ຄະນະຊີ້ນຳຂັ້ນແຂວງ ລົງຕິດຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ວັນທີ 11 ພະຈິກຜ່ານມານີ້, ທ່ານ ພັອ ວິລະສິນ ມິດຕະພອນ ຫົວຫນ້າຫ້ອງການເມືອງ ຮອງກອງບັນຊາການ ປກຊ ແຂວງຫຼວງພະບາງ ພ້ອມດ້ວຍການນຳຂອງເມືອງວຽງຄຳ ໄດ້ເຄື່ອນໄຫວຕິດຕາມ ກວດກາ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຢູ່ບ້ານພູສະຫຼີ ແລະ ບ້ານພູສະຫນາມ ເພື່ອຊຸກຍູ້ການລົງສໍາຫຼວດ ໃຫ້ສໍາເລັດຕາມລະດັບຄາດໝາຍ. ໂອກາດນີ້, ທ່ານ ພັອ ວິລະສິນ ມິດຕະພອນ ຫົວຫນ້າຫ້ອງການເມືອງ ຮອງກອງບັນຊາການ ປກຊ ແຂວງຫຼວງພະບາງ ໄດ້ຊີ້ນໍາໃຫ້ຄະນະພັກ, ອົງການປົກຄອງບ້ານ ເອົາໃຈໃສ່ນໍາພາ-ຊີ້ນໍາ ປະຊາຊົນພາຍໃນບ້ານ ຈົ່ງໃຫ້ຄວາມສະ ດວກແກ່ຜູ້ລົງປະຕິບັດໜ້າທີ່ວຽກງານ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນບັ້ນສໍາຫຼວດພົນລະ ເມືອງ ແລະ ທີ່ຢູ່ອາໄສ ໃນຄັ້ງນີ້ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ຮັບປະກັນໃຫ້ມີຄວາມສະຫງົບ, ປອດໄພ 100%

ເຊິ່ງການດຳເນີນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສໃນຄັ້ງນີ້ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດ, ທັງເປັນວຽກງານໃຫຍ່ລະດັບຊາດ ເພື່ອເກັບກຳຂໍ້ມູນກ່ຽວກັບຄຸນລັກສະນະຂອງພົນລະເມືອງ ແລະ ທີ່ຢູ່ອາໄສ, ສະພາບການສຶກສາ, ແຮງງານ ແລະ ການຍົກ ຍ້າຍ, ການເກີດ, ການຕາຍ, ດ້ານສຸຂະອະນາໄມ, ສາມາດສ່ອງແສງໃຫ້ເຫັນໄດ້ເຖິງການປ່ຽນແປງທາງດ້ານຂະໜາດ, ໂຄງປະກອບ, ການຂະຫຍາຍຕົວ ແລະ ການກະແຈກກະຈາຍຂອງພົນລະເມືອງ ໃນຮອບ 10 ປີ ຊຶ່ງໄດ້ເລີ່ມລົງສໍາຫຼວດຢ່າງເປັນທາງການ ໃນວັນທີ 3 ພະຈິກ 2025 ແລະ ຈະໄດ້ດໍາເນີນໄປຮອດວັນທີ 14 ທັນວາ 2025 ໃຫ້ສໍາເລັດຕາມລະດັບຄາດຫມາຍ.

ພາບ-ຂ່າວ ບຸນມີ ໄຊຍະກຸມມານ, ຄະນະໂຄສະນາອົບຮົມເມືອງວຽງຄຳ
ກວດແກ້: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ