ກໍາມະບານຮາກຖານ ຄະນະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມໃຫຍ່ ຄັ້ງທີ V

ກໍາມະບານຮາກຖານ ຄະນະນະໂຄສະນາອົບຮົມແຂວງ

ເປີດກອງປະຊຸມໃຫຍ່ ຄັ້ງທີ V

ຕອນເຊົ້າ ຂອງວັນ 06  ມິຖຸນາ  2024 ນີ້ ກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ໄດ້ເປີດກອງປະຊຸມໃຫ່ຍຄັ້ງທີ V  ຂຶ້ນ ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ນາງ ວຽນວິໄລ ດີລະພັນ ກໍາມະການປະຈໍາພັກແຂວງ, ສະມາຊິກສະພາແຫ່ງຊາດ, ເລຂາໜ່ວຍພັກ,  ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ສົມ​ສັກ ອ່ອນ​ຈັນ ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ກໍາມະບານ​ລາວ, ປະທານ​ສະຫະພັນ​ກໍາມະບານ​ແຂວງ ​ແລະ ສະຫາຍ ສົມ​ນຶກ ຈະ​ເລີ​ນສີ ຮອງ​ປະທານ​​ກໍາມະບານຮາກຖານ ​ຄະນະ​ໂຄສະນາ​ອົບ​ຮົມແຂວງ. ​ ມີສະມາຊິກກໍາມະບານ ພາຍ​ໃນ​ໜ່ວຍເຂົ້າຮ່ວມທັງໝົດ 20 ສະຫາຍ, ຍິງ 8 ສະຫາຍ ມີແຂກຖືກເຊີນເຂົ້າຮ່ວມ 5 ສະຫາຍ.

ໃນກອງປະຊຸມ ສະຫາຍ ສົມ​ນຶກ ຈະ​ເລີ​ນສີ ຮອງ​ປະທານ​ກໍາມະບານ​ຮາກຖານ ຄະນະ​ໂຄສະນາ​ອົບ​ຮົມແຂວງ. ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກຳມະບານໃນໄລຍະ 5 ປີ ຜ່ານມາ.  ຫຼັງຈາກນັ້ນຄະນະຊຸດເກົ່າໄດ້ຂຶ້ນກ່າວລາໜ້າທີ ແລະ ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາປະທານກຳມະບານຮາກຖານຊຸດໃໝ່ ມີຜູ້ລົງສະໝັກເລືອກຕັ້ງທັງໝົດ 5 ສະຫາຍ, ຍິງ 2 ສະຫາຍ; ເລືອກເອົາ 3 ສະຫາຍ.  ການປ່ອນບັດເລືອກຕັ້ງຄັ້ງນີ້ ໄດ້ເລືອກເອົາ ສະຫາຍ ​ໄຊ​ຊົ່ງ ຕົງ​ປໍ​ຈົ້ວ​ເຈ້ຍ ເປັນປະທານຄົນໃໝ່ສະຫາຍ ບຸນ​ທະວີ ສົມມະນີ ເປັນຮອງປະທານ ແລະ ເປັນປະທານກວດກາ, ສະຫາຍ ນາງ ວົງ​ສອນ ບົວ​ໄຊ​ຄໍາ  ເປັນຄະນະ. ຈາກນັ້ນມອບຮັບໃບຍ້ອງຍໍ 5 ເປັນເຈົ້າໜ່ວຍກຳມະບານ, ແລະ ໃບຍ້ອງຍໍຂັ້ນແຂວງໃຫ້ສະມາຊິກຳມະບານ ຜູ້ທີ່ມີຜົນງານດີເດັ່ນຈຳນວນ 3 ສະຫາຍ, ຍິງ 1 ສະຫາຍ. ພ້ອມທັງຈັບມືກັນຕາມເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ.

ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງໂອ້ລົມຂອງ ສະຫາຍ ສົມສັກ ອ່ອນຈັນ ຄະນະ​ບໍລິຫານ​ງານ​ສູນ​ກາງ​ ສະຫະພັນ​ກໍາມະບານ​ລາວ, ປະທານ​ສະຫະພັນ​ກໍາມະບານ​ແຂວງ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານສະມາຊິກກຳມະບານ ທີ່ຍາດມາໄດ້ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານກຳມະບານໃນໄລຍະຜ່ານມາ ສະຫາຍ ຍັງໄດ້ຮຽກຮ້ອງມາຍັງ ຄະນະບໍລິຫານງານສະຫະພັນກໍາມະບານຊຸດທີ VI ເອົາໃຈໃສ່ຕໍ່ວຽກງານດັ່ງກ່າວນີ້ ເປັນຕົ້ນແມ່ນ: ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກກໍາມະບານໃນຄວາມຮັບຜິດຊອບຂອງຕົນເປັນປົກກະຕິ, ລວມຊີວິດປະຈຳເດືອນ ເພື່ອຕຳໜິກໍ່ສ້າງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອໃຫ້ກຳມະບານຮາກຖານ ເປັນໜ່ວຍທີ່ມີຄວາມເຂັ້ມແຂງ, ຮັກສາມູນເຊື້ອກຳມະ ບານຮາກຖານ 5 ເປັນເຈົ້າ ພ້ອມນັ້ນສ້າງສະມາຊິກກຳມະບານໃຫ້ມີຄວາມກ້າວໜ້າ ແລະ ພັດທະນາຂື້ນເທື່ອລະກ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa