ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມງານສັບປະດາແຫ່ງຊາດ

ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມງານສັບປະດາແຫ່ງຊາດ

ໃນຕອນເຊົ້າວັນທີ 26 ເມສາ 2025, ເວລາ 6 : 00 ໂມງ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງປະຈຳປີ 2025 ຢູ່ທີ່ເດີນທາດຫຼວງ, ນະຄອນ-ຫຼວງພະບາງ, ແຂວງຫຼວງພະບາງ ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີລິພອນ ສຸພັນທອງ ກຳມະການປະຈຳພັກແຂວງ, ຮອງເຈົ້າແຂວງ, ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະນໍາ, ພະນັກງານສະມາຊິກພັກ, ພະ ນັກງານລັດຖະກອນຈາກພະແນກການອ້ອມຂ້າງແຂວງ ແລະ ນ້ອງນ້ອຍເຍົາວະຊົນເຂົ້າຮ່ວມ.

ທ່ານ ບຼົ່ງວ່າງ ຫວ່າງເຈ່ຍຊ່າ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ມີຄຳເຫັນວ່າ: ແຂວງຫຼວງພະບາງ ເປັນແຂວງທີ່ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມເປັນຈໍານວນຫຼາຍໃນແຕ່ລະປີ ແລະ ມີອຸບັດຕິເຫດເກີດຂຶ້ນຫຼາຍຄັ້ງ, ໂດຍສະເພາະໄລຍະປີ 2021-2024 ທົ່ວແຂວງ ມີອຸບັດຕິເຫດເກີດຂຶ້ນ ທັງໝົດ 1,567 ຄັ້ງ, ມີຜູ້ເສຍຊີວິດ ຈໍານວນ 205 ຄົນ, ມູນຄ່າການເສຍຫາຍ 22 ຕື້ 700 ລ້ານກວ່າກີບ, ສະເພາະປີ 2024 ທົ່ວແຂວງ ມີອຸບັດຕິເຫດເກີດຂຶ້ນ 481 ຄັ້ງ, ມີຜູ້ໄດ້ຮັບບາດເຈັບ 828 ຄົນ, ເສຍຊີວິດ 55 ຄົນ, ພາຫະນະເປ່ເພ 894 ຄັນ, ມູນຄ່າການເສຍຫາຍ 9 ຕື້ກວ່າກີບ, ພາຫະນະທີ່ເກີດອຸບັດຕິເຫດສ່ວນຫຼາຍ ແມ່ນລົດຈັກ, ຮອງລົງມາແມ່ນປະເພດລົດໃຫຍ່, ລົດບັນທຸກ ແລະ ອື່ນໆ, ສ່ວນຜູ້ເຄາະຮ້າຍຈາກການເກີດອຸບັດຕິເຫດ ແມ່ນຊາວໜຸ່ມ, ໄວໜຸ່ມ, ນັກຮຽນ-ນັກສຶກສາ ກວມ 80%, ສາເຫດທີ່ພາໃຫ້ເກີດອຸບັດຕິເຫດ ແມ່ນຄວາມໄວເກີນກຳນົດ, ເມົາແລ້ວຂັບ, ປ່ຽນທິດທາງກະທັນຫັນ, ບໍ່ປ່ອຍສິດ ແລະ ບໍ່ປະຕິບັດກົດລະບຽບຈະລາຈອນ. ໂອກາດນີ້ ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງ ໄດ້ກ່າວເປີດພິທີວ່າ: ການຈັດງານໃນຄັ້ງນີ້, ພາຍໃຕ້ຄໍາຂັວນທີ່ວ່າ ‘‘ຖະໜົນເພື່ອຊີວິດ ຂັບລົດຊ້າ ຊີວິດຍືນຍາວ’’ ເພື່ອເປັນການປູກຈິດສຳນຶກ ໃຫ້ສັງຄົມ (ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ-ນັກສຶກສາ ຕະຫຼອດຮອດພໍ່ແມ່ນປະຊາຊົນບັນດາເຜົ່າ) ໃນການປະຕິບັດກົດໝາຍ ແລະ ລະບຽບການຈະລາຈອນ ໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນເອົາໃຈໃສ່ ປະຕິ ບັດກົດລະບຽບຈະລາຈອນໃຫ້ເຂັ້ມງວດ, ເພື່ອຫຼຸດຜ່ອນອຸບັດຕິເຫດ ຕາມທ້ອງຖະໜົນ, ທັງປົກປ້ອງຊີວິດ ແລະ ຊັບສິນທີ່ອາດຈະເກີດຂຶ້ນ.

ໃນງານທີ່ມີຄວາມສຳຄັນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ ພ້ອມກັນຍ່າງເພື່ອສຸຂະພາບ ໂດຍເລີ້ມຈາກເດີ່ນທາດຫຼວງ ໄປຫາໜ້າຫ້ອງວ່າການແຂວງ ແລ້ວກັບຄືນມາຈຸດເລີ້ມຕົ້ນ, ໄລຍະທາງປະມານ 3 ກິໂລ ແມັດ. ຈາກນັ້ນ, ໄດ້ມີກິດຈະກໍາຖາມ-ຕອບ ຄວາມຮູ້ຮອບຕົວກ່ຽວກັບການໃຊ້ລົດໃຊ້ຖະໜົນທີ່ຖືກ ຕ້ອງ ເພື່ອແລກຂອງຂັວນ ເປັນໝວກກັນນັອກ ຫຼື ໝວກກັນກະທົບ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa