ພິທີເປີດການສອບເສັງ ຈົບຊັ້ນປະຖົມສຶກສາ ທົ່ວເມືອງຈອມເພັດ ສົກປີ 2025-2026

ເມືອງຈອມເພັດ, ແຂວງຫຼວງພະບາງ, ສອບເສັງຈົບຊັ້ນປະຖົມສຶກສາປີທີ 5 ເພື່ອປະເມີນຜົນການຮຽນ-ການສອນ ແລະ ຮັບປະກັນຄຸນນະພາບການສຶກສາຂັ້ນພື້ນຖານ, ໃນຕອນເຊົ້າວັນທີ 27 ພຶດສະພາ 2026 ຫ້ອງ ການສຶກສາທິການ ແລະ ກິລາ ເມືອງຈອມເພັດ ໄດ້ຈັດພິທີເປີດການສອບເສັງຈົບຊັ້ນປະຖົມສຶກສາ ທົ່ວເມືອງ ປະ ຈຳສົກປີ 2025-2026 ຂຶ້ນຢ່າງເປັນທາງການທີ່ໂຮງຮຽນປະຖົມສົມບູນ ບ້ານໂພລາດ ເມືອງຈອມເພັດ. ການສອບເສັງຈະດຳເນີນໄປເປັນເວລາ 2 ວັນ ຄືວັນທີ 27-28 ພຶດສະພາ 2026.

ໃຫ້ກຽດເປັນປະທານໃນພິທີໂດຍທ່ານ ວິລະພົງ ພົງດາລາ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກຳມະການປົກຄອງ ເມືອງຈອມເພັດ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ມີທ່ານ ນາງ ຈັນສະມຸດ ສຸກຂະເສີມ ກຳມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍບັນທ່ານຄະນະຮັບຜິດຊອບຂັ້ນເມືອງ ລະ ຄູ-ອາຈານເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີທ່ານ ນາງ ຈັນສະມຸດ ສຸກຂະເສີມ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ໄດ້ລາຍງານວ່າ ປີນີ້ທົ່ວເມືອງຈອມເພັດມີໂຮງຮຽນປະຖົມເຂົ້າຮ່ວມສອບເສັງທັງໝົດ 57 ແຫ່ງ, ໄດ້ແບ່ງເປັນສູນສອບເສັງ 12 ສູນ, ມີ 32 ຫ້ອງສອບເສັງ ມີນັກຮຽນຊັ້ນ ປ.5 ທີ່ມີສິດເຂົ້າສອບເສັງທັງໝົດ 647 ນ້ອງ, ຍິງ 325 ນ້ອງ ແລະ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກຮຽນ ແລະ ຮັບປະກັນຄວາມໂປ່ງໃສ, ຍຸດຕິທຳ, ປາສະຈາກການທຸຈະລິດໃນການສອບເສັງ, ທ່ານຮອງປະທານຄະນະກຳມະການປົກຄອງ ເມືອງຈອມເພັດ ໄດ້ກ່າວເປີດພິທີ ແລະ ກ່າວໂອ້ລົມນັກຮຽນວ່າ: “ການສອບເສັງ ປ.5 ແມ່ນດ້ານໜຶ່ງທີ່ສໍາຄັນ ເປັນການວັດແທກຄວາມຮູ້ຄວາມສາມາດຂອງນ້ອງໆ ກ່ອນກ້າວຂຶ້ນຮຽນຊັ້ນມັດທະຍົມ. ຂໍໃຫ້ນ້ອງໆທຸກຄົນ ສອບເສັງຢ່າງມີສະຕິ, ມີຄວາມຊື່ສັດ, ທົບທວນບົດຮຽນໃຫ້ດີ ແລະ ໝັ້ນໃຈໃນຕົນເອງ. ຜົນຂອງການສອບເສັງຄັ້ງນີ້ຈະເປັນພື້ນຖານໃຫ້ນ້ອງໆສືບຕໍ່ຮ່ຳຮຽນ ເພື່ອກາຍເປັນຄົນດີຂອງຊາດໃນອະນາຄົດ”.

ພາຍຫຼັງພິທີເປີດ, ຄະນະກຳມະການສອບເສັງຂັ້ນເມືອງ ໄດ້ກວດກາຄວາມພ້ອມຂອງສູນສອບເສັງ ແລະ ຢ້ຳບັນດາລະບຽບການສອບເສັງໃຫ້ແກ່ຄູປະຈໍາຫ້ອງສອບເສັງ ແລະ ນັກຮຽນ ເພື່ອຮັບປະກັນວ່າການສອບເສັງດຳ ເນີນໄປຢ່າງເປັນລະບຽບຮຽບຮ້ອຍ.
ການຈັດສອບເສັງ ຈົບຊັ້ນປະຖົມສຶກສາ ປີທີ 5 ໃນຄັ້ງນີ້ ແມ່ນເພື່ອຄັດເລືອກ ແລະ ປະເມີນຜົນນັກຮຽນໃຫ້ໄດ້ມາດຕະຖານ ກ່ອນຈະສືບຕໍ່ເຂົ້າຮຽນຊັ້ນມັດທະຍົມສຶກສາ ຕອນຕົ້ນ ໃນຂັ້ນຕໍ່ໄປ.

ພາບ-ຂ່າວ: ທ. ພັນທະລີ ສຸກຂະເສີມ, ຄະນະໂຄສະນາອົບຮົມເມືອງ
ກວດແກ້: ຄະນະໂຄສະນາອົບຮົມແຂວງ