ການຫຼຸດລົງ ຂອງແມ່ນ້ຳຂອງ ຢູ່ຫຼວງພະບາງ

ການຫຼຸດລົງ ຂອງແມ່ນ້ຳຂອງ ຢູ່ຫຼວງພະບາງ

ມາຮອດໃນຕອນເຊົ້າຂອງວັນທີ 16 ກັນຍາ 2024, ສະພາບນ້ຳຍຶ່ງຖ້ວມໃນນະຄອນ ຫຼວງພະບາງ ເລີ່ມຫຼຸດລົງຫຼາຍແລ້ວ, ແຕ່ທຸກພາກສ່ວນຍັງສືບຕໍ່ເຝົ້າລະວັງຢ່າງຕໍ່ເນື່ອງ ເນື່ອງຈາກຕາມການຄາດຄະເນມວນນ້ຳ ຂອງແມ່ນ້ຳຂອງ ຈາກພາກເໜືອ ຍັງໄຫຼມາເປັນຈຳນວນຫຼາຍ.

ຕາມການລາຍງານຈາກພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ປັດຈຸບັນລະດັບແມ່ນ້ຳຂອງ ແລະ ນ້ຳສາຂາ ຢູ່ເຂດແຂວງຫຼວງພະບາງ ເລີ່ມຫຼຸດລົງ ແຕ່ຄະນະຮັບຜິດ ຊອບ ຂອງພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ປະສານສົມທົບກັບຫຼາຍພາກສ່ວນ ສືບຕໍ່ເຝົ້າລະວັງສະພາບນ້ຳຢ່າງຕໍ່ເນື່ອງ ເພື່ອກະກຽມຮັບມືກັບມວນນ້ຳທີ່ອາດຈະເພີ່ມຂຶ້ນອີກ, ຊຶ່ງໄລຍະນ້ຳມີປະລິ ມານສູງຂຶ້ນໃນ 3-4 ມື້ຜ່ານມາ ຄະນະຮັບຜິດຊອບ ໄດ້ລະດົມກໍາລັງ ແລະພາຫະນະເຮືອທ້ອງແບນ-ເຮືອຢາງ ເຂົ້າຊ່ວຍເຫຼືອຂົນເຄື່ອງ ແລະ ປະຊາຊົນທີ່ຖືກຜົນກະທົບໃນຄັ້ງນີ້ ໄປໄວ້ບ່ອນທີ່ປອດໄພ ພ້ອມນັ້ນ ໄດ້ລະດົມຜູ້ປະກອບການຂຸດຄົ້ນ ຫີນ-ແຮ່-ຊາຍ ເພື່ອສະໜອງຊາຍ ແລະ ເປົາ ເພື່ອສ້າງແລວກັນນ້ຳ ຢູ່ເຂດແຄມນ້ຳຄານ. ສ່ວນການຂົນສົ່ງໂດຍສານທາງເຮືອ ນັບແຕ່ມີປະລິມານແມ່ນ້ຳຂອງຂຶ້ນສູງ ໄດ້ອອກແຈ້ງການໃຫ້ການຂົນສົ່ງເຮືອບັກຂ້າມນ້ຳຂອງ ຈຸດທ່າເຮືອຫຼວງ ຫາ ບ້ານຊຽງແມນຢຸດເຊົາຊົ່ວຄາວ ໂດຍໃຫ້ໄປໃຊ້ບໍລິການຈຸດເຮືອບັກໃຫຍ່ຢູ່ທ່າບ້ານຊຽງແກ້ວ ນະຄອນ ຫຼວງພະບາງ ຫາບ້ານຈ່ານໃຕ້ ເມືອງຈອມເພັດແທນ, ພ້ອມນັ້ນ ໄດ້ແຈ້ງໃຫ້ຢຸດການບໍລິການເຮືອຂົນສົ່ງນັກທ່ອງທ່ຽວ ຕາມນ້ຳຂອງ-ນ້ຳຄານ ຈົນກວ່າສະພາບລະດັບແມ່ນ້ຳຂອງຈະເປັນປົກກະຕິ.

ສຳລັບຂໍ້ມູນພະຍາກອນອາກາດ ຈາກຂະແໜງອຸຕຸນິຍົມ-ອຸທົກກະສາດ ພະແນກຊັບພະນາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງພະບາງ ໃນວັນທີ 16 ກັນຍາ 2024 ນີ້ ໄດ້ໃຫ້ຮູ້ວ່າ: ຮ່ອງຄວາມກົດດັນອາກາດຕໍ່າໄດ້ຫຼຸດລົງເລັກໜ້ອຍທຽບໃສ່ມື້ຜ່ານມາ ຊຶ່ງຈະເຮັດໃຫ້ພາກເໜືອດ້ານຕາ ເວັນຕົກ ໂດຍສະເພາະແຂວງຫຼວງພະບາງ ຈະມີຝົນຕົກ, ຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄອຍ ຫາ ປານກາງຢູ່ທົ່ວໄປ ແລະຈະຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ລະດັບແມ່ນໍ້າຂອງ ຈຸດສະຖານີວັດແທກນ້ຳ ບ້ານປ່າຂາມ, ນະ ຄອນ ຫຼວງພະບາງ, ເຫັນວ່າ ລະດັບນໍ້າໄດ້ຫຼຸດລົງ ຊຶ່ງໃນເວລາ 07:00 ໂມງ ຂອງວັນທີ 16 ກັນຍາ 2024 ວັດແທກໄດ້ 16,57 ແມັດ, ທຽບໃສ່ລະດັບນໍ້າເວລາ 07:00 ໂມງຂອງວັນທີ 15 ກັນຍາ 2024 ຫຼຸດລົງ -1,14 ແມັດ ຄາດວ່າ ໃນວັນທີ 17 ກັນຍາ 2024 ລະດັບແມ່ນໍ້າຂອງ ຈະຢູ່ໃນລະດັບ 16,05 ແມັດ ແລະ ວັນທີ 18 ກັນຍາ 2024 ຈະຢູ່ໃນລະດັບ 15,74 ແມັດ ແລະ ຈະມີທ່າອ່ຽງຫຼຸດລົງອີກ.

ເຖິງຢ່າງໃດກໍ່ຕາມ, ພີ່ນ້ອງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນທຸກພາກສ່ວນ ທີ່ອາໄສຢູ່ລຽບຕາມແຄມແມ່ນໍ້າຂອງ, ນໍ້າອູ, ນໍ້າເຊືອງ ແລະ ນໍ້າຄານ ໃນແຂວງຫຼວງພະບາງ ໂດຍສະ ເພາະເຂດພື້ນທີ່ຕໍ່າ, ຈົ່ງມີສະຕິເຝົ້າລະວັງນໍ້າຖ້ວມຍຶ່ງ ແລະ ສະພາບຝົນຍັງຈະສືບຕໍ່ຕົກບາງພື້ນທີ່ ທຸກພາກສ່ວນໃຫ້ກຽມພ້ອມຮັບມື ຕໍ່ສະພາບນໍ້າຖ້ວມຍຶ່ງ ທີ່ອາດຈະເກີດຂຶ້ນ ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງຕ່າງໆ ແລະສັດລ້ຽງໄປໄວ້ບ່ອນທີ່ປອດໄພ. ພ້ອມນັ້ນ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນໍ້າ ຈາກພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ ຢ່າງຕໍ່ເນື່ອງ.

ຂຽນໂດຍ: ທ່ານ ບຸນທະວີ ສົມມະນີ ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa