ກົມໂຄສະນາ ຂອງຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍທີມງານ ລົງເຄື່ອນໄຫວວຽກງານ ຢູ່ແຂວງຫຼວງພະບາງ

ກົມໂຄສະນາ ຂອງຄະນະໂຄສະນາອົບຮົມສູນກາງພັກ,

ພ້ອມດ້ວຍທີມງານ ລົງເຄື່ອນໄຫວວຽກງານ ຢູ່ແຂວງຫຼວງພະບາງ

ໃນລະຫວ່າງວັນທີ 26-28 ພຶດສະພາ 2025 ນີ້ ກົມໂຄສະນາ ຂອງຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍທີມງານ, ໂດຍແມ່ນທ່ານ ນາງ ບຸນມາລີ ສີລິດາວົງ, ຮອງຫົວໜ້າກົມໂຄສະນາ, ຂັ້ນແຂວງ ນຳພາໂດຍ ທ່ານ ສົມຈິດ ສິງລໍຄຳ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍທີມງານ ໄດ້ລົງເຄື່ອນໄຫວ ຕິດຕາມ ຊຸກຍູ້ວຽກງານໂຄສະນາ ພ້ອມທັງລົງເກັບກຳຂໍ້ມູນ ໂດຍສະເພາະແມ່ນບັນຫາທີ່ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດແນວທາງນະໂຍ ບາຍຂອງພັກ ຢູ່ຂັ້ນທ້ອງຖິ່ນ ແລະ ບັນດາຄອບຄົວຕົວແບບຂອງເມືອງ, ເພື່ອນຳມາຂຽນບົດອອກສູ່ມວນຊົນ, ເປັນຕົ້ນແມ່ນ ວາລະສານຂອງຄະນະໂຄສະນາອົບຮົມສູນກາງພັກ ເຮັດໃຫ້ມີເນື້ອໃນເລິກເຊິ່ງ, ມີຫຼາຍສີສັນ ແລະ ດຶງດູດຜູ້ອ່ານຜູ້ຟັງໄດ້ຢ່າງກວ້າງຂວາງ;

ການລົງເຄື່ອນໄຫວວຽກງານຄັ້ງນີ້, ແມ່ນໄດ້ປະຕິບັດຕາມຕາຕະລາງຂອງທີມງານໄດ້ວາງໄວ້ ຄື: ຕອນບ່າຍ ຂອງວັນທີ 26 ພຶດສະພາ 2025, ໄດ້ເຂົ້າສຳພາດ ການນຳຂອງແຂວງຫຼວງພະບາງ ທີ່ຫ້ອງວ່າການແຂວງ ກ່ຽວກັບການຕີລາຄາສະພາບແນວຄິດ ຂອງພະນັກງານ, ສະມາຊິກພັກ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຢູ່ພາຍໃນແຂວງໃນໄລຍະ 1 ປີ ຜ່ານມາ, ບັນຫາກະທົບຕໍ່ແນວຄິດ ແລະ ການນໍາພາແກ້ໄຂ, ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ມາຮອດທ້າຍສະໄໝ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງອົງຄະນະພັກແຂວງທີ່ຈະຕ້ອງໄດ້ສຸມໃສ່, ການຈັດຕັ້ງປະຕິບັດຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ, ສະບັບເລກທີ 411/ຄລສນ ວ່າດ້ວຍການກະ ກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ໂດຍສະເພາະການກະກຽມດໍາເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ແລະ ການຈັດຕັ້ງປະຕິບັດມະຕິ ຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ອົງຄະນະພັກແຂວງ.

ວັນທີ 27-28 ພຶດສະພາ 2025 ທີມງານກົມໂຄສະນາ ຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ທີມງານ ຂອງຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ເດີນທາງໄປເມືອງໂພນໄຊ ແລະ ເມືອງປາກອູ.

 

ແຂວງຫຼວງພະບາງ ເພື່ອເກັບກຳຂໍ້ມູນກ່ຽວກັບການຕີລາຄາສະພາບການຊີ້ນໍາ-ນໍາພາ ລວມຂອງອົງຄະນະພັກເມືອງໃນໄລຍະ 5 ປີຜ່ານ ມາໂດຍສະເພາະ ແມ່ນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງໃນສະໄໝຜ່ານມາ, ພາຍຫຼັງກອງປະຊຸມໃຫຍ່ ຂອງອົງຄະນະພັກເມືອງສຳເລັດ ໄດ້ມີການສັບຊ້ອນບຸກຄະລາກອນແລ້ວບໍ? ໂດຍສະເພາະ ການຈັດຕັ້ງປະຕິບັດມະຕິ ຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ອົງຄະນະພັກເມືອງ ໄດ້ປະຕິບັດຄືແນວໃດ? ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຄື ແນວໃດ? ບັນດາຈຸດສຸມທ່າແຮງ ຂອງຄະນະບໍລິຫານພັກເມືອງຊຸດໃໝ່ ທີ່ຈະຕ້ອງໄດ້ເຮັດໃຫ້ເມືອງໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ?

ຈາກນັ້ນ, ກໍ່ໄດ້ລົງໄປສຳພາດບັນດາຄອບຄົວຕົວແບບ ຂອງເມືອງ ເປັນຕົ້ນແມ່ນ: ຄອບ ຄົວຕົວແບບການປູກຫຍ້າລ້ຽງງົວ ຂອງ ທ່ານ ບຸນແທ່ງ ໄຊຍະວົງ ບ້ານນໍ້າບໍ່ ເມືອງໂພນໄຊ, ຄອບຄົວຕົວແບບໃນການປູກຜັກປອດສານຜິດ ຂອງທ່ານ ເຊຍປໍ ຈ່າປ່າວທໍ່ ບ້ານນໍ້າບໍ່ ເມືອງໂພນໄຊ, ຄອບຄົວຕົວແບບການລ້ຽງໄກ່ພັນໄຂ່ ຂອງທ່ານ ສີຈັນ ໄຊຍະລາດ ບ້ານຄອນຄຳ ເມືອງປາກອູ, ຄອບຄົວຕົວແບບໃນການຂາຍເຄື່ອງຫັດຖະກຳ ແລະ ການຕໍ່າຫູກ ຂອງທ່ານ ນາງ ຈັນສີ ຈັນທະມາລີ ບ້ານຊ່າງໄຫ ເມືອງປາກອູ.

ສັງລວມແລ້ວ, ການລົງເຄື່ອນໄຫວວຽກງານດັ່ງກ່າວໃນຄັ້ງນີ້ ແມ່ນເພືອນໍາເອົາຂໍ້ມູນ ໄປຂຽນເປັນບົດຂ່າວ, ບົດຄວາມ ລົງໃນວາລະສານຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ສື່ມວນຊົນຕ່າງໆ ເພື່ອເຮັດໃຫ້ສັງຄົມໄດ້ຮັບຮູ້ກ່ຽວກັບຜົນງານດັ່ງກ່າວ ພ້ອມທັງເປັນບ່ອນອີງໃຫ້ແກ່ຜູ້ຄົນທີ່ຢາກຈະສຶກສາຄົ້ນຄວ້າ ຮໍ່າຮຽນເອົາເປັນແບບຢ່າງອັນດີ ເພື່ອພັດທະນາອາຊີບຕົນເອງໃນອານາຄົດ.

ຂ່າວ: ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa