ຂ່າວການນຳແຂວງຫົວພັນເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຫຼວງພະບາງ

ຂ່າວການນຳແຂວງຫົວພັນເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຫຼວງພະບາງ

ວັນທີ 26 ກໍລະກົດ 2024 ນີ້, ທີ່ສະໜາມບິນ ສາກົນຫຼວງພະບາງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ເປັນກຽດອອກຕ້ອນຮັບທ່ານ ຄໍາແພງ ໄຊສົມແພງ, ກຳ ມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຫົວພັນ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຮັດວຽກຢູ່ແຂວງຫຼວງພະບາງ ດ້ວຍຖ້ຽວບິນພິເສດ ເຊິ່ງເປັນຖ້ຽວບິນ ທຳອິດ ເສັ້ນທາງລະຫວ່າງແຂວງຫົວພັນ ຫາ ແຂວງຫຼວງພະບາງ ແລະ ມີແຜນທີ່ຈະໄດ້ເປີດຢ່າງເປັນທາງການໃນມໍ່ນີ້.

ຈາກນັ້ນ ຄະນະຜູ້ແທນແຂວງຫົວພັນ ເຊິ່ງນຳໂດຍທ່ານ ຄໍາແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ ພ້ອມດ້ວຍຄະນະ ກໍໄດ້ເຂົ້າວາງພວງມາລາໄຫ້ວອາໄລ ສະ ຫາຍ ຫງວຽນ ຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ທີ່ສະ ຖານກົງສູນໃຫຍ່ ສສ ຫວຽນນາມ ປະຈຳພາກເໜືອ ທີ່ນະຄອນຫຼວງພະບາງ.

ໄດ້ເຂົ້າຈູດທູບຂໍ່ານັບ ຢູ່ຕໍ່ຫນ້າຮູບສະຫາຍ ຫງວຽນ ຝູຈ້ອງ ພ້ອມທັງເຊັນປື້ມໄຫ້ວອາໄລ, ເພື່ອເປັນການສະແດງຄວາມໂສກເສົ້າເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປ ຂອງສະຫາຍ ຫງວຽນ ຝູຈ້ອງ ໃນວັນທີ 19 ກໍລະກົດ 2024 ທີ່ຜ່ານມາ.

ໂດຍມີສະຫາຍ ນາງ ກ້ຽວ ທິຮັງຟຸກ ຫົວຫນ້າກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກເໜືອ ພ້ອມດ້ວຍຄະນະ ແລະ ພະນັກງານ ປະຈຳສະຖານກົງສູນໃຫຍ່ ໃຫ້ການຕ້ອນຮັບ .

ຈາກນັ້ນ ກໍໄດ້ເຂົ້າພົບປະທີ່ຫ້ອງຮັບແຂກ ສະຖານກົງດັ່ງກ່າວ, ເພື່ອຕາງໜ້າການນໍາ, ພະນັກງານ ແລະ ປະຊາຊົນແຂວງຫົວພັນ ສະແດງຄວາມເສຍໃຈ ແລະ ອາໄລ ຢ່າງຊຸດຊຶ້ງ ຕໍ່ການຈາກໄປໂດຍບໍ່ມີວັນຄືນມາ ຂອງ ສະຫາຍ ຫງວຽນ ຝູຈ້ອງ, ໂດຍຜ່ານສະຫາຍ ນາງ ກ້ຽວ ທິຮັງຟຸກ ຫົວໜ້າກົງສູນໃຫ່ຍ ສສ ຫວຽດນາມ ໄປຍັງຄອບຄົວ, ພີ່ນ້ອງ ແລະ ປະຊາຊົນ ຫວຽດນາມ. ພ້ອມ ດຽວກັນນີ້ ສະ ຫາຍ ຫົວໜ້າກົງສູນໃຫຍ່ ກໍໄດ້ສະແດງ ຄວາມຂອບໃຈ ຕໍ່ການນໍາແຂວງຫົວພັນ ແລະ ຄະນະ ໃນການຮ່ວມໄຫ້ວອາໄລ ຢ່າງສຸດຊຶ້ງຕໍ່ການຈາກໄປຂອງສະຫາຍ ຫງວຽນ ຝູຈ້ອງ ຄັ້ງນີ້ອີກດ້ວຍ, ເຊິ່ງເປັນການສູນເສຍຜູ້ນໍາປະຕິວັດທີ່ອົງອາດກ້າແກ່ນ ຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຕະຫຼອດຊີ ວິດແຫ່ງການເຄື່ອນໄຫວປະຕິວັດ ສະຫາຍ ໄດ້ອຸທິດຊີວິດ ເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນວຽກງານ ພາລະກິດປົດປ່ອຍຊາດ ພາລະກິດທ້ອນໂຮມ ປະເທດຊາດເປັນເອກະພາບ ແລະ ພາລະກິດປ່ຽນ ແປງໃໝ່ ຂອງພັກກອມມູນິດຫວຽດນາມ. ພ້ອມນີ້, ສະຫາຍ ຍັງໄດ້ປະກອບສ່ວນອັນໃຫຍ່ຫຼວງ ລໍ້າຄ່າ ແລະ ສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ ມາໂດຍ ຕະຫລອດ.

ຂ່າວຍັງໃຫ້ຮູ້ອີກວ່າ: ຄະນະຜູ້ແທນແຂວງຫົວພັນ ທີ່ເດີນທາງມາ ຢ້ຽມຢາມ ແຂວງຫຼວງພະບາງ

ຄັ້ງນີ້ ກໍໄດ້ເຂົ້າ ພົບປະທ່ານ ຄຳຂັນ ຈັນທະວີສຸກ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫຼວງພະບາງ ເພື່ອປຶກສາຫາລືກ່ຽວກັບການເປີດສາຍການບິນລະຫວ່າງແຂວງຫຼວງພະບາງ ແລະ ແຂວງຫົວພັນ ໃນຕໍ່ໜ້າ ແລະ ເພື່ອໃຫ້ການນໍາ ແລະ ນັກທຸລະກິດແຂວງຫົວພັນ ໄດ້ສຶກສາວຽກງານດ້ານ ການທ່ອງທ່ຽວຢູ່ແຂວງຫຼວງພະບາງຕື່ມອີກ ແລະ ກໍໄດ້ເຄື່ອນໄຫວທ່ຽວຊົມສະຖານທີ່ທ່ອງທ່ຽວ ຢູ່ແຂວງຫຼວງພະບາງ ເຊັ່ນ: ນໍ້າຕົກຕາດກວາງຊີ, ວັດຊຽງທອງ, ຫໍພິພິທະພັນແຫ່ງຊາດຫຼວງພະບາງ ແລະສະຖານທີ່ອື່ນໆ ອີກ, ພ້ອມທັງມີກິດຈະກຳການແຂ່ງຂັນກິລາມິດຕະພາບ ລະຫວ່າງການນໍາແຂວງຫຼວງພະບາງ ແລະ ການນໍາແຂວງຫົວພັນອີກດ້ວຍ.

ຂ່າວໂດຍ: ທ. ບຸນທະວີ ສົມມະນີ ຄະນະໂຄສະນາອົບຮົມແຂວງ ຫຼບ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa