ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ເມືອງປາກແຊງ
ອີງຕາມການລາຍງານ ຂອງກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງປາກແຊງ ຄັ້ງວັນທີ 12 ສິງຫາ 2025 ກ່ຽວກັບສະພາບໄພພິບັດນໍ້າຖ້ວມຂັງ, ນໍ້າປ່າໄຫຼຊຸ ແລະ ດິນເຈື່ອນຖົມເຮືອນປະຊາຊົນ ໃນວັນທີ 15 ຫາ 23 ກໍລະ ກົດ 2025 ຜ່ານມາ, ໄດ້ມີຝົນຕົກໜັກເຮັດໃຫ້ນໍ້າເຊືອງ, ນໍ້າຫ້ວຍເຫຼືອງ, ນໍ້າຫ້ວຍວັດ ເພີ້ມຂື້ນຫຼາຍຢ່າງໄວວາ ຈິ່ງເຮັດໃຫ້ມີບ້ານເຮືອນ ຂອງປະຊາຊົນທີ່ອາໄສຢູ່ລຽບແຄມສາຍນໍ້າດັ່ງກ່າວໄດ້ຮັບຜົນກະທົບ ຈໍານວນ 03 ບ້ານ ແລະ 11 ຄອບຄົວ. ນອກຈາກນັ້ນ, ຍັງມີສັດລ້ຽງ, ເຄື່ອງປູກຂອງຝັງ ແລະ ນໍ້າລິນຢູ່ພາຍໃນບ້ານ ໄດ້ຮັບການເສຍຫາຍຢ່າງໜັກ ຈາກໄພພິບັດທຳມະຊາດໃນຄັ້ງນີ້ ລວມມູນຄ່າເສຍຫາຍທັງໝົດ 44.392.325.093 ກີບ.
ໃນຄັ້ງວັນທີ 13 ສິງຫາ 2025 ນີ້, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ນຳພາໂດຍ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ພ້ອມກັນລົງໄປຕິດຕາມກວດກາສະພາບເຫດການດັ່ງກ່າວ ພ້ອມທັງຊີ້ນຳໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງປາກແຊງ ໃຫ້ພ້ອມກັນເອົາໃຈໃສ່ຊ່ວຍເຫຼືອບັນດາບ້ານ ແລະ ຄອບຄົວທີ່ຖືກຜົນກະທົບດັ່ງກ່າວໃຫ້ໄດ້ຮັບການແກ້ໄຂສຸກເສີນໃນຂັ້ນເບື້ອງຕົ້ນ.
ການລົງໄປຢ້ຽມຢາມເມືອງປາກແຊງໃນຄັ້ງນີ້ ກໍ່ເພື່ອເປັນການປຸກຂວັນກຳລັງໃຈແກ່ປະຊາຊົນ ເວົ້າສະເພາະ ແມ່ນບັນ ດາຄອບຄົວທີ່ຖືກຜົນກະທົບຈາກໄພພິບັດຈາກທຳມະຊາດດັ່ງກ່າວ, ພ້ອມທັງມອບເຂົ້າກິນ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດ ຈຳນວນ 40 ລ້ານກີບ ເພື່ອແກ້ໄຂບັນເທົາທຸກໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດຈາກທຳມະຊາດໃນຄັ້ງນີ້.
ຂ່າວໂດຍ: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.