ງານປະເພນີ ບຸນຊ່ວງເຮືອເດືອນເກົ້າ ຫໍ່ເຂົ້າປະດັບດິນ ທີ່ນະຄອນ ຫຼວງພະບາງ

ງານປະເພນີບຸນຊ່ວງເຮືອເດືອນເກົ້າຫໍ່ເຂົ້າປະດັບດິນ ທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ທີ່ບໍ່ຄວນພາດ…! ທຸກໆອາລົມ, ຄວາມມ່ວນ, ຄວາມມັນ ສຽງເຊຍຈາກ 2 ຟັ່ງແມ່ນໍ້າຄານ ກໍາລັງຈະກັບມາສ້າງຄວາມຄຶກຄັກເຮຮາ ປະທັບໃຈອີກຄັ້ງກັບບຸນປະເພນີຊ່ວງເຮືອເດືອນເກົ້າ ຫໍ່ເຂົ້າປະດັບ ດິນ ທີ່ນະຄອນຫຼວງພະບາງ ປະຈຳປີ ພສ 2567; ຄສ 2024.


- ວັນທີ 1 ກັນຍາ 2024 ເວລາ 6:30 ໄມງ ໂລະລາດ (ຕະຫຼາດນັດມວນຊົນ) ທີ່ຖະໜົນສີສະຫວ່າງວົງ.
 

- ວັນທີ 2 ກັນຍາ 2024 ເວລາ 5:30 ໂມງ ພິທີໃສ່ບາດ ທີ່ຖະໜົນສີສະຫວ່າງວົງ; ເວລາ 8:30 ໂມງ ຊົມການພາຍເຮືອງາມ; ເວລາ 9:00 ໄມງ ພິທີເປີດການແຂ່ງຂັນຊ່ວງເຮືອຢ່າງເປັນທາງການ.
 


- ມີໃຜແດ່ຢາກໄປທ່ຽວຫຼວງພະບາງ ຄຳເມັ້ນກັນມາຫຼາຍໆໂລດເດີ……..ໆ
 
ຂອບໃຈ