ງານບຸນກີນຈຽງ ຫຼື ບຸນໜໍ່ເປເຈົາ ຂອງເຜົ່າມົ້ງ ແຂວງຫຼວງພະບາງ

ວັນທີ 22 ທັນວາ 2025 ນີ້ ທີ່ບ້ານວັງເງີນ ນະຄອນ ຫຼວງພະບາງ ໄດ້ຈັດພິທີເປີດງານບຸນກີນຈຽງ ຫຼື ບຸນໜໍ່ເປເຈົາ ຂອງເຜົ່າມົ້ງຢ່າງຄຶກຄື້ນ, ມີ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ, ນະຄອນ ຫຼວງພະບາງ, ແຂກຮັບເຊີນ, ແຂກທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມ.

ທ່ານ ໄຊຊົວລືເຮີ ປະທານສະມາຄົມຊ່ວຍເຫຼືອເຊິ່ງກັນ ແລະກັນຂອງຊົນເຜົ່າມົ້ງ ແຂວງຫຼວງພະບາງ ໄດ້ມີຄຳເຫັນກ່າວເປີດງານວ່າ: ບຸນປະເພດນີກິນຈຽງ ຫຼື ໜໍ່ເປລເຈົ່າ ແມ່ນບຸນປະຈຳປີ ຂອງຊົນເຜົ່າມົ້ງ ທີສ່ອງແສງໃຫ້ເຫັນເຖິງຄຸນຄ່າທາງດ້ານຈິດໃຈອັນງົດງາມ ເຊິ່ງເປັນສັນຍາລັກແຫ່ງຄວາມ ສາມັກຄີ ໃນວົງຄະນາຍາດຂອງປະຊາຊົນເຜົ່າມົ້ງ ໂດຍສະເພາະແມ່ນເຈົ້າກົກ, ເຈົ້າເຫຼົ່າ ຫົວໜ້າຊິງຊາວ, ໄດ້ນໍາພາຊາວເຜົ່າມົ້ງຈັດງານບຸນປະເພນີກີນຈຽງຂື້ນ ເພື່ອເປັນການອານຸລັກຮັກສາ ແລະສົ່ງ ເສີມວັດທະນະທຳອັນມີຄຸນຄ່າຂອງເຜົ່າມົ້ງ ໃຫ້ຍືນຍົງ ຕະຫຼອດໄປ, ເປັນການສົ່ງທ້າຍປີເກົ່າ-ຕ້ອນ ຮັບປີໃໝ່ ແລະການສ້າງຂະບວນການ ໃຫ້ງານບຸນປະເພນີກິນຈຽງນີ້ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ທັງຮັກສາໄດ້ມູນເຊື້ອອັນດີງາມ ຂອງຊາດ, ຂອງເຜົ່າ ແລະທັງເປັນການເຄົາລົບບັນພະບູລຸດ ພໍ່ແມ່, ເຖົ້າແກ່ອາວຸໂສ, ຜູ້ຊົງຄຸນວຸດທິ, ຊິ່ງ ຊາວຂອງຕະກຸນ ແລະ ເພື່ອມາພົບປະສ້າງສັນ, ອວຍ ພອນໃຫ້ບັນດາລູກຫຼານໃຫ້ ມີໂຊກ, ມີໄຊ, ມີຄວາມສຸກກາຍສະບາຍໃຈ.

ໂອກາດນີ້ ສະຫາຍເລຂາ ຄະນະບໍລິຫານງານພັກແຂວງ ໄດ້ມີຄຳເຫັນຍ້ອງຍໍປະຊາຊົນເຜົ່າມົ້ງ ທີ່ມີຄວາມສາມັກຄີປອງດອງຊ່ວຍເຫຼືອເຊິ່ງກັນ ແລະກັນ, ມີການປົກປັກຮັກສາ, ສ້າງສາພັດທະ ນາບ້ານເມືອງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ-ພັດທະນາ ຫັນເຂົ້າສູ່ລວງເລິກ ຕາມທິດນຳ 3 ສ້າງ ເຊິ່ງໄດ້ຮັບໝາກຜົນສຳເລັດຫຼາຍປະການ ເປັນຕົ້ນ ການສ້າງເສດຖະກິດຄອບຄົວ ເພື່ອແກ້ໄຂຄວາມທຸກຍາກ, ຂະບວນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການສຶກສາ, ພ້ອມນັ້ນ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ ໂດຍສະເພາະເຜົ່າມົ້ງ ຈົ່ງພ້ອມກັນເຊີດຊູນໍ້າໃຈຮັກຊາດ, ເສີມຂະຫຍາຍສິດເປັນເຈົ້າຂອງປະເທດຊາດຢ່າງແຂງແຮງ; ເພີ່ມທະວີຄວາມເປັນເຈົ້າຕົນເອງ, ລົບລ້າງແນວຄິດຄັບແຄບ, ພ້ອມກັນຕ້ານທຸກແນວຄິດ ແລະການກະທຳ ທີ່ເປັນການແບ່ງແຍກຄວາມສາ ມັກຄີລະຫວ່າງຊົນເຜົ່າ ແລະສາສະໜາ; ພ້ອມກັນຍົກສູງສະຕິລະວັງຕົວ ຕໍ່ກົນອຸບາຍຂອງພວກກຸ່ມຄົນທີ່ບໍ່ຫວັງດີ; ເພີ່ມທະວີສຶກສາອົບຮົມລູກ-ຫຼານ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ທີ່ເປັນເອກະລັກສະເພາະຂອງເຜົ່າ ກໍ່ຄືຂອງຊາດໃຫ້ຍືນຍົງຕະຫຼອດໄປ.

ຈາກນັ້ນ; ບັນດາການນຳໄດ້ຮ່ວມກິດຈະກຳຂອງງານບຸນດັ່ງກ່າວ ເປັນຕົ້ນການເອີ້ນຂັວນປີໃໝ່, ການຕຳເຂົ້າປາໆ, ໂຍນໝາກຄອນ ແລະຊົມການແຂ່ງຂັນກິລາພື້ນເມືອງຕ່າງໆ ດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.
ຂ່າວ: ຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ