.

ຂຽນໂດຍ: ທ. ບຸນທະວີ ສົມມະນີ ຄະນະໂຄສະນາອົບຮົມແຂວງ ຫຼບ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa