ຄະນະໂຄສະນາອົບຮົມເມືອງນໍ້າບາກຈັດຕັ້ງພິທີໂຄສະນາ-ປາຖະກະຖາ 2 ວັນປະຫວັດສາດ

ຕອນເຊົ້າ ວັນທີ 26 ພຶດສະພາ 2026 ຢູ່ເດີນຮົ່ມໂຮງຮຽນ ມສ ນໍ້າບາກ, ຄະນະໂຄສະນາອົບຮົມເມືອງ ໄດ້ຈັດຕັ້ງ ພິທີໂຄສະນາ-ປາຖະກະຖາ ວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ແລະ ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາພັກ ແລະ ແນວລາວສ້າງຊາດ ຄົບຮອບ 66 ປີ. ໃຫ້ກຽດເປັນປະທານ ໂດຍ ທ່ານ ບຸນຄົງ ລັດຕະນະຈິດ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງເມືອງ, ມີຄະນະອຳນວຍການ, ຄູ-ອາຈານ ແລະ ນ້ອງນັກຮຽນ ມໍ4 ແລະ ມໍ7 ເຂົ້າຮ່ວມຮັບຝັ່ງ.


ໃນພິທີ ປະທານໄດ້ເລົ່າຄືນມູນເຊື້ອກ່ຽວກັບ ການຜ່າວົງປິດລ້ອມຂອງກອງພັນທີ 2 ແມ່ນໄຊຊະນະອັນໃຫຍ່ຫຼວງ ຂອງກໍາລັງປະກອບອາວຸດເຮົາ ທີ່ຢູ່ພາຍໃຕ້ການນໍາພາຂອງພັກ, ເປັນເຫດການປະຫວັດສາດອັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ປະຊາຊົນລາວ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ຂອງກອງ ທັບ ແລະ ປະຊາຊົນເຮົາ ທີ່ຍາດເອົາໄຊຊະນະໃນໄລຍະຕໍ່ມາ, ສະແດງໃຫ້ເຫັນເຖິງຄວາມບໍລິສຸດພຸດຜ່ອງ, ຄວາມຈົ່ງຮັກພັກດີ, ຄວາມສາມັກຄີເປັນຈິດຫນຶ່ງໃຈດຽວ, ຄວາມອົດທົນໜັ້ນໜຽວບໍ່ຄອນແຄນຕໍ່ການນາບຂູ່ຫລອກລວງຂອງສັດຕູ, ນໍ້າໃຈສູ້ຮົບພິລະອາດຫານ ແລະ ມີໄຫວພິບຂອງກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມ ອັນແຮງກ້າໃຫ້ແກ່ຂະບວນການປະຕິວັດ ເພື່ອຕີເອົາຊະນະຈັກກະພັດອາເມລິກາ ແລະ ລູກແຫລ້ງ ຕີນມື. ພ້ອມດຽວກັນນັ້ນ ກໍ່ເຮັດໃຫ້ກໍາລັງປະຕິວັດ, ໂດຍສະເພາະແມ່ນກໍາລັງປະກອບອາວຸດປະຊາຊົນ ນັບມື້ເຕີບໃຫຍ່ຂະ ຫຍາຍຕົວ ແລະ ເຂັ້ມແຂງ ເຮັດໃຫ້ຊື່ສຽງອິທິພົນຂອງກໍາລັງຝ່າຍປະເທດລາວ (ແນວລາວຮັກຊາດ) ນັບມື້ພົົ້ນເດັ່ນຂຶ້ນໃນ ເວທີສາກົນ.

ສາເຫດການໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳ ໄປສູ່ເຂດທີ່ໝັ້ນປະຕິວັດຢ່າງ ປອດໄພ ຍອ້ນການ ນໍາພາອັນສະຫຼາດສ່ອງໃສ ແລະ ຄວາມປີຊາສາມາດຂອງປະທານ ໄກສອນ ພົມວິຫານ, ຍອ້ນນໍ້າໃຈຮັກຊາດອັນແຮງກ້າ ຂອງບັນດາຜູ້ນຳເຮົາທີ່ມີຄວາມປີຊາສາມາດຂົນຂວາຍ, ສຶກສາອົບຮົມ ສາລະວັດທະຫານ, ເຮັດໃຫ້ສັດຕູກາຍ ເປັນມິດສະຫາຍຮ່ວມຕາຍນຳກັນ, ກາຍເປັນຜູ້ໄຂປະຕູຫ້ອງຄຸມຂັງແຕ່ລະຫ້ອງ ແລະ ປະຕູຄຸກແລ້ວປ້ອງກັນ ໃຫ້ຜູ້ ນຳພັກ ແລະ ແນວລາວຮັກຊາດຍ່າງອອກຈາກຄຸກໂພນເຄັງ ອອກໄປຢ່າງປອດໄພ.

ການໂຄສະນາ-ປາຖະກະຖາເທື່ອນີ້ ເພື່ອເປັນການເຜີຍແຜ່, ຫວນຄືນມູນເຊື້ອໃຫ້ແກ່ພະນັກງານລັດຖະກອນ, ສະມາຊິກພັກ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ຮັບຮູ້ນໍ້າໃຈຮັກຊາດ, ນໍ້າໃຈເສຍສະຫຼະ, ເຂົ້າໃຈເຖິງການຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ, ການໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາພັກ-ແນວລາວຮັກຊາດ ພ້ອມທັງເປັນການປຸກລະດົມເສີມຂະຫຍາຍມູນເຊື້ອຮັກຊາດ, ຄວາມສາມັກຄີ, ການຕໍ່ສູ້ຢ່າງພິລະອາດຫານຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ.

ພາບ-ຂ່າວໂດຍ: ທ.ອ່ອນຈັນ ແກ້ວມະນີພອນ, ຄະນະໂຄສະນາອົບຮົມເມືອງ
ກວດແກ້: ຄະນະໂຄສະນາອົບຮົມແຂວງ