ກົງສູນໃຫ່ຍ ສປ ຈີນ ປະຈໍາແຂວງຫຼວງພະບາງ ຈັດງານພົບປະກັບສື່ມວນຊົນລາວ 5 ແຂວງພາກເໜືອ
ໃນເວລາ 18:30 ນາທີ ຂອງວັນທີ 11 ສິງຫາ 2025 ຜ່ານມານີ້, ຢູ່ທີ່ກົງສູນໃຫ່ຍ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ປະຈໍາແຂວງຫຼວງພະບາງ ໄດ້ຈັດພິທີງານພົບປະຮ່ວມກັບບັນດາສື່ມວນຊົນ 5 ແຂວງພາກເໜືອ ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນລາວ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ວຽນວິໄລ ດີລະພັນ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ, ທ່ານ ຈາງເສີຜິງ ຫົວໜ້າກົງສູນໃຫ່ຍ ແຫ່ງ ສາທາລະນະລັດ ປະ ຊາຊົນຈີນ ປະຈໍາພາກເໜືອຂອງລາວ, ມີບັນດາການນໍາທີ່ມາຈາກຄະນະໂຄສະນາອົບຮົມ 5 ແຂວງພາກເໜືອ ພ້ອມດ້ວຍບັນດານັກຂ່າວເຂົ້າຮ່ວມ.
ໃນພິທີ ທ່ານ ຈາງເສີຜິງ ຫົວໜ້າກົງສູນໃຫ່ຍ ແຫ່ງ ສປ ຈີນ ປະຈໍາພາກເໜືອຂອງລາວ ໄດ້ມີຄໍາເຫັນກ່າວຕ້ອນຮັບບັນດາທ່ານຄະນະສື່ມວນຊົນພາກເໜືອຂອງລາວທີ່ຖືກເຊີນເຂົ້າຮ່ວມງານພິທີຄັ້ງນີ້ຢ່າງອົບອຸ່ນດ້ວຍໄມຕີຈິດມິດຕະພາບ, ພ້ອມທັງຕີລາຄາສູງຕໍ່ກັບວັນສ້າງຕັ້ງສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບ ຮອບ 75 ປີວ່າ: ເພື່ອເປັນການເພີ່ມທະວີການພົວພັນ ລະຫວ່າງ ສາທາລະນະລັດ ປະຊາຕິປະໄຕ ປະຊາຊົນລາວ ກໍ່ຄື ບັນດາແຂວງພາກເໜືອຂອງລາວ ກັບສະຖານກົງສູນໃຫ່ຍ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ໃຫ້ມີການສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງໃນທຸກໆດ້ານທີ່ສອງພັກ ລັດຖະບານໄດ້ມີແນວທາງຮ່ວມມືກັນມາແຕ່ດົນນານ, ຕາມແນວຄິດ ຂອງທ່ານ ສີເຈີຜິງ ເລຂາທິການໃຫ່ຍ ຂອງ ສປ ຈີນ ໄດ້ໃຫ້ຄວາມສໍາຄັນຕໍ່ກັບສື່ມວນຊົນຕະຫຼອດມາ ແລະ ສືບຕໍ່ເພີ່ມທະວີໂຄສະນາຫັນເອົາແນວທາງຂອງພັກ, ລະບຽບກົດໝາຍຂອງລັດເປັນອັນລະອຽດ ເຂົ້າສູ່ວຽກງານຕົວຈີງ ຂອງສື່ມວນຊົນ ແລະ ພິມຈຳໜ່າຍ ເພື່ອໃຫ້ວຽກງານສື່ມວນຊົນພັດທະນາໄປຢ່າງຖືກທິດ, ໜັກແໜ້ນ ແລະ ສາມາດເຂົ້າຮ່ວມການເຄື່ອນໄຫວໃນພາກພື້ນ, ສາກົນ ພ້ອມທັງຮັບໃຊ້ໃຫ້ແກ່ວຽກງານປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ເກີດຜົນປະໂຫຍດສູງສຸດຕໍ່ສ່ວນລວມ ໂດຍສະເພາະແມ່ນການຜັນຂະຫຍາຍເນື້ອໃນຈິດໃຈມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລ ຍະໃໝ່. ສືບຕໍ່ເປັນເຈົ້າການປັບປຸງພັດທະນາດ້ານເນື້ອໃນ ແລະ ຮູບການໂຄສະນາໃຫ້ດືງດູດຜູ້ອ່ານ, ຜູ້ຟັງ, ຜູ້ຊົມ ບົນພື້ນຖານຂໍ້ມູນຕົວຈີງ ແລະຮັບປະກັນຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ ກໍຄື ບໍ່ໃຫ້ຜິດພາດອອກຈາກແນວທາງການເມືອງ.
ໃນໂອກາດທີ່ສໍາຄັນ ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 6, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ໄດ້ໃຫ້ກຽດຕາງໜ້າການນໍາ ສື່ມວນຊົນພາກເໜືອ ກ່າວຂອບໃຈຕໍ່ກັບການຈັດງານພົບປະໃນຄັ້ງນີ້.
ຂ່າວ: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ