ຂ່າວ ເມືອງນໍ້າບາກຈັດຕັ້ງ ພິທີ ປາຖະກະຖາ 3 ວັນປະຫວັດສາດ

ຂ່າວ ເມືອງນໍ້າບາກຈັດຕັ້ງ ພິທີ ປາຖະກະຖາ 3 ວັນປະຫວັດສາດ

ໃນຕອນເຊົ້າວັນທີ 20 ສິງຫາ 2025. ຜ່ານມານີ້ ຢູ່ທີ່ສະໂມສອນໃຫຍ່ຂອງເມືອງນໍ້າບາກ, ຄະນະໂຄສະ ນາອົບຮົມເມືອງ, ໄດ້ສົມທົບກັບຫ້ອງການແນວລາວສ້າງຊາດເມືອງ ແລະ ສານປະຊາຊົນເຂດ II ແຂວງຫຼວງພະບາງ ຈັດຕັ້ງພິທີປາຖະກະຖາ 3 ວັນປະຫວັດສາດຂອງພັກ, ຂອງຊາດ ກໍ່ຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 43 ປີ ແລະ ວັນຢືດອໍານາດທົ່ວປະເທດ ຄົບຮອບ 80 ປີ ແລະ 50 ປີ.

ໃຫ້ກຽດເປັນປະທານພິທີໃນຄັ້ງນີ້ໂດຍ ສະຫາຍ ຄຳສະໝອນ ເພັດດາລາ ຮອງເລຂາພັກເມືອງ ຫົວໜ້າຄະ ນະຈັດຕັ້ງເມືອງ, ເຊິ່ງມີຄະນະປະຈຳ, ຄະນະພັກເມືອງ, ປະທານ-ຮອງປະທານສານປະຊາຊົນເຂດ II ແຂວງຫຼວງພະບາງ, ປະທານ-ຮອງປະທານອົງການໄອຍະການປະຊາຊົນເຂດ II ແຂວງຫຼວງພະບາງ, ຫົວໜ້າ-ຮອງຫົວໜ້າຫ້ອງ ການ, ກົມກອງ, ອົງການທຽບເທົ່າ, ອໍານວຍການ-ຮອງອໍານວຍການໂຮງຮຽນ, ໂຮງໝໍ, ສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ, ກຳມະການແນວລາວສ້າງຊາດເມືອງ, ຄະນະກຳມະການແນວລາວສ້າງຊາດ, ລັດວິສາຫະກິດ, ພະນັກງານອາວຸໂສບໍານານ, ອົງການປົກຄອງບ້ານ, ຕ່າງໜ້າອົງການຈັດຕັ້ງສາສະໜາ-ອົງການຈັດຕັ້ງສັງ ຄົມ (ຄະນະ ອພສ ເມືອງ, ຄະນະປົກຄອງສູນຄຼິດ ເມືອງນໍ້າບາກ) ແລະ ສະມາຄົມເພື່ອນໃຈພັດທະນາ ມີຈໍານວນພົນເຂົ້າຮ່ວມທັງໝົດ: 162 ທ່ານ, ຍິງ 40 ທ່ານ.

ທັງນີ້ເປັນການໂຄສະນາ, ເຜີຍແຜ່, ທົບທວນຫວນຄືນມູນເຊື້ອທັງ 3 ວັນປະຫວັດສາດດັ່ງກ່າວ ໃຫ້ທົ່ວສັງ ຄົມໄດ້ຮັບຮູ້ເຂົ້າໃຈຢ່າງເລີກເຊີງເຖິງມູນເຊື້ອອັນສະຫງ່າງາມ ແລະ ຜົນງານອັນໃຫຍ່ຫຼວງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທີ່ພັກ-ລັດ, ແນວລາວສ້າງຊາດ ແລະ ປະຊາ ຊົນລາວບັນດາເຜົ່າທີ່ຍາດມາໄດ້ຕະຫຼອດໄລຍະ 75 ປີຜ່ານມາ.

ຮູ້ເຖິ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງສານປະຊາຊົນ ເປັນຕົ້ນແມ່ນບັນດາພາລະບົດບາດ, ສິດ ແລະ ໜ້າທີ່ ເຂົ້າໃນການດຳເນີນຕັດສິນຄະດີ ເພື່ອໃຫ້ມີຄວາມຍຸຕິທຳ ພ້ອມທັງເປັນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍ ຕົວ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນເທື່ອລະກ້າວ ແລະ ສັງຄົມມີຄວາມຍຸຕິທຳ.

ພ້ອມທັງຕັ້ງໜ້າສືບຕໍ່ປຸກລະດົມເສີມຂະຫຍາຍມູນເຊື້ອ 23 ສິງຫາ ເຂົ້າໃນການພັດທະນາປະເທດຊາດ ແລະ ຈັດຕັ້ງປະຕິບັດມະຕິກອງຊຸມໃຫຍ່ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດໃຫ້ປະກົດຜົນເປັນຈິງ.

ຂຽນຂ່າວໂດຍ: ທ.ອ່ອນຈັນ ແກ້ວມະນີພອນ, ຄະນະໂຄສະນາອົບຮົມເມືອງນໍ້າບາກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa